ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກ ຂະແໜງບໍລິຫານ ແລະ ຈັດຕັ້ງ

  ໃນວັນທີ 07 ມັງກອນ 2022ໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ທີ່ຂຶ້ນກັບຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ຂັ້ນຂອງຕົນ. ກອງປະຊຸມໄດ້ດັ່ງກ່າວ ໄຂຂຶ້ນທີ່ຫ້ອງປະຊຸມຊັ້ນ 04 ຂອງພະແນກ ຊສ ແຂວງໂດຍການເປັນປະທານຂອງ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ພຊສມີຕາງໜ້າ ຄະນະພັກຮາກຖານ ພຊສ, ຕາງໜ້າຈາກຄະນະຈັດຕັ້ງແຂວງ ແລະ ຄະນະກວດກາພັກແຂວງ ນອກຈາກນັ້ນຍັງມີ ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ທີຂຶ້ນກັບຮາກຖານພັກ ພຊສ ແຂວງ ຕະຫຼອດຮອດສະມາຊິກພັກທັງໝົດພາຍ ໃນໜ່ວຍ ມີຜູ້ເຂົ້າຮ່ວມ 33/16 ສະຫາຍ, ໃນກອງປະຊຸມ ສະຫາຍ ບຸນຊູ ວົງສະຫວັນ ຄະນະພັກຮາກຖານ, ຮອງເລຂາໜ່ວຍພັກ (ຊຸດເກົ່າ) ກໍ່ໄດ້ຂຶ້ນຜ່ານບົດລາຍງານການ ເມືອງໃນໄລຍະ 05 ປີ ( 2017-2021 )  ແລະ ວາງທິດທາງແຜນການ 05 ປີ (2022-2026) ໃນຕໍ່ໜ້າ ຂອງໜ່ວຍພັກຂະແໜງບໍລິ ຫານ ແລະ ຈັດຕັ້ງ ຢ່າງຮອບດ້ານ ໃນກອງປະຊຸມ ກໍ່ໄດ້ໂອລົມ ຈາກປະທານກອງປະຊຸມ ເຊິ່ງເພີ່ນໄດ້ເນັ້ນໜັກຫຼາຍບັນຫາທີສໍາຄັນ ແລະ ຄວນໄດ້ເອົາໃຈໃສ່ຄື: ສືບຕໍ່ສຶກສາອົບຮົມການເມືອງ - ແນວຄິດ ໃຫ້ພະນັກງານສະມາຊິກພັກໃຫ້ຮັບຮູ້ເຊື່ອມຊຶມ ຢ່າງເລິກເຊິ່ງ ກ່ຽວກັບກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ແນວທາງແຜນນະໂຍ ບາຍຂອງພັກ-ລັດ ວາງອອກ ໃນແຕ່ລະ ໄລຍະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດແຜນການໃຫ້ສຳເລັດ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງ, ກໍ່ສ້າງພະນັກງານທີ່ຢູ່ໃນຄວາມຮັບ ຜິດຊອບໃຫ້ມີຄຸນນະພາບ ເພື່ອສ້າງໃຫ້ໄດ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າມີຄວາມຫ້າວຫັນ ໃນໜ້າທີ່ວຽກງານໃຫ້ໄດ້ເຂົ້າຮ່ຳຮຽນເອກະສານ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາ ຊົນປະຕິວັດລາວ ພ້ອມນັ້ນປັບປຸງແບບແຜນວິທີເຮັດວຽກຂອງຄະນະໜ່ວຍພັກ, ລະບອບ ລາຍງານສ່ອງແສງໃຫ້ເປັນປົກກະຕິ ຮອດເວລາ 11 ໂມງ 30 ນາທີ ກອງປະຊຸມກໍ່ໄດ້ປິດລົງດ້ວຍຜົນສໍາເລັດ ຢ່າງຈົບງາມ.

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.