ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດພິທີ ປະຖະກະຖາ ວັນສຳຄັນຕ່າງໆ


ໃນວັນທີ  30 ກໍລະກົດ 2021 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 4 ຂອງພະແນກຊັບພະຍາກອນທຳມະຊາດ  ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຈັດພິທີໂຮມຊຸມນຸມ ປະຖະກະຖາ ວັນສ້າງຕັ້ງພັກກອມມູນິດ ຄົບຮອບ 100 ປີ, ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 112 ປີ, ວັນເຊັນສັນຍາ ມິດຕະພາບ-ຮ່ວມມື ແລະ ການສ້າງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 78 ປີ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ  ແລະ ເອກະສານ ມະຕິກອງປະຊຸມໃຫຍ່  ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເລກທີ 25/ກມສພ ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 73 ຄົນ ຍິງ 41 ຄົນ ເຊິ່ງພິທີໄດ້ດຳເນີນຄືດັ່ງນີ້ :       

ໃນໂອກາດດັ່ງກ່າວ,ທ່ານ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊສ ແຂວງ ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສຳຄັນ ຄວາມເປັນມາ ວັນສ້າງຕັ້ງພັກກອມມູນິດ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ  ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນ ສະແດງໃຫ້ເຫັນເຖິງມູນເຊື້ອ ອັນສະຫງ່າອົງອາດ ກ້າຫານ ຂອງແມ່ຍິງລາວບັນດາເຜົ່າ ພາຍໃຕ້ການຊີ້ນຳ-ນຳພາອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຢ່າງພິລະອາດຫານ ຕ້ານຈັກກະພັດຜູ້ຮຸກຮານ ແລະ ການຄອບຄອງຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ຈາກນັ້ນທ່ານກໍ່ໄດ້ ສືບຕໍ່ບັນລະຍາຍເອກະສານ ມະຕິກອງປະຊຸມໃຫຍ່  ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເລກທີ 25/ກມສພ.       

ນອກຈາກນີ້ ໃນທີ່ຊຸມນຸມຍັງໄດ້ຮັບຟັງການບັນລະຍາຍ ເອກະສານວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 112 ປີ ໂດຍທ່ານ ບຸນຍອດ ນາມເສນາ ຄະນະພັກຮາກຖານ ຮອງຫົວໜ້າພະແນກ ຊສ ເພີ່ນໄດ້ເລົ່າຫວນຄືນເຖິງປະຫວັດຄວາມເປັນມາຂອງປະທານ ສຸພານຸວົງ ໃນການເຄື່ອນໄຫວແຕ່ລະໄລຍະ, ໂດຍສະເພາະແມ່ນມູນເຊື້ອການເຄື່ອນໄຫວພາລະກິດປະຕິວັດອັນອົງອາດກ້າຫານ, ເດັດດ່ຽວໜ່ຽວແໜ້ນ ຂອງປະທານສຸພານຸວົງ ຈົນກາຍເປັນນັກຮົບປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ ເປັນຜູ້ນຳຂອງພັກລັດ ທີ່ມີຄວາມສາມາດສະຫລາດສ່ອງໃສ, ເປັນນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງອັນໃສແຈ້ງ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ, ເປັນຜູ້ທີ່ມີຄຸນສົມບັດ ສິນທຳປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ ເປັນຜູ້ນຳທີ່ບໍລິສຸດປອດໃສ. ສະນັ້ນ, ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານລັດຖະກອນ ຕ້ອງໄດ້ຮຽນຮູ້ເອົາວິລະກຳຄຸນງາມຄວາມດີຂອງເພີ່ນ ແລະ ເຈດຈຳນົງແນວທາງນັ້ນ ໜູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນ ໃນການເຝິກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນສະມາຊິກພັກພະນັກງານຜູ້ດີເດັ່ນ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ສາມາດນຳພາໝູ່ຄະນະປະຕິບັດໜ້າທີ່ວຽກງານຢ່າງມີຜົນສຳເລັດ. ຕໍ່ຈາກນັ້ນ ທ່ານກໍ່ໄດ້ບັນລະຍາຍ ເອກະສານ ວັນເຊັນສັນຍາ ມິດຕະພາບຮ່ວມມື ແລະ ການສ້າງສາຍພົວພັນການທູດ ລາວຫວຽດນາມ ຄົບຮອບ 78 ປີ ໂດຍທ່ານໄດ້ຍົກໃຫ້ເຫັນ ສະພາບແວດລ້ອມແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງຄວາມສາມັກຄີພິເສດ ແລະ ການຮ່ວມືຮອບດ້ານລະຫວ່າງ ລາວຫວຽດນາມ, ຍົກໃຫ້ເຫັນໝາກຜົນອັນພົ້ນເດັ່ນຂອງການພົວພັນມິດຕະພາບ ແລະ ການຮ່ວມມື ແລະ ການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວຫວຽດນາມ.

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.