ກອງປະຊຸມ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຄະນະຂະແໜງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ

ໃນວັນທີ 24-25 ພຶດສະພາ 2022 ຢູ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມຄົ້ນຄວ້າບຸກຄະລາກອນເຂົ້າໃນບັດ ທາບທາມ ແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຄະນະຂະແໜງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ຮອບ 2 ແລະ ຮອບ 3 ໂດຍການເປັນ ປະທານຂອງ ສະຫາຍ ພູທອນ ຍອດບູນເຮືອງ ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ຄະນະຮັບຜິດຊອບການສ້າງແຜນກໍານົດພະນັກງານນໍາພາ-  ຄຸ້ມຄອງຂັ້ນພະແນກ ເຂົ້າຮ່ວມ 103 ທ່ານ;

 


ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ຕໍ່ໂຄງປະກອບບຸກຄະລາກອນ ເປົ້າໝາຍສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຜູ້ທີ່ຈະເປັນຫົວຫນ້າ, ຮອງຫົວໜ້າຂະແໜງ ຂອງພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ; ຮອບ 2 ແລະ ຮອບ 3 ໂດຍອີງໃສ່ຜົນການທາບທາມໃນແຕ່ລະຮອບ ແລະ ມາດຕະຖານເງື່ອນໄຂ ທີ່ໄດ້ກໍານົດໄວ້.

ຜ່ານການປະກອບຄໍາເຫັນ ກອງປະຊຸມໄດ້ເປັນເອກະພາບສູງ ຕົກລົງຮັບຮອງເອົາບຸກຄະລາກອນ ເຂົ້າໃນບັດທາບທາມແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຄະນະຂະແໜງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ ສະຫວັນນະເຂດ ຮອບທີ 2 ແລະ ຮອບທີ 3, ໃນກອງປະຊຸມໄດ້ເປັນເອກະພາບສູງ ແລະ ຕົກລົງຮັບຮອງເອົາ ແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ສະຫວັນນະເຂດ ຕາມບົດບັນທຶກກອງປະຊຸມ ສະບັບລົງວັນທີ 25 ພຶດສະພາ 2022.



ກອງປະຊຸມ ດຳເນີນມາຮອດເວລາ 16 ໂມງ 00 ນາທີ ຂອງວັນດຽວກັນ ກໍ່ໄດ້ອັດລົງ, ດ້ວຍຜົນສຳເລັດຢ່າງຈົບງາມ ແລະ ມີຄວາມເປັນເອກະພາບສູງ.

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.