ປະກາດແຕ່ງຕັ້ງ ທ່ານ ແສນສັກ ພິມວົງສາ ເປັນຫົວໜ້າພະແນກ ຊສ ຜູ້ໃໝ່ ແລະ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊສ ຜູ້ເກົ່າ ອອກພັກການ-ຮັບອຸດໜູນບຳນານ

ໃນຕອນບ່າຍ ຂອງວັນທີ 26 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດພິທີປະກາດ ພະນັກງານອອກພັກການ-ຮັບອຸດໜູນບຳນານ ພ້ອມກັນນັ້ນ ກໍ່ປະກາດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກ ຊສ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຕາງໜ້າຈາກຄະນະຈັດຕັ້ງແຂວງ, ກວດກາ ພັກ-ລັດແຂວງ, ແຂກຖືກເຊີນ, ຄະນະພັກ-ຄະນະນຳ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຂົງເຂດວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນຕອນຕົ້ນຂອງພິທີ ທ່ານ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາພັກຮາກຖານ ຫົວໜ້າພະ ແນກຊັບພະຍາກອນທຳມະຊາດ ແຂວງ (ຄົນເກົ່າ) ໄດ້ຜ່ານບົດສະຫຼຸບການຊີ້ນຳ-ນຳພາ ວຽກງານຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ໃນໄລຍະຜ່ານມາ.

ຈາກນັ້ນ, ຕາງໜ້າພະແນກການພາຍໃນແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງ ທ່ານ ເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 1935/ຈຂ, ລົງວັນທີ 04 ກັນຍາ 2023 ວ່າດ້ວຍການອະນຸມັດ ໃຫ້ ທ່ານ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາພັກຮາກຖານ ຫົວໜ້າພະແນກ ຊສ ແຂວງສະຫວັນນະເຂດ ອອກພັກການ-ຮັບອຸດໜູນບຳ ນານນັບແຕ່ວັນທີ 01 ກໍລະກົດ 2023 ເປັນຕົ້ນໄປ. ຈາກນັ້ນ, ຕາງໜ້າໃຫ້ທາງຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈຳພັກ ແຂວງສະຫວັນນະເຂດ ເລກທີ 1812/ຄປພຂ, ລົງວັນທີ 12 ກັນຍາ 2023 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານ ພະແນກ ຊສ ແຂວງສະຫວັນນະເຂດ ໂດຍໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ແສນສັກ ພິມວົງສາ ກຳມະການພັກແຂວງ ເປັນເລຂາຄະນະພັກຮາກຖານ ພຊສ ແຂວງສະຫວັນນະເຂດ ແລະ ຜ່ານຂໍ້ຕົກລົງ ຂອງ ທ່ານ ເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການ ແຕ່ງຕັ້ງທ່ານ ແສນສັກ ພິມວົງ ສາ ເປັນຫົວໜ້າພະແນກ ຊສ ແຂວງ (ຄົນໃໝ່) ສະບັບເລກທີ 2057/ຈຂ ລົງວັນທີ 12 ກັນຍາ 2023.

ໂອກາດນີ້, ທ່ານຮອງເລ ຂາພັກແຂວງ ສະຫວັນນະເຂດ ກໍ່ໄດ້ໃຫ້ກຽດ ມອບຂໍ້ຕົກລົງ ໃຫ້ທ່ານ ແສນສັກ ພິມວົງສາ ແລະ ທ່ານ ພູທອນ ຍອດບຸນເຮືອງ ຈາກນັ້ນໃນຕອນທ້າຍຂອງພິທີ ກໍ່ໄດ້ມີການມອບ-ຮັບໜ້າທີ່ ຢ່າງເປັນທາງການລະຫວ່າງ ທ່ານ ຫົວໜ້າພະແນກ ຊສ ຄົນເກົ່າ ແລະ ທ່ານ ຫົວໜ້າພະແນກ ຊສ ຄົນໃໝ່.



ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.