3 ອົງການຈັດຕັ້ງມະຫະຊົນຂອງພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ໄດ້ສ້າງຂະບວນການອະນາໄມລວມເພື່ອຂໍານັບຮັບຕ້ອນກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງ ສະໄໝທີX.
3 ອົງການຈັດຕັ້ງມະຫະຊົນຂອງພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ໄດ້ສ້າງຂະບວນການອະນາໄມລວມເພື່ອຂໍານັບຮັບຕ້ອນກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງ
ສະໄໝທີX.
ໃນຕອນເຊົ້າເວລາ 9 ໂມງ 00 ນາທີ ຂອງວັນທີ 29 ສິງຫາ 2025 ພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ ໄດ້ສ້າງຂະບວນການອະນາໄມລວມໃຫ້ມີຄວາມສະອາດຈົບງາມອ້ອມຂ້າງພະແນກຂອງຕົນ, ທ່ານ ບູລິກາ ອິນທິລາດ, ຮອງເລຂາຄະນະພັກຮາກຖານ, ຮອງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ໃຫ້ທິດຊີ້ນຳ 3 ອົງການຈັດຕັ້ງມະຫະຊົນອ້ອມຂ້າງພະແນກຂອງຕົນໃຫ້ສ້າງຂະບວນການອະນາໄມລວມເປັນຂະບວນການຟົດຟື້ນເພື່ອຕ້ອນຮັບກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງ ສະໄໝທີ X
ນີ້ຖືວ່າເປັນຂະບວນການໃຫ່ຍສົມຄວນໃນການຂໍານັບຮັບຕ້ອນໃຫ້ແກ່ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງ ສະໄໝທີ X ເຊີ່ງກິດຈະກໍາເຮັດໃຫ້ຂະບວນການຄັ້ງນີ້ແມ່ນອະນາໄມພາຍໃນ ແລະ ພາຍນອກຮົ້ວຂອງພະແນກເກັບມຽ້ນເສດໃບໄມ້ແຫ້ງ, ກະປ໋ອງ, ຖົງຢາງ, ຕັດກີ່ງໄມ້, ຕັດຫຍ້າ ໃຫ້ເປັນລະບຽບງາມຕາ, ປ່ຽນ ແລະ ທຸຸງຊາດ, ທຸງພັກ, ຕິດທຸງທິວໃໝ່, ແປງຮົ້ວທີ່ເປ້ເພ.
ກິດຈະກຳທັງໜົດນີ້ແມ່ນໄດ້ຮັບການຊຸກຍູ້ຊີ້ນຳໆພາ ແລະ ຕິດຕາມຢ່າງໄກ້ສິດຈາກທ່ານ ບູລິກາ
ອິນທິລາດ, ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກກະສິກຳ
ແລະ ສີ່ງແວດລ້ອມ ແລະ ການອະນາໄມກໍ່ໄດ້ສີ້ນສຸດລົງໃນເວລາ 11:00 ນາທີຂອງວັນທີດຽວກັນ.
ไม่มีความคิดเห็น: