ກວດກາຄວາມຄືບໜ້າກໍ່ສ້າງ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງພະລານໄຊ

 

ໃນ​ວັນ​ທີ 04 ສິງຫາ 2021, ​ເວລາ 09:00 ໂມງ​ ຄະນະກໍາມະການຂັ້ນ ແຂວງ, ຂັ້ນເມືອງ ແລະ ຈາກພາກສ່ວນອ້ອມຂ້າງເຂົ້າຮ່ວມທັງໝົດ ຈໍານວນ 16 ທ່ານ ໄດ້ລົງກວດກາ​ຄວາມ​ຄືບໜ້າກໍ່ສ້າງ​ ​ຫ້ອງການ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ເມືອງພະລານໄຊ, ​ແຂວງ​ສະຫວັນນະເຂດ ເຊິ່ງໂຄງການດັ່ງກ່າວ ໄດ້ເປີດປະມູນໃນຄັ້ງວັນທີ 17 ພະຈິກ 2020, ສຳເລັດການປະມູນ ໃນວັນທີ 27 ພະຈິກ 2020, ເຊັນສັນຍາ ວັນທີ 8 ມັງກອນ 2021 ແລະ ພະແນກ ຊສ ແຂວງ ອອກໜັງສືສັງວຽກ ໃຫ້ບໍລິສັດດຳເນີນການກໍ່ສ້າງ ໃນວັນທີ 11 ມັງກອນ 2021 ( ໃບສັ່ງເລກທີ 037/ພຊສ.ສຂ ) ​ໂຄງການ​ກໍ່ສ້າງ​ຫ້ອງການ​ຊັບພະຍາກອນ​ທໍາ​ມະ​ຊາດ​ແລະ ສິ່ງ​ແວດ​ລ້ອມ ​ເມືອງພະລານໄຊ, ​ແຂວງ​ສະຫວັນນະເຂດ ​​ເປັນ​ອາຄານ 1 ຊັ້ນ, ຂະໜາດ 20 x 15 ​ແມັດ,​ ເຊິ່​ງ​ແມ່ນ​ ກຸ່ມບໍລິສັດຄູນໄຊ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ​ເປັນ​ຜູ້​ຮັບ​ເໜົາ​ໂຄງການ​ດັ່ງກ່າວ, ຜ່ານ​​ການຈັດຕັ້ງປະຕິບັດ​ວຽກການ​ໂຄງການ​ກໍ່ສ້າງ​ ໄດ້​ຈັດຕັ້ງປະຕິບັດສຳເລັດແລ້ວ 100% ແຕ່ຄັ້ງວັນ 26 ກໍລະກົດ 2021 ໃນມູນຄ່າທັງໝົດ 759.999.000 ກີບ.


ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.