ພິທີສະເຫຼີມສະຫຼອງວັນສີ່ງແວດລ້ອມໂລກ ຄົບຮອບ 52 ປີ ແລະ ວັນສີ່ງແວດລ້ອມແຫ່ງຊາດ ຄົບຮອບ26 ປີ , ວັນທີ 5 ມີຖຸນາ2025
ສະເຫຼີມສະຫຼອງວັນສີ່ງແວດລ້ອມໂລກຄົບຮອບ52 ປີ ແລະ ວັນສີ່ງແວດລ້ອມແຫ່ງຊາດຄົບຮອບ26ປີ
ໃນຕອນເຊົ້າຂອງວັນທີ 7 ມີຖຸນາ 2025 ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ໄດ້ຈັດພິທີສະເຫຼີມສະຫຼອງວັນສີ່ງແວດລ້ອມໂລກຄົບຮອບ 52 ປີ ແລະ ວັນສີ່ງແວດລ້ອມແຫ່ງຊາດຄົບຮອບ 26 ປີ ວັນທີ 5 ມີຖຸນາ 2025 ທີ່ເດີ່ນພະທາດອິງຮັງ ບ້ານ ທາດອິງຮັງ ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ນ. ບຸນຄໍ້າ ວໍລິຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫັວນນະເຂດ, ມີທ່ານຮອງເຈົ້າງແຂວງ, ມີບັນທ່ານຮອງລັດຖະມົນຕີຈາກກະຊວງຕ່າງໆ, ມີທ່ານ ບາໂຄເດຍບູຄານອບ ຜູ້ຕ່າງໜ້າອົງການສະຫາປະຊາຊາດປະຈຳ ສປປ ລາວ, ມີທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ທ່ານຫົວໜ້າກົມ, ຫົວໜ້າຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ພ້ອມຄະນະ, ຄະນະຂະແໜງ, ຫ້ອງການຊສ ແລະ ນະຄອນຊສ ແລະ ພະແນກອ້ອມຂ້າງ, ພະນັກງານ- ລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມພິທີສະເຫຼີມສະຫຼອງທັງໜົດ 476 ທ່ານຍີງ 153.
ໃນພິທີສະເຫຼີມສະຫຼອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫັວນນະເຂດ ກ່າວໃນໂອກາດພິທິສະເຫຼີມສະຫຼອງວັນສີ່ງແວດລ້ອມໂລກ ຄົບຮອບ 52 ປີ ແລະ ວັນສີ່ງແວດລ້ອມແຫ່ງຊາດ ຄົບຮອບ 26 ປີ ໃນໂອກາດທີ່ມີຄວາມໜາຍຄວາມສຳຄັນນີ້ຂ້າພະເຈົ້າໃນນາມຄະນະພັກ-ຄະນະນຳຂອງແຂວງ ແລະ ໃນນາມສ່ວນຕົວຂໍຕີລາຄາສູງທີ່ສຸດທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ໄດ້ເລືອກເອົາແຂວງ ສະຫວັນນະເຂດຂອງພວກເອົາເປັນສະຖານທີ່ ຈັດຕັ້ງພິທີ ທີ່ມີຄວາມໜາຍ ແລະ ຕີລາຄາສູງຕໍ່ບັນດາທ່ານທີ່ໄດ້ເຂົ້າຮ່ວມພິທີຂອງພວກເຮົາໃນມື້ນີ້. ແຂວງສະຫວັນນະເຂດ ຖືເປັນໂອກາດທີ່ດີ ແລະ ຖືເອົາວັນດັ່ງກ່າວນີ້ ເພື່ອເປັນການກະຕຸກຊຸກຍູ້ ແລະ ສ້າງຈິດສໍານຶກໃຫ້ສັງຄົມໄດ້ຮັບຮູ້, ເຈົ້າໃຈ ທັງມີສວ່ນຮ່ວມໃນການປົກປັກຮັກສາສີ່ງແວດລ້ອມ ແລະ ທັງເປັນການປຸກລະດົມກໍາລັງໃຈອັນແຮງກ້າໃຫ້ປະຊາຊົນບັນດາເຜົ່າຂອງຊາວແຂວງສະຫວັນນະເຂດ ໄດ້ຮ່ວມແຮງຮ່ວມໃຈກັນຢ່າງຈີງຈັງເພື່ອທະນຸທະໜອມໂລກຂອງພວກເຮົາດ້ວຍການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ແກ້ໄຂບັນຫາສິ່ງແວດລ້ອມ, ພາຍໃຕ້ຄຳຂວັນ: ຫຼຸດຜ່ອນປາລາສະຕິກເພື່ອສີ່ງສີ່ງແວດລ້ອມທີສະອາດ ແລະ ສົດໃສ.
ຈາກນັ້ນທ່ານ ນ.ບຸນຄໍ້າ ວໍລິຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ກໍ່ໄດ້ກ່າວເປີດພິທີສະເຫຼີມສະຫຼອງໂດຍຍົກໃຫ້ເຫັນວ່າ: ການຫຼຸດຜ່ອນມົນລະພິດຈາກປລາສະຕິກ ນີ້ຕື່ມອີກໃນປີນີ້, ເພື່ອໃຫ້ທຸກປະເທດໃນໂລກຮັບຮູ້ເຖີງບັນຫາໄພອັນຕະລາຍຈາກຂີ້ເຫຍື້ອ ແລະ ຮຽກຮ້ອງໃຫ້ແກ້ໄຂຮ່ວມກັນໂດຍເລີ້ມຈາກການຫຼຸດຜ່ອນນຳໃຊ້, ການກັບມາໃຊ້ຄືນ ແລະ ກ້າວໄປເຖີງການນຳໃຊ້ຮູບແບບເສດຖະກິດໝູນວຽນ, ອີກທັງສະແດງຄວາມຄອບໃຈມາຍັງການນຳຂອງແຂວງສະຫວັນນະເຂດ ທີ່ໃຫ້ຄວາມສຳຄັນ ແລະ ຕ້ອນຮັບການສະເໜີໃນການເປັນເຈົ້າພາບສະເຫຼີມສະຫຼອງວັນສີ່ງແວດລ້ອມໂລກ ແລະ ແລະ ວັນສີ່ງແວດລ້ອມແຫ່ງຊາດ
ໃນວະລະຕໍ່ມາກໍ່ໄດ້ມີການຕັດແຖບຜ້າ ແລະ ຮັບທຸງໄຊ ເປັນເຈົ້າພາບຈັດງານສະເຫຼີມສະຫຼອງວັດສີ່ງແວດລ້ອມໂລກ ແລະ ວັນສີ່ງແວດລ້ອມແຫ່ງຊາດໃນປີຕໍ່ໄປ ມອບໂດຍທ່ານ ແສນສັກ ພິມວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ ແລະ ຮັບໂດຍທ່ານ ແສງເພັດ ຮຸ່ງດວງຈັນ ຮອງຫົວໜ້້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງຫຼວງພະບາງ.
ແລະ ມອບໃບຢັ້ງຢືນການປະຕິບັດພັນທະດ້ານສີ່ງແວດລ້ອມ( ປະເພດດີເດັ່ນ) ມອປະຈຳປີ2024 ມອບໂດຍທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ໃບຍ້ອງຍໍໃຫ້ທຸລະກິດທີ່ຮັບການໝາຍສປປ ລາວ ທີ່ປະຈາຈາກປລາສະຕິກໃນໂຮງແຮມ, ບ້ານພັກ ປແລະ ກາຄາເຟ ມອບໂດຍທ່ານ ວິລະສັກ ຈຸນດາຣ ຫົວໜ້າກົມສີ່ງແວດລ້ອມກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ .jpeg)

ພາຍຫຼັງທີ່ມີການພິທີເປັນທາງການແລ້ວການນຳຂອງແຂວງສະຫວັນນະເຂດ ກໍ່ໄດ້ນໍາພາການນໍາຂອງກະຊວງ, ແຂກຖືເຊີນ ແລະ ພາກສ່ວນຕາ່ງທີ່ກ່ຽວຂ້ອງຮ່ວມກັນປູກຕົ້ນໄມ້ທີ່ບໍລິເວນເດີ່ນພະທາດອີງຮັງຕາມຈຸຸດຕ່າງໆທີ່ກໍານົດໄວ້.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ
11:30 ນາທີຂອງວັນດຽວກັນ.
ไม่มีความคิดเห็น: