ກອງປະຊຸມ ແນະນໍາໂຄງການ ຄຸ້ມຄອງການນໍາໃຊ້ຢາຂ້າຫຍ້າ ຢູ່ເຂດກຸ່ມບ້ານອາສິງ, ເມືອງ ນອງ, ແຂວງສະຫວັນນະເຂດ




ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2019  ຢູ່ທີ່​ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງ ນອງ ພາຍໃຕ້ການເປັນປະທານຮ່ວມຂອງ  ທ່ານ ບຸນຍົມ ນວນລາສີ ກໍາມະການພັກເມືອງ, ຮອງເຈົ້າເມືອງໆ ນອງ  ແລະ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊີ່ງມີບັນດາ, ຂະແໜງການທີ່ກ່ຽວຂ້ອງ ແຂວງ ແລະ ເມືອງເປັນຕົ້ນ: ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ຂະແໜງແຜນການ,ສະ ຖິຕິ ແລະ ຂໍ້ມູນຂ່າວສານ, ຫ້ອງວ່າການປົກຄອງເມືອງ, ຫ້ອງການກະສິກໍາ-ປ່າ​ໄມ້ ເມືອງ, ຫ້ອງການ ຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການ ຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ຫ້ອງການສະຫະພັນແມ່ຍິງເມືອງ, ມີບັນດາບ້ານເປົ້າໝາຍທີ່ນອນຢູ່ໃນກຸ່ມບ້ານຂອງໂຄງການ ຈໍານວນ 09 ບ້ານຄື: ບ້ານອາສິງສະແນະ, ບ້ານອາສິງນາ, ບ້ານອາສິງສາລີ, ບ້ານກະແຫຼງພູ, ບ້ານ ອາປອກ, ບ້ານ ລະເດີ, ບ້ານ ປະລຽງ, ບ້ານປະລຽງເກົ່າ, ບ້ານ ແສນເກາະ ມີຜູ້ເຂົ້າຮ່ວມທັງໝົດ 36 ທ່ານ, ຍິງ 04 ທ່ານ.

       ຈຸດປະສົງ: ຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຂັ້ນເມືອງ ແລະ ບ້ານໃນການ ຈັດຕັ້ງປະຕິບັດ ຄຸ້ມຄອງສານເຄມີທີ່ເປັນອັນຕະລາຍ, ເພື່ອສ້າງກົນໄກ, ລະບຽບການການຄຸ້ມຄອງສານເຄມີ ແລະ ໄດ້ສະໜັບສະໜູນ ເຫັນດີໃນການຈັດຕັ້ງປະຕິບັດຄຸ້ມຄອງ ເພື່ອຫຼຸດຜ່ອນການນໍາໃຊ້ສານເຄມີທີ່ເປັນອັນຕະລາຍ, ໂດຍລວມຂອງໂຄງການບໍ່ພຽງແຕ່ເທົ່ານັ້ນ ປະຊາຊົນທີດໍາລົງຊີວິດຢູ່ໃນເຂດດັ່ງກ່າວນີ້ ຈະໄດ້ຮັບການສົ່ງເສີມການພັດທະນາ ການກະສິກໍາປູກຝັງແບບປອດສານ ພິດເພື່ອເປັນການປັບປຸງຄຸນນະພາບຊີວິດຂອງເຂົາເຈົ້ານອກຈາກນັ້ນ ຍັງໄດ້ມີການຕິດຕາມກວດກາຄຸນນະພາບນໍ້າຕາມນໍ້າສ້າງ, ນໍ້າບາດານ ແລະ ສາຍນໍ້າທີ່ສໍາຄັນໃນເຂດກຸ່ມບ້ານອາສິງ, ເມືອງນອງ, ແຂວງສະຫວັນນະເຂດ.




ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.