ຮາກຖານພັກ ພຊສ ມອບໃບຢັ້ງຢືນ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ແກ່ 3 ໜ່ວຍພັກ

     ໃນຕອນເຊົ້ນ ຂອງວັນທີ 21 ກໍລະກົດ 2023 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ຈັດພິທິມອບໃບຢັ້ງຢືນ ໜ່ວຍພັກ ປອດໃສ, ເຂັ້ມແຂງໜັກແໜ້ນ ໃຫ້ແກ່ 3 ໜ່ວຍພັກ ທີ່ຂຶ້ນກັບຮາກຖານພັກພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

ໃນພິທີຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບຮອງເອົາໜ່ວຍພັກ  ປອດໃສເຂັ້ມແຂງໜັກແໜ້ນ ຂອງ 3 ໜ່ວຍພັກຄື: ໜ່ວຍພັກຂະແໜງຈັດຕັ້ງ-ບໍລິຫານໜ່ວຍພັກຂະແໜງທີ່ດິນ ແລະ ໜ່ວຍພັກຂະແໜງນ້ຳ-ສິ່ງແວດລ້ອມ. ຈາກນັ້ນກໍ່ໄດ້ມອບ ໃບຢັ້ງຢືນໜ່ວຍພັກ ປອດໃສເຂັ້ມແຂງໜັກແໜ້ນ ໃຫ້ກັບ 3 ໜ່ວຍພັກ ທີ່ຮັບຮອງໃນຄັ້ງນີ້ໃຫ້ກຽດ ມອບໂດຍ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຮັບໂດຍສະຫາຍ ສີວິໄລພອນ ສີສຸວົງ ເລຂາໜ່ວຍພັກຂະແໜງຈັດຕັ້ງ-ບໍລິຫານສະຫາຍ ຫົງຄຳ ລິລາວັນ ຮອງເລຂາໜ່ວຍພັກຂະແໜງທີ່ດິນ ແລະ ສະຫາຍ ອູຄຳ ພູນປະກອນ  ເລຂາໜ່ວຍພັກຂະແໜງນ້ຳ-ສິ່ງແວດລ້ອມ. 




ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.