ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ປະກາດການຈັດຕັ້ງ

 

ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ ຂອງພະແນກ ຊສ ແຂວງສະຫວັນນະເຂດ ຂຶ້ນໃນວັນທີ 21 ກໍລະກົດ ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ຂອງພະແນກ ຊສ ແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບົວສອນ ມະຫາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາພະແນກການກ່ຽວຂ້ອງຂອງແຂວງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 14 ເມືອງ ແລະ 1 ນະຄອນເຂົ້າຮ່ວມ.               

ໂອກາດດັ່ງກ່າວ, ທ່ານ ສຳພັນ ພັນລານ ວ່າການຫົວໜ້າຂະແໜງພະນັກງານຄະນະຈັດຕັ້ງແຂວງ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂັ້ນພະແນກ ຊຶ່ງມີລາຍລະອຽດດັ່ງນີ້: ເຈົ້າແຂວງສະຫວັນນະເຂດ ຕົກລົງແຕ່ງຕັ້ງທ່ານ ສີວິໄລພອນ ສີສຸວົງ ຊຶ່ງໃນເມື່ອກ່ອນເປັນຫົວໜ້າຫ້ອງການບໍລິຫານ, ແຜນການ ແລະ ການເງິນ ຂຶ້ນເປັນຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ; ພ້ອມກັນນັ້ນ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ຈຳນວນ 20 ທ່ານ ຊຶ່ງມີລາຍລະອຽດດັ່ງນີ້: ເຈົ້າແຂວງສະຫວັນນະເຂດ ຕົກລົງແຕ່ງຕັ້ງທ່ານ ຫົງຄຳ ລີລາວັນ ເປັນຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ; ແຕ່ງຕັ້ງທ່ານ ພົນລະຄອນ ສຸລິວົງ ເປັນຮອງຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ; ແຕ່ງຕັ້ງທ່ານ ລັດສະໝີ ພົມມະວົງສາ ເປັນຮອງຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ; ແຕ່ງຕັ້ງທ່ານ ລຳມອນ ຫອມສີລາຮັກ ເປັນຮອງຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ; ແຕ່ງຕັ້ງທ່ານ ວົງເດືອນ ອ່ອນແກ້ວ ເປັນຫົວໜ້າຂະແໜງທີ່ດິນ; ແຕ່ງຕັ້ງທ່ານ ນາງ ທິດາວັນ ສົດທິໂສ ເປັນຮອງຫົວໜ້າຂະແໜງທີ່ດິນ; ທ່ານ ແຫຼມທອງ ແດນວິໄລ ເປັນຮອງຫົວໜ້າຂະແໜງທີ່ດິນ; ແຕ່ງຕັ້ງທ່ານ ສຸລິສັນ ສີສົມສະຫວັດ ເປັນຮອງຫົວໜ້າຂະແໜງທີ່ດິນ; ແຕ່ງຕັ້ງທ່ານ ນາງ ປານທິບ ລາຊຈັກ ເປັນຫົວໜ້າຂະແໜງນ້ຳ ແລະ ອຸຕຸນີຍົມ; ແຕ່ງຕັ້ງທ່ານ ອິນປະສິດ ສີຫາລາດ ເປັນຮອງຫົວໜ້າຂະແໜງນ້ຳ ແລະ ອຸຕຸນີຍົມ; ແຕ່ງຕັ້ງທ່ານ ພອນໄຊ ບຸນທະວີໃສ ເປັນຮອງຫົວໜ້າຂະແໜງນ້ຳ ແລະ ອຸຕຸນີຍົມ; ແຕ່ຕັ້ງທ່ານ ສະກຸນໄຊ ອະໂນໄທ ເປັນຮອງຫົວໜ້າຂະແໜງນ້ຳ ແລະ ອຸຕຸນີຍົມ; ແຕ່ງຕັ້ງທ່ານ ປິດຕາ ໄຊຍະລາດ ເປັນຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ; ແຕ່ງຕັ້ງທ່ານ ຊາຊີ ໄຊຍະບຸດ ເປັນຮອງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ; ແຕ່ງຕັ້ງທ່ານ ແກ້ວອຸດອນ ເພັດດາວົງ ເປັນຮອງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ; ແຕ່ງຕັ້ງທ່ານ ອັກຄີເດດ ເກດອູຄຳ ເປັນຮອງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ; ແຕ່ງຕັ້ງ ທ່ານກາລິໄທ ລຽບວິໄຊນະວັງ ເປັນຫົວໜ້າຂະແໜງກວດກາຊັບພະຍາກອນທຳມະຊາ ແລະ ສິ່ງແວດລ້ອມ; ແຕ່ງຕັ້ງທ່ານ ເພັດສະໄໝ ອິນແກ້ວດວງດີ ເປັນຮອງຫົວໜ້າຂະແໜງກວດກາຊັບພະຍາກອນທຳມະຊາ ແລະ ສິ່ງແວດລ້ອມ; ແຕ່ງຕັ້ງທ່ານ ນາງ ນວນລະຫົງ ອິນທິລາດ ເປັນຮອງຫົວໜ້າຂະແໜງກວດກາຊັບພະຍາກອນທຳມະຊາ ແລະ ສິ່ງແວດລ້ອມ; ແຕ່ງຕັ້ງທ່ານ ສຸລິຍາ ບຸນຍະວົງ ເປັນຮອງຫົວໜ້າຂະແໜງກວດກາຊັບພະຍາກອນທຳມະຊາ ແລະ ສິ່ງແວດລ້ອມ;

ໃນໂອກາດນີ້, ທ່ານ ບົວສອນ ມະຫາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ໄດ້ມີຄຳຄິດຄຳເຫັນຕໍ່ຜູ້ທີ່ໄດ້ຮັບຕຳແໜ່ງໃໝ່ ໂດຍທ່ານໄດ້ມີທິດຊີ້ນຳໃຫ້ມອບວຽກງານຕ່າງໆໃຫ້ລະອຽດ, ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ໆໄດ້ຮັບມອມໝາຍ, ໃຫ້ຖືສຳຄັນການຮັກສາຄວາມສາມັກຄີພາຍໃນຂະແໜງ-ພາຍໃນພະແນກການຕົນ, ມີຄວາມໂອບເອື້ອອາລີ, ຮູ້ພັດທະນາວຽກ, ພັດທະນາຕົນເອງ, ພັດທະນາການຈັດຕັ້ງຢ່າງຮອບດ້ານ, ຮູ້ຄອງຕົນ, ຄອງຄົນ ແລະ ຄອງວຽກ....




ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.