ກອງປະຊຸມ ແລະ ຝຶກອົບຮົມ ຕິດຕາມຄວາມຄືບຫນ້າການປັບປຸງ ແລະ ປ້ອນຂໍ້ມູນເຂົ້າຖານຂໍ້ມູນ ການຂຶ້ນບັນຊີໂຄງການເຊົ່າ ເເລະ ສໍາປະທານທີ່ດິນ ຂອງລັດ (K4D)

ໃນລະຫວ່າງ ວັນທີ 18 ຫາ 24 ກໍລະກົດ 2021 ຢູ່ທີ່ພະແນກ ພຊສ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມ ແລະ ຝຶກອົບຮົມ ຕິດຕາມຄວາມຄືບຫນ້າການປັບປຸງ ແລະ ປ້ອນຂໍ້ມູນເຂົ້າຖານຂໍ້ມູນການຂຶ້ນບັນຊີໂຄງການເຊົ່າ ເເລະ ສໍາປະທານທີ່ດິນ ຂອງລັດຢູ່ແຂວງ ສະຫວັນນະເຂດ ແລະ ການທົດລອງນໍາໃຊ້ Drone ໃນການສໍາຫຼວດພື້ນທີ່ສໍາປະທານທີ່ດິນຂອງລັດ ໂດຍການເປັນປະທານ ຂອງທ່ານ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ພຊສ ແຂວງ ສະຫວັນນເຂດ, ທ່ານຄິດລະໄຊ ກ໋ອກມີລາ ຮອງຫົວໜ້າກົມທີ່ດິນ, ມີພະແນກທີ່ກ່ຽວຂ້ອງຂອງແຂວງ ແລະ ວິຊາການ ທີ່ມາຈາກກະຊວງ ແລະ ພະແນກ ຊສ ເຂົ້າຮ່ວມ.

👉ຄວາມເປັນມາ

ໃນຕົ້ນເດືອນ ສິງຫາ 2020 ຜ່ານມາ ພາຍໃຕ້ໂຄງການ k4d ໄດ້ລິເລີ່ມການຝຶກອົບຮົມໃນການນໍາໃຊ້ລະບົບຖານຂໍ້ມູນ ການຂຶ້ນບັນຊີໂຄງການເຊົ່າ ແລະ ສໍາປະທານທີ່ດິນ ຂອງລັດ (LCIS) ເຂົ້າໃນຂະບວນການປັບປຸງຖານຂໍ້ມູນການຂຶ້ນບັນຊີໂຄງການ ເຊົ່າ ແລະ ສໍາປະທານທີ່ດິນຂອງລັດຢ່າງເປັນລະບົບຕໍ່ເນື່ອງ ຢູ່ແຂວງ ສະຫວັນນະເຂດ. ໃນກອງປະຊຸມຝຶກອົບຮົມ ໄດ້ຕົກລົງກັນ ໃຫ້ ແຕ່ລະຂະແຫນງການຢູ່ສູນກາງ ແລະ ທ້ອງຖິ່ນ ສືບຕໍ່ກວດກາຂໍ້ມູນ ແລ້ວປັບປຸງ ຫຼື ປ້ອນເຂົ້າໃນຖານຂໍ້ມູນ LCIS ໂດຍທາງໂຄງການ k4d ໄດ້ສະຫນອງ ຄອມພິວເຕີຕັ້ງໂຕະ ໃຫ້ແຕ່ລະຂະແຫນງການ ເພື່ອນໍາໃຊ້ເຂົ້າໃນການປ້ອນຂໍ້ມູນ. ແຕ່ເຫັນວ່າ ການປ້ອນຂໍ້ມູນດັ່ງກ່າວ ແມ່ນບໍ່ມີຄວາມຄືບຫນ້າເທົ່າທີ່ຄວນ. ສະນັ້ນ, ເພື່ອເປັນການຕິດຕາມຄວາມຄືບຫນ້າ ຂອງວຽກການປັບປຸງຂໍ້ມູນດັ່ງກ່າວ ແລະ ່ ສືບຕໍ່ຈັດຕັ້ງປະຕິບັດ ແຜນວຽກຂອງໂຄງການ ທາງທິມງານຂອງສູນກາງ ຈຶ່ງມີແຜນລົງສົມທົບກັບຂະແຫນງການທີ່ກ່ຽວຂ້ອງຂອງ ່ ແຂວງ ເພື່ອຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການຈໍານວນຫນຶ່ງ ໃນລະຫວ່າງ ວັນທີ 18 ຫາ 24 ກໍລະກົດ 2021 ນີ້.

ເຫດຜົນທີ່ ບໍ່ໄດ້ມີການສືບຕໍ່ຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການ ພາຍຫຼັງການຝຶກອົບຮົມໃນເດືອນ ສິງຫາ 2020 ຜ່ານມາ ແມ່ນທາງຄະນະທີມງານໄດ້ພັດທະນາຄູ່ມືການນໍາໃຊ້ລະບົບ LCIS ແລະ ຂະບວນການປັບປຸງຖານຂໍ້ມູນ ແລະ ຂໍອະນຸມັດການຮັບຮອງລະບົບ LCIS ຈາກທ່ານລັດຖະມົນຕີ ຂອງ ກຊສ.

👉ຈຸດປະສົງ

1. ເພື່ອລາຍງານຄວາມຄືບຫນ້າ ການຈັດຕັ້ງປະຕິບັດການກວດກາຂໍ້ມູນ ແລະ ປ້ອນຂໍ້ມູນເຂົ້າລະບົບ LCIS ຂອງແຕ່ລະຂະແຫນງການ ຢູ່ສູນກາງ ແລະ ທ້ອງຖິ່ນ ພ້ອມທັງປຶກສາຫາລື ເພື່ອຊອກຫາວິທີທາງໃນການປັບປຸງຖານຂໍ້ມູນດັ່ງກ່າວຢູ່ແຂວງສະຫວັນນະເຂດ ໃຫ້ສໍາເລັດ;

2. ເພື່ອຝຶກອົບຮົມ ການທົດລອງນໍາໃຊ້ Drone ເຂົ້າໃນການສໍາຫຼວດພື້ນດິນທີ່ໄດ້ພັດທະນາແລ້ວ ຂອງໂຄງການເຊົ່າ ແລະ ສໍາປະທານ ທີ່ໄດ້ພັດທະນາແລ້ວ ທີ່ເຫັນວ່າຍັງບໍ່ທັນມີຄວາມຊັດເຈນ.

    
   
   


ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.