ກອງປະຊຸມ ສະຫຼຸບວຽກງານ ຊສ ປະຈຳປີ 2021 ແລະ ແຜນການ ປີ 2022

ໃນເວລາ 8 ໂມງ 00 ນາທີ ຂອງວັນທີ 28 ເມສາ 2022 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມ ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ການປະຕິບັດແຜນງົບປະມານ ແລະ ແຜນການລົງທຶນລັດ ປະຈຳປີ 2021 ແລະ ແຜນການ ປີ 2022 ຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂຶ້ນໂດຍການເປັນປະທານ ຂອງທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍມີຄະນະພະແນກ, ຫົວໜ້າຫ້ອງການ ຊສ ເມືອງ/ນະຄອນ, ຫົວໜ້າຂະແໜງການ ອ້ອມຂ້າງພະແນກ ຊສ ແຂວງ ເຂົ້າຮ່ວມ  42 ທ່ານ, ເປັນກອງປະຊຸມຜ່ານລະບົບສື່ສານທາງໄກ ( Video Conference );

ໃນທີ່ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວ ວຽກງານປະຈຳປີ 2021 ແລະ ແຜນການແຜນປີ 2022 ຈາກ ທ່ານ ບຸນຍອດ ນາມເສນາ ຮອງຫົວຫນ້າ ພຊສ ແຂວງ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ຜົນງານອັນພົ້ນເດັ່ນ, ຂໍ້ຄົງຄ້າງ, ແຜນການຕໍ່ໜ້າ ແລະ ມາດຕາການຈັດຕັ້ງປະຕິບັດ; ຈາກນັ້ນ ບັນດາແຂກກອງປະຊຸມ ຍັງໄດ້ມີການປະກອບຄໍາເຫັນ ແລະ ທ່ານຫົວໜ້າຂະແຫນງການ ຂອງພະແນກ ໄດ້ຮັບກຽດໃຫ້ຂຶ້ນຊີ້ແຈງຂໍ້ສັກຖາມ ຂອງບັນດາຫ້ອງຫານ ຊສ ເມືອງ/ນະຄອນ ຕໍ່ການຕັ້ງຈັດປະຕິບັດວຽກງານດ້ານຕ່າງໆ ໃນໄລຍະຜ່ານມາເຊັ່ນ: ວຽກງານທີ່ດິນ, ວຽກງານສິ່ງແວດ ລ້ອມ, ອຸຕຸນິຍົມ ອຸທົກກະສາດ ແລະ ວຽກງານຈັດຕັ້ງພະນັກງານ ເຊິ່ງໄດ້ລົງເລີກຕື່ມອີກໃນແຕ່ລະດ້ານ ໂດຍ ສະເພາະ ແມ່ນຄາດຫມາຍຊຸກຍູ້ ການປະຕິບັດພັນທະທາງດ້ານສິ່ງແວດລ້ອມ ຂອງບັນດາໂຄງການພັດທະນາ; ການຈັດຕັ້ງປະຕິບັດການມີສ່ວນ ຮ່ວມລະຫວ່າງແຂວງ, ເມືອງ ແລະ ບ້ານກ່ຽວກັບຊັບພະຍາກອນນໍ້າ ແລະ ໄລຍະສຸດທ້າຍກອງປະຊຸມ ກໍ່ໄດ້ມີການປະຄໍາ ເຫັນຕໍ່ວຽກງານການປັບປຸງພາລະບົດໃຫມ່ ຂັ້ນເມືອງ/ນະຄອນ ຕາມຂໍ້ຕົກລົງ 5506/ກຊສ, 5507/ກຊສ  ວາລະສຸດທ້າຍ ຂອງກອງປະຊຸມ ທີ່ປະຊຸມໄດ້ມີ ຄວາມເຫັນເປັນເອກະພາບ ດັ່ງນີ້:

1.    ກອງປະຊຸມເຫັນດີ ເປັນເອກະພາບ ຮັບຮອງເອົາ ຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2021 ແລະ ແຜນການ ປີ 2022;

2.    ການຕັ້ງປະຕິບັດຄາດໝາຍ, ວຽນຈຸດສຸມຕ່າງໆ ຂອງແຜນການທີ່ວາງໄວ້ ໃນປີ 2022 ນັ້ັ້ນໃຫ້ຂະແຫນງການຂອງ ພຊສ ແຂວງ, ບັນດາ ຫຊສ ເມືອງ/ນະຄອນ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ພ້ອມທັງໃຫ້ມີການຕິດຕາມ, ຊຸກຍູ້ຢ່າງຕໍ່ເນື່ອງໃຫ້ເປັນປົກກະຕິ, ຖ້າຫາກບັນຫາໃດຍັງບໍ່ທັນລະອຽດ ບໍ່ທັນຈະແຈ້ງລະຫວ່າງຂະແຫນງການ ພຊສ ແລະ ຫຊສ ເມືອງ/ນະຄອນ ກໍ່ໃຫ້ປະສານສົມທົບກັນຕື່ມອີກ, ປະຕິບັດໄປລວງດຽວກັນ;

3.    ວຽກງານການປັບປຸງພາລະບົດບາດໃຫມ່ ຕາມຂໍ້ຕົກລົງ 5507/ກຊສ ສໍາລັບຂັ້ນເມືອງ ໃນເມືອງທີ່ບໍ່ທັນສຳເລັດ ແມ່ນສືບຈັດຕັ້ງປະຕິບັດ, ສ່ວນການປັບປຸງພາລະບົດບາດ ຫຊສ ຂັ້ນເມືອງ/ນະຄອນ ເມືອງໃດທີ່ບໍ່ທັນສໍາເລັດກໍ່ໃຫ້ສືບຕໍ່ຊຸກຍູ້, ຕິດຕາມຕື່ມ ເພື່ອໃຫ້ສໍາເລັດໂດຍໄວ;

4.    ການສ້າງຕັ້ງຫນ່ວຍງານອອກໃບຕາດິນໄລຍະ 02 ມີ 04 ເມືອງຄື: ເມືອງຈໍາພອນ, ເມືອງຊົນນະບູລີ, ເມືອງພະລານໄຊ ແລະ ເມືອງອາດສະພອນ ມອບໃຫ້ຂະແຫນງການອ້ອມຂ້າງ ພຊສ ແຂວງ ປະກອບ ພະນັກງານເຂົ້າຮ່ວມກັບຫນ່ວຍງານຂັ້ນເມືອງ ( ເປົ້າຫມາຍແມ່ນເອົາພະນັກງານ ທີ່ຜ່ານໂຄງການອອກ ໃບຕາດິນ ) ສົມທົບກັບຂະແຫນງທີ່ດິນ ເນື່ອງຈາກພະນັກງານຂະແຫນງທີ່ດິນ ມີຢູ່ນັ້ນບໍ່ພຽງພໍ ເພາະສ່ວນຫນຶ່ງ ແມ່ນໄດ້ປະກອບໃສ່ໂຄງການອອກໃບຕາດິນໄລຍະທີ 01 ມີ 03 ເມືອງໄປກ່ອນແລ້ວ;

5.    ການຜັນຂະຫຍາຍວາລະແຫ່ງຊາດ ໃນຂັ້ນເມືອງ/ນະຄອນ ແມ່ນໃຫ້ຕິດພັນ ກັບການຜັນຂະຫຍາຍແຜນພັດທະນາເສດຖະກິດສັງຄົມ ຂອງຂະແຫນງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ທີ່ສະພາປະຊາຊົນຂອງໄດ້ຮັບຮອງໄປແລ້ວນັ້ນ;

            ມາຮອດເວລາ 16 ໂມງ 20 ນາທີ ຂອງວັນດຽວກັນ ກອງປະຊຸມກໍ່ສິ້ນສຸດລົງ.

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.