ສ້າງຂະບວນການ ຄໍານັບຮັບຕ້ອນ, ຊົມເຊີຍຜົນສໍາເລັດ ຂອງກອງປະຊຸມໃຫຍ່ ສາມໜ່ວຍພັກທີ່ຂຶ້ນກັບ ຮາກຖານພັກ ພຊສ ແຂວງ

        ໃນຕອນເຊົ້າ, ວັນທີ 21 ມັງກອນ 2022 ຮາກຖານກໍາມະບານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ສົມທົບກັບ ອົງການຈັດຕັ້ງ ຊາວໜຸ່ມ, ແມ່ຍິງ ຂອງ ພຊສ ໄດ້ພາກັນສ້າງຂະບວນການອອກແຮງງານອະນາໄມລວມ ພາຍໃນອາຄານ ແລະ ລຽບຕາມແຄມຮົ້ວດ້ານໃນ/ດ້ານນອກ ຂອງພະແນກການຕົນ ແລະ ໄດ້ອະນາໄມ ອຸປະກອນ-ເຄື່ອງມື ຂອງສະຖານີ ອຸຕຸນິຍົມ-ອຸທົກກະສາດແຂວງ ຢູ່ບ້ານທ່າແຮ່ ນະຄອນໄກສອນ ເພື່ອກຽມພ້ອມໃນການເຮັດໜ້າທີຕິດຕາມລາຍງານສະພາບ ຂອງການປ່ຽນແປງດິນຟ້າອາກາດໃຫ້ທວງທັນເວລາ.

        ທັງນີ້ກໍ່ເພື່ອເປັນການ ຄໍານັບຮັບຕ້ອນ, ຊົມເຊີຍຜົນສໍາເລັດ ຂອງກອງປະຊຸມໃຫຍ່ ສາມໜ່ວຍພັກທີ່ຂຶ້ນກັບ ຮາກຖານພັກ ພຊສ ແຂວງ, ພ້ອມດຽວກັນນັ້ນ ກໍ່ເພື່ອເປັນການສ້າງຜົນງານ ຄໍານັບຮັບຕ້ອນ ກອງປະຊຸມໃຫຍ່ຂອງຮາກຖານ ພຊສ ທີ່ຈະໄຂຂຶ້ນໃນມໍ່ໆນີ້, ເຊິ່ງມີຈໍານວນສະມາຊິກເຂົ້າຮ່ວມ ທັງໝົດ 65 ສະຫາຍ, ຍິງ 35 ສະຫາຍ



ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.