ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ

 


    ກອງປະຊຸມ ການຈັດຕັ້ງປະຕິບັດວຽກງານພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມປະຈຳປີ 2024 ແລະ ທິດທາງແຜນການປີ 2025.

ໃນຕອນເຊົ້າເວລາ 8 ໂມງ 00 ນາທີ ຂອງວັນທີ 21 ພຶດສະພາ 2025 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ໂພໄຊ ໄຂຄໍາພິທູນ ຮອງເຈົ້າແຂວງສະຫັວນນະເຂດ ແລະ ມີທ່ານ ແສນສັກ ພິມວົງສາ ຫົວໜ້າຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ພ້ອມຄະນະ, ຄະນະຂະແໜງ, ຫ້ອງການ ຊສ 14 ເມືອງ ແລະ 1 ນະຄອນ ແລະ ພະນັກງານ- ລັດຖະກອນ ເຂົ້າຮ່ວມທັງໜົດ 104 ທ່ານ ຍີງ 39 ທ່ານ.

ໃນພິທີກອງປະຊຸມທ່ານ ບູລິກາ ອິນທິລາດ ຮອງຫວົໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມໄດ້ຂື້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂະແໜງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 

         ວາລະຕໍ່ມາ, ໃນພິທີດັ່ງກ່າວທ່ານ ສີວິໄລພອນ ສີສຸວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ໄດ້ຂື້ນລາຍງານການຂື້ນທະບຽນການອອກໃບຕາດິນ, ການເຊົ້່າ ແລະ ສໍາປະທານທີ່ດິນລັດການຮັບຮູ້ສິດນຳໃຊ້ທີ່ດິນໃນ 3 ປະເພດປ່າ, ການຈັດສັນທີ່ດິນ ແລະ ການຫັນເປັນທັນສະໃໝ.

ຈາກນັ້ນ, ບັນດາຫົວໜ້າຂະແໜງ, ຫົວໜ້າຫ້ອງການຊສເມືອງ ແລະ ຫົວໜ້າ ຊສ ນະຄອນ ໄດ້ປະກອບຄໍາຄິດຄຳເຫັນຕໍ່ກອງປະຊຸມຢ່າງກົງໄປກົງມາ ແລະ ເຫັນດີເປັນເອກະພາບນໍາກັນຕໍ່ກັບບົດສະຫຼບດັ່ງກ່າວ

ຕໍ່ມາທ່ານ ແສນສັກ ພິມວົງສາ ກຳມະການພັກແຂວງ , ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ໄດ້ຂື້ນລາຍງານຜົນກອງປະຊຸມ ປະຈຳປີ 2024 ຂອງຂະແໜງຊສ ຕໍ່ທ່ານຮອງເຈົ້າແຂວງ, ໃນຕອນທ້າຍນີ້ໄດ້ມີການປະດັບຫຼຽນກາລະນືກ 70 ປີພັກປະຊາຊົນປະຕິວັດລາວໃຫ້ຈຳນວນ 02 ທ່ານ ເຊີ່ງໃຫ້ກຽດປະດັບໂດຍທ່ານຮອງເຈົ້າແຂວງ  ແລະໄດ້ມີການມອບໃບຍອ້ງຍໍໃຫ້ພະນັກງານ-ລັດຖະກອນຜູ້ທີ່ມີຜົນງານດີເດັ່ນ, ຈາກນັ້ນ, ກໍ່ໄດ້ມອບໃບຕາດິນໃຫ້ພະນັກງານບໍານານທີ່ໄດ້ຮັບຂໍ້ຕົກລົງວ່າດ້ວຍການຫັນສິດນຳໃຊ້ທີ່ດິນລັດເປັນສິດນຳໃຊ້ບຸກຄົນຢ່າງຂາດຕົວພ້ອມທັງປະກາດພະນັກງານໄດ້ຮັບອຸດໜູນບໍານານຕາມຂໍ້ຕົກລົງວ່າດ້ວຍອະນຸມັດໃຫ້ລັດຖະກອນຮັບອຸດໜູນບໍານານສະບັບເລກທີ 415/ຈຂ, ລົງວັນທີ 06 ມີນາ 2025 ແລະ ທ່ານຮອງເຈົ້າແຂວງໄດ້ໂອ້ລົມໃຫທິດຊີ້ນຳຕໍ່ກອງປະຊຸມ.

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:45 ນາທີຂອງວັນດຽວກັນ.

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.