ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ພົບປະແລກປ່ຽນບົດຮຽນກັບ ພະແນກຊັບພະຍາກນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງກວາງຈິ

 

(ວີດີໂອຄັດຈາກ ຂ່າວໂທລະພາບ /TVsavannakhet)

       ໃນລະຫວ່າງວັນທີ 20 ຫາ 22 ພະຈິກ 2024 ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງກວາງຈິ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮວ່ມກັບແຂວງສະຫວັນນະເຂດ ຕາມໜັງສືເຊີນ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສະບັບເລກທີ 1977/ພຊສ.ສຂ, ລົງວັນທີ 30 ກັນຍາ 2024;
      ຈຸດປະສົງ ຂອງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ພະແນກຊັບພະຍາກອນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໃນຄັ້ງນີ້ ແມ່ນເພື່ອສ້າງກົນໄກການຮ່ວມມື, ແລກປ່ຽນປະສົບການ, ໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ຕອບໂຕ້ກັບການປ່ຽນແປງຂອງສະພາບດິນຟ້າອາກາດ  ລະຫວ່າງສອງແຂວງ ສະຫວັນນະເຂດ-ກວາງຈິ ແນໃສ່ເພື່ອຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງສອງແຂວງ ກໍ່ຄືບໍລິເວນຊາຍແດນ ແຂວງສະຫວັນນະເຂດ ສປປ ລາວ - ແຂວງກວາງຈິ ສສ ຫວຽດນາມ.
ໂດຍປະຕິບັດຕາມໜັງສືເຊີນດັ່ງກ່າວ ຄະນະຜູ້ແທນຝ່າຍພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງສະຫວັນນະເຂດ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນຳໂດຍ ສະຫາຍ ແສນສັກ ພິມວົງສາ, ກໍາມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເປັນຫົວໜ້າຄະນະ, ມີບັນດາສະຫາຍໃນຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ພາຍໃນພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ຕ້ອນຮັບຝ່າຍຄະນະຜູ້ແທນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງກວາງຈິ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ສະຫາຍ ນໍາໂດຍ ສະຫາຍ ເຈີນ ວັນ ກວາງ, ກໍາມະການພັກແຂວງ, ຫົວໜ້າພະແນກແຂວງ ເປັນຫົວໜ້າຄະນະ, ມີບັນດາສະຫາຍຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ກວາງຈິ ລວມມີ 11 ທ່ານ (ສຳລັບລາຍຊື່ຄະນະຜູ້ແທນທີ່ມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຕາມເອກະສານຄັດຕິດ ຊ້ອນທ້າຍມາພ້ອມນີ້).
       ການມາຮ່ວມເຮັດວຽກ ແລະ ຢ້ຽມຢາມ ໃນຄັ້ງນີ້ ຖືວ່າເປັນຄັ້ງທໍາອິດທີ່ທາງຄະນະຜູ້ແທນ ພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງກວາງຈິ ສສ ຫວຽດນາມ ໂດຍອີງຕາມບົດບັນທຶກການຮ່ວມມືຂອງການນໍາທັງ 2 ຝ່າຍ, ຄັ້ງວັນທີ 10 ກໍລະກົດ 2023 ຢູ່ທີ່ ນະຄອນດົງຮ່າ ແຂວງກວາງຈິ ສສ ຫວຽດນາມ, ເພື່ອເປັນການຜັນຂະຫຍາຍສາຍພົວພັນຮ່ວມມື ໃນວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມລະຫວ່າງສອງແຂວງ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ກອງປະຊຸມໃນຄັ້ງນີ້ ຕາງໜ້າຄະນະຜູ້ແທນທັງສອງຝ່າຍ ໄດ້ລາຍງານໃຫ້ກັນຊາບ ກ່ຽວກັບສະພາບການພັດ ທະນາເສດຖະກິດ-ສັງຄົມ ຂອງກັນ ແລະ ກັນຊາບ, ບັນດາຜົນສໍາເລັດ ຂອງການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາໂດຍສັງເຂບ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກງານໃນຂົງເຂດຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມຂອງຕົນ ໃຫ້ກັນ ແລະ ກັນຮັບຊາບ, ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງຜັນຂະຫຍາຍການຮ່ວມມື ໃນຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງສະ       ເໜີບັນດາການເຄື່ອນໄຫວໃໝ່ໃນຕໍ່ໜ້າ, ສະຫຼຸບຜົນຂອງກອງປະຊຸມ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມກັນ ກ່ຽວກັບບັນດາເນື້ອໃນຕ່າງໆ ດັ່ງນີ້:
1. ສອງຝ່າຍ ເຫັນດີເປັນເອກະພາບຮ່ວມກັນ ສະເໜີເອົາບົດບັນທຶກ ກອງປະຊຸມສະບັບນີ້ ເປັນບ່ອນອີງເພື່ອລາຍງານ ແລະ ສະເໜີອົງການປົກຄອງ ແຂວງສະຫັວນນະເຂດ ແລະ ຄະນະກຳມະການປະຊາຊົນ ແຂວງກວາງຈິ ຄົ້ນຄວ້າ ພິຈາລະນາ :
ເຫັນດີໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມສອງແຂວງ ສ້າງກົນໄກການຮ່ວມມື, ປະ ສານສົມທົບກັນ ໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ, ປົກປັກຮັກສາສິ່ງແວດລ້ອມ ແລະ ຕອບໂຕ້ກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ລະຫວ່າງສອງແຂວງ ສະຫວັນນະເຂດ-ກວາງຈິ ເພື່ອແນໃສ່ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງສອງແຂວງ ກໍ່ຄືບໍລິເວນຊາຍແດນ ແຂວງສະຫັວນນະເຂດ ສປປ ລາວ-ແຂວງກວາງຈິ ສສ ຫວຽດນາມ ຕາມບົດບັນທຶກການຮ່ວມມື ລະຫວ່າງ ການນໍາຂັ້ນສູງສອງແຂວງ ໃນຕໍ່ໜ້າ;
ສອງຝ່າຍເຫັນດີ ລົງນາມບົດບັນທຶກການຮ່ວມມື ກອງປະຊຸມພົບປະໃນຄັ້ງນີ້ ເພື່ອຕີລາຄາຜົນສໍາເລັດການຮ່ວມມືຂອງສອງຝ່າຍ. ພ້ອມດຽວກັນນີ້ ທັງສອງຝ່າຍຍັງເຫັນດີ ເປັນເອກະພາບໃນການຮ່ວມມື ແລະ ເປີດກອງປະ ຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສປປ ລາວ ກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງກວາງຈິ ສສ ຫວຽດນາມ ເຊິ່ງແຂວງກວາງຈິ ຈະເປັນເຈົ້າພາບໃນກາງປີ 2025;
2. ຄະນະຜູ້ແທນ ພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ກວາງຈິ ໄດ້ເຂົ້າຢ້ຽມຂ່ຳນັບການນຳຂອງແຂວງສະຫັວນນະເຂດ, ໂດຍການໃຫ້ກຽດຕ້ອນຮັບຂອງ ສະຫາຍ ແສນສັກ ສຸລິສັກ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ. 
3. ໃນໄລຍະການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ສະຫວັນນະເຂດ, ຄະນະຜູ້ແທນ ໄດ້ໄປຢ້ຽມຢາມສະຖານທີ່ ທີ່ມີຄວາມສຳຄັນທາງດ້ານວັດທະນະທຳເປັນຕົ້ນແມ່ນ: ເຂົ້າວາງກະຕ່າດອກໄມ້ອານຸສາວະລີ ປະທານໄກສອນພົມວິຫານ ແລະ ເຂົ້າວາງກະຕ່າດອກໄມ້ ອານຸສາວະລີ ປະທານໂຮຈີມິນ, ເຂົ້າໄຫ້ວສັກກາລະບູຊາພະທາດອີງຮັງ ທີ່ນະຄອນໄກສອນພົມວິຫານ.
4. ສອງຝ່າຍເຫັນດີ ເປັນເອກະພາບຮ່ວມກັນ ຕີລາຄາການຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງກວາງຈິ ຄັ້ງນີ້, ເປັນການຢັ້ງຢືນ ແລະ ສືບຕໍ່ເສີມຂຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ເປັນພື້ນຖານໃຫ້ແກ່ການຮ່ວມມືທີ່ເລິກເຊິ່ງ ລະຫວ່າງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງສອງແຂວງ;
5. ສອງຝ່າຍເຫັນດີເປັນເອກະພາບຮ່ວມກັນ ຊີ້ນຳຂະແໜງການທີ່ຂຶ້ນກັບ ຈັດຕັ້ງຜັນຂະຫຍາຍ, ສ້າງບັນດາເນື້ອໃນການຮ່ວມມືອັນລະອຽດ ຕາມຂົງເຂດທີ່ໄດ້ຮັບມອບໝາຍ ແນ່ໃສ່ຮັບໃຊ້ໃຫ້ແກ່ກອງປະຊຸມພົບປະ ເພື່ອຕີລາຄາການຮ່ວມມື ໃນປີ 2025, 



ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.