ກອງປະຊຸມສະຫຼຸບ ຂະບວນການແຂ່ງຂັນ 3 ດີ ປີ 2018 ແລະ ວາງທິດທາງແຜນການ 2019 ຂອງສະຫະພັນ ແມ່ຍິງຮາກຖານ ພຊສ ແຂວງສະຫັວນນະເຂດ





ໃນຕອນເຊົ້າເວລາ 08:00 ນາທີ ຂອງວັນທີ 03 ພຶດສະພາ 2019, ໄດ້ຈັດກອງປະຊຸມກອງປະຊຸມຂະບວນການແຂ່ງຂັນ 3 ດີ ປີ 2018 ແລະ ວາງທິດທາງປີ 2019 ຂອງສະຫະພັນແມ່ຍິງຮາກຖານພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຢູ່ທີ່ຫ້ອງປະຊຸມຊັ້ນ4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານ ກອງປະຊຸມຂອງທ່ານ  ພູທອນ ຍອດບຸນເຮືອງ ເລຂາພັກຮາກຖານ ພຊສ ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວວດລ້ອມແຂວງ, ມີຮອງປະທານສະຫະພັນແມ່ຍິງແຂວງ, ມີປະທານສະຫະພັນແມ່ຍິງຮາກຖານພຊສ,ຄະນະສະຫະພັນກຳມະບານຮາກຖານ ພຊສ, ມີຄະນະຮາກຖານຊາວໜຸ່ມ ພຊສ ພ້ອມດ້ວຍສະມາຊິກສາຫະພັນແມ່ຍິງ ພຊສ ແລະ ຄະນະສະຫະພັນແມ່ຍິງ ພະແນກແຜນການ ແລະ ການລົງທຶນ, ພະແນກພະລັງງານບໍ່ແຮ່, ອົງການ ຄພບ ແລະ ພະແນກສຶກສາແຂວງ, ລວມທັງໝົດ 49 ທ່ານ, ຍິງ 45 ທ່ານ.
ຈັດຕັ້ງພິທີ ໄດ້ກ່າວເປີດກອງປະຊຸມ, ຜ່ານມະຕິຕົກລົງ ຂອງຄະນະພັກວ່າດ້ວຍ ການອະນຸມັດເປີດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ, ຜ່ານມະຕິຕົກລົງຂອງຄະນະພັກ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳຂໍ້ແຂ່ງຂັນ 3 ດີ.
ໃນເວລາ 8: 50 ນາທີ ທ່ານປະທານ ສະຫະພັນແມ່ຍິງ ຮາກຖານພຊສ ໄດ້ຂື້້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິ ບັດ ຂໍ້ແຂ່ງຂັນ 3 ດີ ໃນໄລຍະຜ່ານມາ ແລະ ວາງ ທິດທາງແຜນການຕໍ່ໜ້າ ຜ່ານການຈັດຕັ້ງປະຕິບັດ ໃນປີ 2018 ສາມາດຄັດເລືອກໄດ້ ສະຫະພັນແມ່ຍິງ 3 ດີ ປະເພດໜຶ່ງມີ 69 ສະຫາຍເທົ່າກັບ 100% ແລະ ຮັບໃບຢັ້ງຢືນ 3 ດີໄດ້ 3ໜ່ວຍ, ໄດ້ຮັບໃບຢັ້ງຢືນ3 ດີ ໄດ້ 1 ຮາກຖານ, ຈາກນັ້ນຕາງໜ້າສະມາຊິກພາຍໃນຮາກຖານ ກໍ່ໄດ້ອອກມາຈັບມືກັນຢັ້ງຢືນຮັບຂໍ້ແຂ່ງຂັນ 3 ດີ

ຈາກນັ້ນ ທ່ານ ນາງ ແກ້ວພອນ  ເກດຕະວົງ ກໍ່ໄດ້ໂອລົມ ແລະ ໃຫ້ທິດຊີ້ນຳແກ່ ສະຫະພັນແມ່ຍິງພາຍໃນຮາກຖານ ພ້ອມກັນສຶບຕໍ່ຈັດຕັ້ງປະຕິບັດ ຂະບວນການຂໍ້ແຂງຂັນ 3 ດີໃຫ້ເຂັ້ມແຂງ ແລະ ກວ້າງຂວາງຂື້ນຕື່ມ ແລະ ຮັບຟັງການໂອລົມ ແລະ ຄໍາຍ້ອງຍໍຊົມເຊີຍຂອງ ທ່ານ ພູທອນ ຍອດບຸນເຮືອງ ເລຂາພັກຮາກຖານ ພຊສ ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວວດລ້ອມແຂວງ ພ້ອມທັງເນັ້ນໃຫ້ອ້າຍນ້ອງສະຫະພັນແມ່ຍິງຮາກຖານ ໃຫ້ສຶບຕໍ່ ຈັດຕັ້ງປະຕິບັດ ຂະບວນການຂໍ້ແຂ່ງຂັນ 3 ດີ ໃຫ້ໄດ້ຮັບໝາກຜົນເກີນຄາດໝາຍ.
ໃນເວລາ 11: 30 ນາທີຕ່າງໜ້າ ສະຫະພັນແມ່ຍິງ ພຊສ ແຂວງ ໄດ້ອອກຮັບຄຳໂອວາດຕັກເຕື່ອນຈາກຄະນະ ແລະ ກ່າວຄຳອວຍພອນ ໃຫ້ແກ່ຄະນະການນຳຂັ້ນເທິງ.
ມາຮອດເວລາ 16: 00  ນາທີ ຂອງວັນດຽວກັນກອງປະຊຸມໄດ້ປິດລົງຢ່າງເປັນທາງການ.

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.