ກອງປະຊຸມ ທາບທາມ ຄະນະໜ່ວຍພັກຊຸດໃໝ່ ແລະ ສ້າງໜ່ວຍພັກໃໝ່ ທີ່ຂຶ້ນກັບຮາກຖານພັກ ພະແນກ ຊສ ແຂວງສະຫວັນນະເຂດ

          ໃນຕອນເຊົ້າ ຂອງວັນທີ 01 ກັນຍາ 2023 ທີ່ຜ່ານມາ ຮາກຖານພັກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມ ປະເມີນທາບທາມ ຄະນະໜ່ວຍພັກຊຸດໃໝ່ ແລະ ການສ້າງຕັ້ງໜ່ວຍພັກໃໝ່ ທີ່ຂຶ້ນກັບຮາກຖານພັກ ພະແນກ ຊສ ແຂວງ ພາຍໃການເປັນປະທານ ຂອງສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໂດຍມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມທັງໝົດ 72 ສະຫາຍ ຍິງ 30 ສະຫາຍ.

       ໃນທີ່ປະຊຸມ ສະຫາຍ ປິດຕາ ໄຊຍະລາດ ຄະນະພັກຮາກຖານ ຮອງປະທານກວດກາພັກຮາກຖານ, ຮອງເລຂາໜ່ວຍພັກ ຂະແໜງບໍລິຫານ-ຈັດຕັ້ງ ໄດ້ຜ່ານມະຕິຕົກລົງ 57/ພຊສ ລົງວັນທີ 30 ສິງຫາ 2023 ຂອງຄະນະພັກຮາກຖານ ພຊສ.ສຂ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ກອງເລຂາ ປະເມີນ, ທາບທາມຄະນະໜ່ວຍພັກຊຸດໃໝ່ທີ່ຂຶ້ນກັບ ຮາກຖານພັກ ພຊສ ແຂວງ. ຈາກນັ້ນ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານກໍໂອ້ລົມ ແລະ ກ່າວໃຫ້ທິດຊີ້ນຳຕໍ່ກອງປະຊຸມປະເມີນທາບທາມ ຄະນະໜ່ວຍພັກຊຸດໃໝ່ ທີ່ຂຶ້ນກັບຮາກຖານພັກ ພະແນກ ຊສ ແຂວງ ໃນຄັ້ງນີ້.

        ກ່ອນຈະປະເມີນທາບທາມ  ສະຫາຍ ຫົງຄຳ ລີລາວັນ ຄະນະກຳມະການກອງເລທີ່ປະຊຸມ ໄດ້ຜ່ານມາດຖານເງື່ອນໄຂ ເປົ້າໝາຍທາບທາມ ຄະນະໜ່ວຍພັກຊຸດໃໝ່ ໃຫ້ສະມາຊິກພັກໃນທີ່ປະຊຸມໄດ້ຮັບຊາບ ຈາກນັ້ນກອງປະຊຸມ ກໍ່ໄດ້ດຳເນີນການປ່ອນບັດທາບທາມ ຄະນະໜ່ວຍພັກຊຸດໃໝ່ ທີ່ຂຶ້ນກັບຮາກຖານພັກ ພະແນກ ຊສ ແຂວງ ແລະ ກອງປະຊຸມໄດ້ສຳເລັດການທາບທາມປະເມີນຜົນ ໃນເວລາ 12:00 ນາທີ ຂອງວັນດຽວກັນ.

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.