ພະນັກງານ-ລັດຖະກອນພະແນກຊສແຂວງ ແລະ ພະແນກກະສິກຳແລະ ປ່າໄມແຂວງເຂົ້າຮ່ວມຮັບຟັງການເຜີຍແຜ່ ມະຕິຄະນະບໍລິຫານງານສູນກາງພັກວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ
.jpeg)
ກອງປະຊຸມເຜີຍແຜ່. ເຊື່ອມຊືມ, ມະຕິ ຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ.
ໃນຕອນເຊົ້າເວລາ 8 ໂມງ 00 ນາທີ ຂອງວັນທີ 22 ເມສາ 2025 ທີ່ຫ້ອງປະຊຸມຫໍວັດທະນາທໍາ ໄກສອນພົມວິຫານພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງຮ່ວມກັບພະແນກກະສິກຳແລະ ປ່າໄມ້ແຂວງ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊືມ, ມະຕິຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ, ໂດຍໃຫ້ກຽດເປັນປະທານຂອງທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ, ຊີ້ນໍາວຽກງານການເມືອງ-ແນວຄິດ, ພັກ- ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ , ມີບັນດາການຈັດຕັ້ງທີ່ກ່ຽວຂ້ອງ, ຄະນະພະແນກ ພຊສ, ຄະນະພະແນກກະສິກຳ ແລະ ປ່າໄມ້, ຄະນະຂະແໜງ ແລະ ພະນັກງານ- ລັດຖະກອນຂອງສອງພະແນກການ ເຂົ້າຮ່ວມທັງໜົດ 262 ທ່ານ ຍີງ 107 ທ່ານ.
ວາລະຕໍ່ມາ, ໃນພິທີດັ່ງກ່າວທ່ານ ແສນສັກ ພິມວົງສາ ກຳມະການພັກແຂວງ , ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ໄດ້ຂື້ນເຜີຍແຜ່ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ, ສະບັບເລກທີ 05/ສພຊ, ລົງວັນທີ 20ມີນາ 2025.
ຈາກນັ້ນ, ທ່ານ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ເຜີຍແຜ່ຄຳແນະນຳກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ສະບັບເລກທີ 483/ຄລສພ, ລົງວັນທີ 04 ເມສາ 2025.
ໃນຕອນທ້າຍນີ້ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຊີ້ນໍາວຽກງານການເມືອງ-ແນວຄິດ, ພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ມີຄຳເຫັນ ແລະ ໂອ້ລົມຕໍ່ກອງປະຊຸມຢ່າງກົງໄປກົງມາໄດ້ຍົກໃຫ້ເຫັນເຖິງເນື້ອໃນຄວາມໝາຍ,ຄວາມສຳຄັນຂອງມະຕິດັ່ງກ່າວພ້ອມທັງຍົກໃຫ້ຮູ້ສະພາບລວມ, ເຫດຜົນ ແລະ ຄວາມຈຳເປັນຂອງການປັບປຸງກົງຈັກການຈັດຕັ້ງ.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 10:30
ນາທີຂອງວັນດຽວກັນ.
ไม่มีความคิดเห็น: