ພະແນກຊັບພະຍາກອນທຳມະຊາດ ແລະ ແວດລ້ອມແຂວງ ສະຫວັນນະເຂດ ສະເຫຼີມສະຫຼອງງານບຸນປີໃໝ່ລາວສົ່ງທ້າຍປີເກົ່າ ພສ2567 ແລະ ຕ້ອນຮັບປີໃໝ່ ພສ 2568

 


    ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ໄດ້ຈັດກິດຈະກຳສະເຫຼີມສະຫຼອງປີໃໝລາວສົ່ງທ້າຍປີເກົ່າ ພສ 2567 ແລະ ຕອນຮັບປີໃໝ ພສ 2568 ຄສ2025 ດ້ອຍຄວາມຄຶກຄື້ນມ່ວນຊື່ນ.

        ໃນວັນທີ 10 ເມສາ 2025 ນີ້ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ໄດ້ມີພິທີບາສີສູ່ຂວັນ ເນື່ອງໃນໂອກາດງານບຸນປີໃໝ່ລາວສົ່ງທ້າຍປີເກົ່າ ພສ 2567 ແລະ ຕອນຮັບປີໃໝ ພສ 2568 ຄສ 2025 ດ້ວຍຄວາມຄຶກຄື້ນເບີກບານມວ່ນຊື່ນ ພາຍໃນງານຄັ້ງນີ້ນຳພາໂດຍທ່ານ ແສນສັກ ພິມວົງສາ ກໍມະການພັກແຂງ, ເລຂາພັກຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ມີບັນດາຄະນະພະແນກ, ພະນັກງານບໍານານ, ຄະນະຂະແໜງ,  ພະນັກງານພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ແລະ ພະແນກການອ້ອມຂ້າງ ທີ່ເຂົ້າຮ່ວມ, ຫຼັງຈາກນັ້ນກໍ່ໄດ້ມີພິທີບາສີສູ່ຂວັນ ອ່ວຍພອນປີໃໝ່ ແລະ ຫົດສົງພະນັກງານບໍານານ, ຄະນະພະແນກ ແລະ ຄະນະຂະແໜງ ດ້ວຍນໍ້າຫອມເຊີ່ງກັນ ແລະ ກັນຕາມຮີດຮອງປະເພນີ ແລະ ຮ່ວມຮັບປະທານອາຫານທ່ຽງ ຈັດງານສ້າງສັນຢ່າງເບີກບານມາວນຊື່ນ.

ເນື່ອງໃນໂອກາດບຸນປີໃໝ່ລາວສົ່ງທ້າຍປີເກົ່າ ພສ 2567 ແລະ ຕອນຮັບປີໃໝ ພສ 2568 ຄສ 2025 ທ່ານ ແສນສັກພິມວົງສາ ກຳມະການພັກແຂວງ ເລຂາພັກຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ກໍ່ໄດ້ຖືໂອກາດນີ້ກ່າວອ່ວຍພອນໄຊອັນປະເສີດໃຫ້ການນຳພັກ-ລັດ, ພະນັກງານບຳນານ, ແຂກທີ່ເຂົ້າຮ່ວມງານ, ຕະຫຼອດຮອດເຖີງພະນັກງານລັດຖະກອນພະແນກຊັບພະຍາ ກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ຈົ່ງມີສຸຂະພາບແຂງແຮງ, ມີພະລະນາໄມສົມບູນມີຜົນສຳເລັດໃນໜ້າທີ່ວຽກງານໃຫ້ກ້າວໜ້າ ແລະ ຍີ່ງໃຫ່ຍກວ່າເກົ່າ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.