ກອງປະຊຸມສະຫຼຸບ ວຽກງານການເກັບກຳຂໍ້ມູນທາງດ້ານອຸຕຸນິຍົມ-ອຸທົກກະສາດ ແລະ ການຕິດຕາມກວດກາຄຸນນະພາບນໍ້າ



ໃນຕອນເຊົ້າເວລາ 8:30 ຂອງວັນທີ 03 ພຶດສະພາ ປີ 2019, ໄດ້ຈັດກອງປະຊຸມ ສະຫຼຸບວຽກງານເກັບກຳຂໍ້ມູນທາງດ້ານອຸຕຸນິຍົມ-ອຸທົກກະສາດ ແລະ ການຕິດຕາມກວດກາຄຸນນະພາບນໍ້າ ຢູ່ທີ່ຫ້ອງປະຊຸມສໍານັກງານປົກຄອງເມືອງ ຊົນນະບູລີ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄໍາມອນ ທິລາວົງ ຮອງເຈົ້າເມືອງໆ ຊົນນະບູລີ ແລະ ທ່ານ ໜູການ ອິນທະປັນຍາ ຮອງຫົວໜ້າພະແນກ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ. ກອງປະຊຸມມີຫົວໜ້າຂະແໜງຊັບພະຍາກອນນໍ້າ, ອຸຕຸນິຍິ ແລະ ອຸທົກກະ ສາດ; ຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ,ຄະນະຂະແໜງກວດກ, ຂະແໜງແຜນການ, ສະຖິຕິ ແລະ ຂໍ້ມູນຂ່າວສານ, ຫົວໜ້ໂຄງການ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການກະສິກຳ ແລະ ປ່າໄມ້ ແລະ ຫ້ອງວ່າການປົກຄອງເມືອງຊົນນະບູລີ, ວິຊາການຂັ້ນແຂວງ, ເມືອງ, ຄະນະນາຍບ້ານ4 ບ້ານຄື: ຕັ້ງຫວາຍໂຄກ, ແກ້ວຄໍາດີ, ຕັ້ງຫວາຍນໍ້າ ແລະ ໜອງສິມ ມີຈໍານວນຜູ້ເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 05 ທ່ານ;
ທ່ານ ປະທານກອງປະຊຸມໄດ້ຂຶ້ນກ່າວເປີດກອງປະຊຸມ ແລະ ມີຄໍເຫັນຕໍ່ກອງປະຊຸມ ຕໍ່ກັບວຽກງານດັ່ງກ່າວ, ຫຼັງຈາກນັ້ນ ທ່ານປິດຕາ ໄຊຍະລາດ ຮອງຫົວໜ້າຂະແໜງ ຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານໂຄງການ ການເກັບກໍາຂໍ້ມູນທາງດ້ານອຸຕຸນິຍົມ-ອຸທົກກະສາດ ແລະ ຕິດຕາມກວດກາຄຸນນະພາບນໍ້າ, ທິດທາງແຜນການຈັດຕັ້ງປະຕິບັດໃນສົກປີ2019;




ຕໍ່ຈາກນັ້ນ ທ່ານ ອຸຄຳ ພູນປະກອນ ຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ( ທີ່ປຶກສາໂຄງການ ) ໄດ້ຂຶ້ນລາຍງານຂໍ້ມູນ ກ່ຽວກັບສະພາບການປ່ຽນແປງປະລິມານນໍ້າ ແລະ ການປະເມີນຄຸນນະພາບນໍ້າໃນພື້ນທີ່ຂອງໂຄງ ການ, ຈາກນັ້ນກອງປະຊຸມກໍ່ໄດ້ສືບຕໍ່ໃຫ້ແຕ່ລະພາກສ່ວນສະ ເໜີຄໍາຄິດຄໍາເຫັນຕໍ່ກອງປະຊຸມໃນຫຼາຍບັນຫາຄື: ຕໍ່ກັບອຸປະສັກ ແລະ ບັນຫາສິ່ງທ້າທາຍຕ່າງໆ ໃນແຕ່ລະຂົງເຂດຕະຫຼອດຮອດບ້ານ ຊຶ່ງມີຄວາມຫຍຸ້ງຍາກ ແລະ ມີຄວາມຈໍາເປັນຫຼາຍດ້ານເຊັ່ນ: j ຂໍສະເໜີຊື້ເຮືອ; k ຖະໜົນຫົນທາງ; l ສັນຍານໂທລະສັບ; m ການແກ້ໄຂກ່ຽວກັບປັນຫານໍ້າເຄັມ.
ທ່ານ ປະທານກໍ່ໄດ້ມີຄໍາເຫັນ ແລະ ຊີ້ແຈງຕໍ່ກັບບັນດາຂໍ້ສະເໜີ ໃນກອງປະຊຸມ ພ້ອມທັງໄດ້ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດໃນວຽກງານດັ່ງກ່າວ. ພ້ອມທັງໄດ້ກ່າວປິດກອງປະຊຸມຢ່າງເປັນທາງການ.

ມາຮອດເວລາ 11: 30 ນາທີ ຂອງວັນດຽວກັນກອງປະຊຸມໄດ້ປິດລົງຢ່າງເປັນທາງການ.

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.