ປະກາດແຕ່ງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານພັກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

ໃນຕອນບ່າຍ ຂອງວັນທີ 22 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງພະແນກ ຊສ ແຂວງ ໄດ້ຈັດພິທີປະກາດສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານພັກ ພະແນກພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໂດຍການເປັນປະທານ ຂອງ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາພັກຮາກຖານ ຫົວໜ້າພະແນກ  ຊສ ແຂວງ, ມີການຈັດຕັ້ງກ່ຽວຂ້ອງ ພ້ອມດ້ວຍຄະນະພັກ-ຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງການອ້ອມຂ້າງພະແນກ, ບັນດາສະຫາຍສະມາຊິກພັກ ແລະ ພະນັກງານພາຍ ໃນພະແນກການເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ປິດຕາ ໄຊຍະລາດ ຄະນະພັກຮາກຖານ ພະແນກ ຊສ ແຂວງ ໄດ້ຂຶ້ນຜ່ານບົດລາຍງານການນຳພາ-ຊີ້ນຳ ວຽກງານຂອງຄະນະພັກຮາກຖານ ໃນໄລຍະຜ່ານມາໂດຍສັງເຂບ ຕໍ່ຈາກນັ້ນ, ຕາງໜ້າຈາກຄະນະຈັດຕັ້ງແຂວງ ກໍ່ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ ຂຶ້ນກັບຮາກຖານພັກພັກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສະບັບເລກທີ 1838/ຄປພຂ, ລົງວັນທີ 13 ກັນຍາ 2023 ຊຶ່ງໄດ້ອະນຸມັດສ້າງຕັ້ງ ໜ່ວຍພັກຂະແໜງສິ່ງແວດລ້ອມ ແລະ ປ່ຽນແປງດິນຟ້າອາ ກາດ; ສ້າງຕັ້ງໜ່ວຍພັກ ຂະແໜງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພ້ອມກັນນັ້ນ ກໍ່ໄດ້ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຕ່າງໆ ທີ່ຂຶ້ນກັບພະແນກ ຊສ ແຂວງສະຫວັນນະເຂດ ຄືດັ່ງນີ້:

ຄະນະໜ່ວຍພັກ ຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ : ສະຫາຍ ຫົງຄຳ ລີລາວັນ ເປັນເລຂາໜ່ວຍ ພັກ, ສະຫາຍ ພົນລະຄອນ ສຸລິວົງ ເປັນຮອງເລຂາທັງເປັນຜູ້ກວດ ກາໜ່ວຍພັກ, ສະຫາຍ ລັດສະໝີ ພົມມະວົງສາ ເປັນກຳມະການ; ຄະນະໜ່ວຍພັກຂະແໜງທີ່ດິນ: ສະຫາຍ ວົງເດືອນ ອ່ອນແກ້ວ ເປັນເລຂາ, ສະຫາຍ ນາງ ທິດາວັນ ສິດທິໂສ ເປັນຮອງເລຂາ ທັງເປັນຜູ້ກວດກາໜ່ວຍພັກ, ສະຫາຍ ແຫຼມທອງ ແດນອຸໄທ ເປັນກຳມະການ; ຄະນະໜ່ວຍພັກຂະ ແໜງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ: ສະຫາຍ ນາງ ປານທິບ ລາຊະຈັກ ເປັນເລຂາ, ສະຫາຍ ອິນປະເສີດ ສີຫາລາດ ເປັນຮອງເລຂາ ທັງເປັນຜູ້ກວດກາໜ່ວຍພັກ, ສະຫາຍ ພອນໄຊ ບຸນທະວີໃສ ເປັນກຳມະການ; ຄະນະໜ່ວຍພັກຂະແໜງ ສິ່ງແວດລ້ອມ ແລະ ປ່ຽນແປງດິນຟ້າອາກາດ: ສະຫາຍ ປິດຕາ ໄຊຍະລາດ ເປັນເລຂາ, ສະຫາຍ ຊາຊີ ໄຊຍະບຸດ ເປັນຮອງເລຂາ ທັງເປັນຜູ້ກວດກາໜ່ວຍພັກ, ສະຫາຍ ແກ້ວອຸດອນ ເພັດດາວົງ ເປັນກຳມະການ ແລະ ຄະນະໜ່ວຍພັກຂະແໜງ ກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແມ່ນສະຫາຍ ກາລິນໄທ ລຽບວິໄຊນະວັງເປັນເລຂາ, ສະຫາຍ ເພັດສະໄໝ ອິນແກ້ວດວງດີ ເປັນຮອງເລຂາ ທັງເປັນຜູ້ກວດກາໜ່ວຍພັກ ແລະ ສະຫາຍ ນາງ ນວນລະຫົງ ອິນທິລາດ ເປັນ ກຳມະການໜ່ວຍພັກ.

ໃນຕອນທ້າຍຂອງພິທີທີ່ ສະຫາຍ ພູທອນ ຍອດບຸນເຮືອງ ກໍ່ໄດ້ຕາງໜ້າຄະນະພັກຂັ້ນເທິງ ຂຶ້ນມອບມະຕິຕົກລົງຂອງຄະນະປະຈຳພັກແຂວງ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ຢ່າງສົມກຽດ.

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.