ກອງປະຊຸມວຽກງານ ຊັຍພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ປະຈໍປີ 2018 ແລະ ວາງທິດທາງແຜນການ ປີ 2019





   ໃນຕອນເຊົ້າເວລາ 08: 00 ນາທີ ຂອງວັນທີ່ 26 ເມສາ 2019 , ໄດ້ຈັດກອງປະຊຸມວິຊາການວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ປະຈໍາປີ 2018 ແລະ ວາງທທິດທາງແຜນການ ປີ 2019 ຢູ່ທີຫ້ອງປະຊຸມຊັ້ນ 04 ຂອງພະແນກດັ່ງກ່າວ ໃນກອງປະຊຸມ ມີຫົວໜ້າ, ຮອງຫົວໜ້າ ພະແນກ ຊສ ແຂວງ, ຫົວໜ້າ,ຮອງຫົວໜ້າ 08 ຂະແໜງການ, ພະນັກງານວິຊາການຂອງພະແນກ ຊສ, ນອກນັ້ນມີບັນດາ ຫົວໜ້າຫ້ອງການ ຊສ ນະຄອນ ໄກສອນພົມວິຫານ ແລະ ຫ້ອງການ ຊສ 14 ເມືອງ ພ້ອມດ້ວຍຫົວໜ້າໜ່ວຍງານ ໃນ 03 ໜ່ວຍງານ ຂອງຫ້ອງການ ຊສ ເມືອງ ມີຈໍານວນຜູ້ເຂົ້າຮ່ວມທັງໝົດ 164 ທ່ານ, ຍິງ 50 ທ່ານ.

      ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊສ ແຂວງ ໄດ້ຂຶ້ນກ່າວເປີດກອງປະຊຸມ ແລະ ພ້ອມທັງມີຄໍາຄິດເຫັນບາງບັນຫາຕໍ່ກອງປະຊຸມດັ່ງກ່າວ, ຫຼັງຈາກນັ້ນຮອງຫົວໜ້າພະແນກ ( ຜູ້ຊີ້ນໍາແຕ່ລະຂົງເຂດ ) ກໍ່ໄດ້ຂຶ້ນລາຍການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນໄລຍະຜ່ານມາ ຂອງຂົງເຂດວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019 ໃນຂົງເຂດຄວາມຮັບຜິດ ຊອບຂອງຕົນ ຈາກນັ້ນກໍ່ໄດ້ສືບຕໍ່ກອງປະຊຸມເປີດກວ້າງປຶກສາຫາລືປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນບາງບັນຫາເຊັ່ນ: ການອອກໃບຕາດິນ, ການກໍານົດເຂດປະເມີນລາຄາ, ການກໍາຈັດບັນຫາສິ່ງເສດເຫຼືອພາຍໃນຕົວເມືອງ... ຫຼັງຈາກນັ້ນກໍ່ພັກຜ່ອນ ຮັບປະທານອາຫານທ່ຽງ;
      ໃນເວລາ 13:00 ນາທີ ຂອງວັນດຽວກັນກໍ່ໄດ້ສືບຕໍ່ກອງປະຊຸມ ຂຶ້ນຜ່ານ ຂໍ້ຕົກລົງຂອງ ທ່ານ ຫົວໜ້າພະແນກ ຊສ ວ່າດ້ວຍການເປີດຂະບວນການແຂ່ງຂັນຮັກຊາດ ແລະ ຮັກພັດທະນາ ໃນວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຈໍາປີ 2019 ພ້ອມດ້ວຍເຊີນບັນດາຄະນະນໍາ ພຊສ ແລະ ຫ້ອງການ ຊສ ເມືອງ ອອກສູ່ເວທີ ເພື່ອຮ່ວມເຊັນບົດບັນທຶກ ແລະ ຈັບມືຂໍ້ແຂ່ງຂັນ;

          ໃນເວລາ 14:00 ນາທີ  ທ່ານ ທອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງ ໄດ້ກໍ່ເປັນກຽດເຂົ້າຮ່ວມກອງປະຊຸມ ເພື່ອໂອ້ລົມ ແລະ ໃຫ້ທິດຊີ້ນໍາແກ່ຜູ້ເຂົ້າຮ່ວມກອງປະຊຸມນໍາໄປຈັດຕັ້ງປະຕິບັດໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ.

          ມາຮອດເວລາ 16:00 ນາທີ ຂອງວັນດຽວກັນກອງປະຊຸມກໍ່ໄດ້ປິດລົງຢາງເປັນທາງການ.

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.