ສ້າງຂະບວນການ ອານາໄມລວມ ເພື່ອຄໍານັບຮັບຕ້ອນ ວັນສຳຄັນຕ່າງໆ

      ໃນຕອນບ່າຍ ຂອງວັນທີ 27 ພຶດສະພາ 2022 ພະແນກ ຊສ ແຂວງ ໄດ້ສ້າງຂະບວນການ ອານາໄມລວມ ຕາມອາຄານສະຖານທີ່ເຮັດວຽກ ແລະ ປູກດອກໄມ້ປະດັບ ລຽບຕາມແຄມຮົ້ວທາງດ້ານໜ້າ ຂອງພະແນກການຕົນ ທັງນີ້ກໍ່ເພື່ອຄໍານັບຮັບຕ້ອນວັນສຳຄັນຕ່າງ ເຊັ່ນ : ວັນກຳມະກອນສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັນນ້ອຍສາກົນ, ວັນສິ່ງແວດລ້ອມ ແລະ ເພື່ອຕ້ອນຮັບ ກອງປະຊຸມຄົ້ນຄວ້າ ແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຄະນະຂະແໜງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ທີ່ຈະໄຂຂຶ້ນໃນມໍ່ໆນີ້


ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.