ພະແນກ ຊສ ແຂວງສະຫວັນນະເຂດ ສຳເລັດການ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຄະນະພະແນກການຕົນ

       ໃນຄັ້ງວັນທີ 19 ພຶດສະພາ 2022 ທີ່ຜ່ານມາ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ສໍາເລັດກອງປະຊຸມຄົ້ນຄວ້າ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂອງພະແນກການຕົນ ໂດຍການເປັນປະທານຂອງ ສະຫາຍ ພູທອນ ຍອດບູນເຮືອງ ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຊີ້ນໍາໂດຍ ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານ ການເມືອງແນວຄິດ, ວຽກພັກພະນັກງານ; ມີຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງ ແລະ ຄະນະຮັບຜິດຊອບການສ້າງແຜນກໍານົດພະນັກງານນໍາພາ  ຄຸ້ມຄອງຂັ້ນແຂວງ ເຂົ້າຮ່ວມ ທັງໝົດ 84 ທ່ານ;

ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ຕໍ່ໂຄງປະກອບບຸກຄະລາກອນ ເປົ້າໝາຍສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຜູ້ທີ່ຈະເປັນຫົວຫນ້າ, ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ; ຮອບ 2 ແລະ ຮອບ 3 ໂດຍອີງໃສ່ຜົນການທາບທາມໃນແຕ່ລະຮອບ ແລະ ມາດຕະຖານເງື່ອນໄຂ ທີ່ໄດ້ກໍານົດໄວ້. ຜ່ານການປະກອບຄໍາເຫັນ ກອງປະຊຸມໄດ້ເປັນເອກະພາບສູງ ຕົກລົງຮັບຮອງເອົາບຸກຄະລາກອນ ເຂົ້າໃນບັດທາບທາມແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຄະນະພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ ຮອບທີ 2 ແລະ ຮອບທີ 3, ໃນກອງປະຊຸມໄດ້ເປັນເອກະພາບສູງ ແລະ ຕົກລົງຮັບຮອງເອົາ ແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ. 


ກອງປະຊຸມ ດຳເນີນມາຮອດເວລາ 16 ໂມງ 00 ນາທີ ຂອງວັນດຽວກັນ ກໍ່ໄດ້ອັດລົງ, ດ້ວຍຜົນສຳເລັດຢ່າງຈົບງາມ ແລະ ມີຄວາມເປັນເອກະພາບສູງ.

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.