ການສ້າງ, ການປັບປຸງ ແລະ ການຈັດຕັງປະຕິບັດ ນິຕິກຳໃຕ້ກົດໝາຍ (ຂໍ້ຕົກລົງຂອງທ່ານເຈົ້າແຂວງ) ໃນຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ໃນຂົງເຂດວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສາມາດສ້າງນິຕິກຳໃຕ້ກົດໝາຍ (ຂໍ້ຕົກລົງຂອງທ່ານເຈົ້າແຂວງ) ໄດ້ຈຳນວນ 03 ນິຕິກຳ ປະກອບດ້ວຍ: ນິຕິກຳວ່າດ້ວຍການກຳນົດລາຄາທີ່ດິນ ແລະ ສິ່ງປຸກສ້າງ, ນິຕິກຳ ວ່າດ້ວຍແຜນຈັດສັນທີ່ດິນເບື້ອງຕົ້ນ, ນິຕິກຳ ວ່າດ້ວຍ "ການຄຸ້ມຄອງສິ່ງເສດເຫຼືອ ໃນທົ່ວແຂວງສະຫວັນນະເຂດ" ແລະ ຈະໄດ້ກະກຽມປັບປຸງໃໝ່ ມີ 01 ນິຕິກຳ ຄື: ນິຕິກຳວ່າດ້ວຍການກຳນົດລາຄາທີ່ດິນ ແລະ ສິ່ງປຸກສ້າງ, ການຈັດຕັ້ງປະຕິບັດ ບັນດານິຕິກຳດັ່ງ ມີຄືດັ່ງນີ້:

1.     ນິຕິກຳ ວ່າດ້ວຍການກຳນົດເຂດປະເມີນລາຄາທີດິນ ແລະ ສິ່ງປຸກສ້າງ ທົ່ວແຂວງສະຫວັນນະເຂດ:

ມາຮອດປະຈຸບັນເປັນເວລາ 2 ປີເຄິ່ງ (2,6 ປີ) ທີ່ຈັດຕັ້ງປະຕິບັດ ນິຕິກຳໃຕ້ກົດໝາຍ ວ່າດ້ວຍການກຳນົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ທົ່ວແຂວງສະຫວັນນະເຂດ ສະບັບປັບປຸງ ເລກທີ 1919/ຈຂ.ສຂ ລົງວັນທີ 04 ພະຈິກ 2020, ເຊິ່ງປ່ຽນແທນ ນິຕິກຳໃຕ້ກົດໝາຍ ສະບັບເລກທີ 0385/ຈຂ.ສຂ ລົງວັນທີ 14 ກຸມພາ 2018.

ຜົນສັກສິດ ຂອງນິຕິກຳດັ່ງກ່າວ ແມ່ນໄດ້ມີຜົນສັກສິດ ນັບແຕ່ວັນທີ່ລົງລາຍເຊັນ ແລະ ຫຼັງຈາກນິຕິກຳ ໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ, ຈາກນັ້ນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກໍ່ໄດ້ເປັນເຈົ້າການ ໃນການຈັດພິມປື້ມນິຕິກຳໃຕ້ກົດໝາຍ ວ່າດ້ວຍການກຳນົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ທົ່ວແຂວງສະຫວັນນະເຂດ ແລ້ວນຳສົ່ງໄປຍັງພະແນກການ, ກົມກອງ, ຫ້ອງການ ແລະ ພາກສ່ວນຕ່າງໆ ພ້ອມທັງໄດ້ອອກແຈ້ງການເລກທີ 1870/ພຊສ.ສຂ ລົງວັນທີ 27 ພະຈິກ 2020 ເຖິງບັນດາຫົວໜ້າຫ້ອງການ ຊສ ເມືອງ/ນະຄອນ  ພາຍໃນແຂວງ ໃຫ້ນຳໃຊ້ເຂດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ສະບັບໃໝ່ 1919/ຈຂ.ສຂ ລົງວັນທີ 04 ພະຈິກ 2020 ເປັນເອກະພາບກັນໃນທົ່ວແຂວງ ຜ່ານການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ ມາເປັນເວລາ 2 ປີເຄິ່ງ ເຫັນວ່າມີອັນຕັ້ງໜ້າ ຜົນໄດ້ຮັບຈາກການເຄື່ອນໄຫວຈົດທະບຽນທີ່ດິນ ແລະ ສິ່ງປຸກສ້າງ ເປັນຕົ້ນ ການມອບໂອນ, ສືດທອດມູນມໍລະດົກ, ຄ້ຳປະກັນເງິນກູ້, ຄ້ຳປະກັນ, ເລີກຖອນ ແລະ ອື່ນໆ  ປະຕິບັດໄດ້ 9.500 ຕອນ ທຽບໃສ່ໄລຍະດຽວ ຂອງການນຳໃຊ້ນິຕິກຳສະບັບເກົ່າ (0385/ຈຂ.ສຂ ລົງວັນທີ 14 ກຸມພາ 2018 ປະຕິບັດໄດ້ 7.785 ຕອນ) ເຫັນວ່າເພີ່ມຂຶ້ນ 1.715 ຕອນ ຫຼື 22,03 ສ່ວນຮ້ອຍ ໂດຍລວມການນຳໃຊ້ນິຕິກຳໃຕ້ກົດໝາຍດັ່ງກ່າວ ແມ່ນມີຄວາມສະຫງົບ ແລະ ເປັນທີ່ຍອມຮັບຂອງສັງຄົມ;

  ຈາກການຕິດຕາມແຕ່ລະໄລຍະ ກໍ່ຍັງພົບເຫັນວ່າ ອັດຕາການຄິດໄລ່ ເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ຢູ່ໃນເຂດຊານເມືອງ ຂອງບາງເມືອງ ຍັງເຫັນວ່າແຕກໂຕນກັບບາງເຂດຊານເມືອງໆອື່ນ ທີ່ການພັດທະນາທ່າແຮງດ້ານເສດຖະກິດ ເຂດໃກ້ຄຽງກັນ ຈຶ່ງຍັງເຮັດໃຫ້ການເຄື່ອນໄຫວທາງດ້ານທີ່ດິນ ໃນເຂດດັ່ງກ່າວ ບໍ່ຄຶກຄື້ນແຜ່ຫຼາຍ ເທົ່າທີ່ຄວນ;

2.     ນິຕິກຳ ວ່າດ້ວຍແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງແຂວງສະຫວັນນະເຂດ:

ພາຍຫຼັງທີ່ ແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງແຂວງສະຫວັນນະເຂດ ໄດ້ຖືກຮັບຮອງ (ມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 02/ສພຂ.ສຂ ລົງວັນທີ 13 ມັງກອນ 2021) ຈາກນັ້ນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກໍ່ໄດ້ຈັດກອງປະຊຸມຮ່ວມກັບພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ໄດ້ເປັນເອກະພາບກັນ ນຳສະເໜີອົງການແຂວງ ອອກຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງແຂວງສະຫັວນະເຂດ ສະບັບເລກທີ 0811/ຈຂ.ສຂ ລົງວັນທີ 04 ພຶດສະພາ 2021 ໂດຍພະແນກ ຊສ ເປັນຜູ້ຕິດ ຕາມການດຳເນີນ ການຈັດສັນທີ່ດິນຂອງບັນດາຂະແໜງການ ມາຮອດປະຈຸບັນເຫັນວ່າມີ 1 ຂະແໜງການ ຄື: ຂະແໜງກະສິກຳ ແລະ ປ່າໄມ້ ທີ່ໄດ້ດຳເນີນການເກັບກຳຂໍ້ມູນ, ກຳນົດເຂດເນື້ອທີ່ດິນກະສິກຳ-ທີ່ດິນປ່າໄມ້ ໄດ້ 14 ເມືອງ/1 ນະຄອນ, ສ່ວນຂະແໜງການ ອຸດສະຫະກໍາ-ກ້ານຄ້າ, ຂະແໜງ ໂຍທາທິການ-ຂົນສົ່ງ ແລະ ກົມກອງ ປກສ-ປກຊ,ຂະແໜງການອື່ນໆ ແມ່ນຢູ່ໃນຂັ້ນຕອນ ການສ້າງແຜນງານອັນລະອຽດ ເພື່ອສະເໜີຂໍງົບປະມານ ທີ່ຈະນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດແຜນຈັດສັນປະເພດທີ່ດິນ ທີ່ຂະແໜງການຕົນຄຸ້ມຄອງ; ໃນກອງປະຊຸມ ຄັ້ງວັນທີ 21/10/2022 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ແນະນຳ 9 ບາດກ້າວ ແລະ ຂັ້ນຕອນຕ່າງໆ ໃນການດຳເນີນການຈັດສັນທີ່ດິນແຕ່ລະປະເພດ ໃຫ້ແກ່ບັນດາພະແນກການພ້ອມກັນນັ້ນທີ່ປະຊຸມຍັງໄດ້ເຫັນດີເປັນເອກະພາບ ທາງດ້ານໜ້າວຽກທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ ເຊິ່ງມີທັງໝົດ 6 ວຽກໃຫຍ່;

        ຜ່ານການຕິດຕາມການຈັດຕັ້ງປະຕິບັດ ແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງບັນດາຂະແໜງການ ທີ່ຄຸ້ມຄອງທີ່ດິນແຕ່ລະປະເພດ ທີ່ກຳນົດໄວ້ໃນພາກທີ IV ມາດຕາ 31 ຂອງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ເລກທີ 70/ສພຊ ລົງວັນທີ 21 ມີຖຸນາ 2019 ແລະ ຕາມມະຕິ 02/ສພຂ.ສຂ. ແມ່ນຍັງຊັກຊ້າ, ໃນບາງຂະແໜງການ ການແບ່ງໜ້າທີ່ຄວາມຮັບຜິດຊອບ ລະຫວ່າງສາຍຕັ້ງ ແລະ ສາຍຂວາງຂັ້ນທ້ອງຖິ່ນ ຍັງບໍ່ທັນລະອຽດຈະແຈ້ງ, ຂະແໜງການຕ່າງໆ ກໍ່ຂາດງົບປະໃນການໃນການຈັດຕັ້ງປະຕິບັດ  ແລະ ຕີລາຄາ ຂອດການປະສານສົມທົບ ລາຍງານຄວາມຄືບໜ້າ ກໍ່ຍັງຊັກຊ້າ.

3.     ການສ້າງນິຕິກຳໃຕ້ກົດໝາຍ ວ່າດ້ວຍ "ການຄຸ້ມຄອງສິ່ງເສດເຫຼືອ ໃນທົ່ວແຂວງສະຫວັນນະເຂດ"

ນິຕິກຳໃຕ້ກົດໝາຍ ວ່າດ້ວຍ "ການຄຸ້ມຄອງສິ່ງເສດເຫຼືອ ໃນທົ່ວແຂວງສະຫວັນນະເຂດ" ໄດ້ຖືກຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ສະຫວັນນະເຂດ ຊຸດທີ II ພິຈາລະນາຮັບຮອງເອົາ ດ້ວຍຄະແນນເຫັນດີ 47 ຄະແນນ ແລະ ຄະແນນບໍ່ເຫັນດີ 4 ຄະແນນ;

ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ປັບປຸງ, ແກ້ໄຂ ບາງເນື້ອໃນຕາມຄຳເຫັນຂອງສະພາປະຊາຊົນແຂວງ ແລະ ໄດ້ປະຊຸມຄະນະຮັບຜິດຊອບເນື້ອໃນ ທີ່ຖືກແຕ່ງຕັ້ງ ປະກອບດ້ວຍພະແນກຍຸຕິທຳແຂວງ, ອົງການປົກຄອງແຂວງ, ພະແນກ ຊສ. ພາຍຫຼັງທີ່ປັບປຸງ, ແກ້ໄຂຮ່າງນິຕິກຳແລ້ວ ກໍ່ໄດ້ນຳສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ເຊີ່ງປະກອບມີ ອົງການປົກຄອງແຂວງ, ພະແນກຍຸຕິທໍາແຂວງ, ຄະນະກຳມະການເສດຖະກິດ, ແຜນການ ການເງີນ ສະພາປະຊາຊົນແຂວງ ເພື່ອສົ່ງຕໍ່ຄະນະເລຂາທິການສະພາປະຊາຊົນແຂວງ  ເພື່ອກວດກາຄວາມຖືກຕ້ອງ ແລ້ວນຳສະເໜີຕໍ່ທ່ານເຈົ້າແຂວງ ພິຈາລະນາລົງລາຍເຊັນໃນຂໍ້ຕົກລົງວ່າດ້ວຍ "ການຄຸ້ມຄອງສິ່ງເສດເຫຼືອ ໃນທົ່ວແຂວງສະຫວັນນະເຂດ" ປະຈຸບັນ ທາງຄະນະຄະນະເລຂາທິການສະພາປະຊາຊົນແຂວງ  ໄດ້ມີໜັງສື ສົ່ງຫ້ອງວ່າການແຂວງແລ້ວ ປະຈຸບັນກຳລັງລໍຖ້າທາງແຂວງອອກຂໍ້ຕົກລົງ ແລະ ນຳສະເໜີຕໍ່ສະພາປະຊາຊົນແຂວງ ເພື່ອນຳເອົານິຕິກຳດັ່ງກ່າວ ລົງໃນຈົດໝາຍເຫດ ສິບຫ້າວັນ;

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.