ກອງປະຊຸມສ່ອງແສງ ວຽກງານຊາວໜຸ່ມ-ເຍົາວະຊົນ ປະຈຳເດືອນມັງກອນ ປີ 2022

ໂດຍ: ພຊສ.ສຂ

ໃນວັນທີ 14 ມັງກອນ 2022 ເລຂາຊາວໜຸ່ມ ຮາກຖານພະແນກ ຊສ ແຂວງ  ພ້ອມດ້ວຍຄະນະ 02 ສະຫາຍ ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງ ວຽກງານຊາວໜຸ່ມ-ເຍົາວະຊົນ ຜ່ານທາງອອນລາຍ (Zoom Meeting) ໂດຍການເປັນປະທານຂອງທ່ານ ນາງ ບັງອອນ ພິມມະສານ ຮອງເລຂາຄະນະບໍລິຫານງານ ຊປປລ ແຂວງ, ເຊິ່ງມີບັນດາຫົວໜ້າຂະແໜງ, ຄະນະຮາກຖານ/ໜ່ວຍຊາວໜຸ່ມ ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ ທັງໝົດ 33 ສະຫາຍ, ຍິງ 13 ສະຫາຍ. ກອງປະຊຸມໄດ້ມີການລາຍງານການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານ ຂອງຄະນະຊາວໜຸ່ມແຂວງ ແລະ ຄະນະຊາວໜຸ່ມພະແນກການ ອ້ອມຂ້າງແຂວງ ໃນໄລຍະ 1 ເດືອນຜ່ານມາ.

ໂດຍໃນກອງປະຊຸມ ຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນ ແລະ ບາງຂໍ້ສະເໜີ ຂອງຄະນະຊາວໜຸ່ມພະແນກການອ້ອມຂ້າງແຂວງ ນອກຈາກນັ້ນ ຄະນະຊາວໜຸ່ມແຂວງ ແລະ ຫົວໜ້າຂະແໜງ ກໍ່ຍັງໄດ້ແນະນຳ ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບວຽກງານຂອງຕົນ ຕໍ່ຄະນະໜ່ວຍຊາວໜຸ່ມພະແນກການອ້ອມຂ້າງແຂວງ.

ກອງປະຊຸມ ໄດ້ປິດລົງໃນເວລາ 10:00 ນາທີ ຂອງວັນດຽວກັນ

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.