ຂະບວນການກິລາ ຄໍານັບຮັບຕ້ອນ ບັ້ນດໍາເນີນຊີວິດການເມືອງທ້າຍສະໄໝ ຂອງຮາກຖານພັກ ພຊສ ແຂວງ

       ໃນຕອນແລງ, ວັນທີ  14 ກຸມພາ 2022 ຄະນະພັກຮາກຖານພັກ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ນຳພາ ສາມໜ່ວຍພັກ ແລະ 5 ຂະແໜງການ ທີ່ຂຶ້ນກັບຮາກຖານພັກ ສ້າງຂະບວນການແຂ່ງຂັນກິລາ ຂຶ້ນຢ່າງຟົດຟື້ນ ເພື່ອເປັນການ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ ຂອງສາມໜ່ວຍພັກທີ່ຂຶ້ນກັບ ຮາກຖານພັກ ພຊສ ແຂວງ, ພ້ອມດຽວກັນນັ້ນ ກໍ່ເພື່ອເປັນການສ້າງຜົນງານ ຄໍານັບຮັບຕ້ອນ ບັ້ນດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມໂຄງປະກອບບຸກຄະລາກອນຄະນະພັກຮາກຖານ ຊຸດໃໝ່ ແລະ ກອງປະຊຸມໃຫຍ່ຂອງຮາກຖານ ພຊສ ທີ່ຈະໄຂຂຶ້ນໃນມໍ່ໆນີ້, ທັງເປັນການ ສ້າງຄວາມສາມັກຄີ, ຮັກແພງເຊິ່ງກັນ ແລະ ກັນ ລະຫວ່າງພະນັກງານ, ສະມາຊິກພັກ ໃຫ້ມີຄວາມໜັກແໜ້ນ ມີບັນຍາກາດເບີກບານມ່ວນຊື່ນ ພ້ອມກັນປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນແລະ ໜ້າທີ່ການເມືອງທີ່ພັກມອບໝາຍໃຫ້ສຳເລັດເປັນກ້າວໆ.

ເຊິ່ງການສ້າງຂະບວນການກິລາໃນຄັ້ງນີ້ ມີໜຶ່ງປະເພດຄື: ປະເພດກິລາບານເຕະ ໂດຍມີນຳຂອງແຂວງ, ທີມ ກິລາບານເຕະຍິງ 2 ທີມ, ທີມກິລາບານເຕະຊາຍ (ຊາວໝຸ່ມ) 2 ທີມ ແລະ ທີມກິລາບານເຕະອາວຸໂສການນຳຂອງພະແນກ ຊສແຂວງ, ຜົນການແຂ່ງຂັ້ນ ຊະນະເລີດບານເຕະຍິງ ແມ່ນທີມບານເຕະຂະແໜງທີ່ດິນ, ຮອງຊະນະເລີດບານເຕະຍິງ ແມ່ນທີມບານເຕະ ຂະແໜງບໍລິຫານ-ຈັດຕັ້ງ-ສິ່ງແວດລ້ອມ-ກວດກາ ແລະ ຊະນະເລີດບານເຕະຊາຍແມ່ນທີມບານເຕະ ອາວຸໂສການນຳຂອງພະແນກ ຊສແຂວງ ແລະ ຮອງຊະນະເລີດບານເຕະຊາຍ ແມ່ນທີມບານເຕະຊາຍ ແມ່ນທີມບານເຕະ ຊາວໜຸ່ມ ຂະແໜງບໍລິຫານ-ຈັດຕັ້ງ-ສິ່ງແວດລ້ອມ-ກວດກາ;


ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.