ພິທີມອບ-ຮັບ ໂຄງການກໍ່ສ້າງ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງພະລານໄຊ


ໃນວັນທີ 04 ສິງຫາ 2021 ໄດ້ມີພິທີມອບ-ຮັບຫ້ອງການ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງພະລານໄຊ ແຂວງສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າ ຮ່ວມຂອງທ່ານພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີທ່ານ ຄຳເກິ່ງ ສຸດທິເດດ ເຈົ້າເມືອງພະລານໄຊ, ມີບັນດາຄະນະຫ້ອງການ, ຂະແໜງການ ຂອງພະແນກ ຊສ ແລະ ທ່ານ ຄຳດີ ບົວທອງ ຕາງໜ້າ ກຸ່ມບໍລິສັດ ຄູນໄຊພັດທະນາ ກໍ່ສ້າງ ຈຳກັດຜູ້ດຽວ ພ້ອມດ້ວຍພະນັກງານ ພາຍໃນຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດ ລ້ອມເມືອງເຂົ້າຮ່ວມ.

        ໂຄງການກໍ່ສ້າງຫ້ອງການ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງພະລານໄຊ ໄດ້ເລີ່ມລົງມືກໍ່ສ້າງນັບ ແຕ່ວັນທີ 21 ມັງກອນ 2021 ແລະ ສຳເລັດການກໍ່ສ້າງແລ້ວ 100% ໃນວັນທີ 26 ກໍລະກົດ 2021 ໂດຍແມ່ນກຸ່ມບໍລິສັດ ຄູນໄຊພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາການກໍ່ສ້າງລວມມີມູນຄ່າການກໍ່ ສ້າງທັງໝົດ 759.999.000 ກີບເຊິ່ງເປັນອາຄານຊັ້ນດຽວເບຕົງເສີມເຫຼັກກໍ່ດ້ວຍດິນຈີ່ມຸງດ້ວຍກະເບື້ອງອາຄານດັ່ງກ່າວມີຂະໜາດ 20 ແມັດ x 15 ແມັດມີຈຳນວນ 07 ຫ້ອງ ປະກອບມີ: ຫ້ອງປະຊຸມ, ຫ້ອງເຮັດວຽກທ່ານຫົວໜ້າຫ້ອງການ, ຫ້ອງເຮັດວຽກຫ້ອງໜ່ວຍງານບໍລິຫານ ແລະ ຫ້ອງເຮັດວຽກໜ່ວຍງານວິຊາການ 02 ຫ້ອງຫ້ອງສາງເກັບມ້ຽນໃບຕາດິນ ແລະ ມີຫ້ອງນ້ຳຕິດກັບອາຄານ.

ໃນພິທີ ກໍ່ໄດ້ມີການເຊັນມອບ-ຮັບໂຄງການກໍ່ ສ້າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງພະລານໄຊ ຫຼັງໃໝ່ຢ່າງ ເປັນທາງການ.

ໂອກາດນີ້ທ່ານ ຄຳດີ ບົວທອງ ຕາງໜ້າ ກຸ່ມບໍລິສັດ ຄູນໄຊພັດທະນາ ກໍ່ສ້າງ ຈຳກັດຜູ້ດຽວ ກໍ່ໄດ້ຂຶ້ນກ່າວມອບຜົນສຳເລັດໂຄງການກໍ່ສ້າງຫ້ອງ ການດັ່ງກ່າວໃຫ້ກັບ ທ່ານຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ, ຈາກນັ້ນທ່ານພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກໍ່ໄດ້ຂຶ້ນເປັນກຽດກ່າວມອບ ຫ້ອງການຫຼັງໃໝ່ ໃຫ້ແກ່ທາງຫ້ອງການ ຊສ ເມືອງພະລານໄຊ ເປັນຜູ້ຄຸ້ມຄອງ-ນຳໃຊ້ ແລະ ປົກປັກຮັກສາຕໍ່ໄປ. 



ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.