ກອງປະຊຸມ ສະຫຼຸບສະຫຼຸບ ຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ 5 ປີ (20162020)

ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫວັນນເຂດ ໄດ້ຈັດກອງປະຊຸມສະຫຼຸບສະຫຼຸບຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໃນໄລຍະ 5 ປີ ຜ່ານມາ, ເພື່ອຍົກໃຫ້ເຫັນດ້ານດີ, ຜົນສຳເລັດ, ບົດຮຽນທີ່ຖອດຖອນໄດ້ ແລະ ແຜນການຮອດປີ 2025.

ກອງປະຊຸມ ສະຫຼຸບຕີລາຄາຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຜົນງານ 5 ປີ (20162020) ແລະ ປະກາດເນື້ອໃນຂໍ້ແຂ່ງຂັນ ຮອດປີ 2025 ຂຶ້ນໃນວັນທີ 16 ກຸມພາ 2023 ນີ້ ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫວັນນເຂດ, ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ມີບັນດາຄະນະພະແນກ ຊສ, ຫົວໜ້າ ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຄະນະຫ້ອງການ, ຄະນະຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ ທັງໝົດ 121/40 ທ່ານ.

ກອງປະຊຸມໃນຄັ້ງນີ້, ດໍາເນີນດ້ວຍຄວາມຮັບຜິດຊອບສູງ, ສາມາດບັນລຸຜົນສໍາເລັດ ໄດ້ຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ກໍານົດໄວ້ ຊຶ່ງໃນກອງປະຊຸມ ທ່ານ ບູລິກາ ອິນທິລາດ ຮອງຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ລາຍງານຜົນການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 5 ປີ (2016-2020) ສາມາດສະຫຼຸບ, ຕີລາຄາ, ປະເມີນຜົນ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດວຽກໄລຍະຜ່ານມາ ໂດຍອີງຕາມຜົນສຳເລັດ ໃນວຽກງານດ້ານຕ່າງໆ ຂ້າງເທິງນັ້ນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ຍ້ອງຍໍ ຂັ້ນແຂວງ ແລະ ຂັ້ນລັດຖະບານ ໃຫ້ແກ່ພະນັກງານ-ລັດຖະກອນ ໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ທີ່ໄດ້ປະກອບສ່ວນຕັ້ງໜ້າໃນການສ້າງສາ ພັດທະນາປະເທດຊາດ ທາງດ້ານເຫື່ອແຮງ ສະຕິປັນຍາ ແລະ ວັດຖຸທຶນຮອນຊ່ວຍສັງຄົມ ຕະຫຼອດໄລຍະ 5 ປີ ຜ່ານມາ (2016-2020)  ເຊິ່ງມີບຸກຄົນທີ່ໄດ້ຮັບຫຼຽນໄຊແຮງງານຊັ້ນ II ມີຈໍານວນ 09 ທ່ານ, ຫຼຽນໄຊແຮງງານຊັ້ນ III ມີຈໍານວນ 04 ທ່ານ, ຫຼຽນກາແຮງງານ ມີຈໍານວນ 45 ທ່ານ, ຍ້ອງຍໍລັດຖະບານ ມີຈໍານວນ 28 ທ່ານ ແລະ ຍ້ອງຍໍເຈົ້າແຂວງ ມີຈໍານວນ 33 ທ່ານ.


ຈາກນີ້ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ປະກາດ ຂໍ້ຕົກລົງ ວ່າດ້ວຍເນື້ອໃນການແຂ່ງຂັນ ຂະບວກການຮັກຊາດ ແລະ ພັດທະນາ ຮອດປີ 2025 ແລະ ກ່າວເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂະແໜງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ຂຶ້ນຢ່າງເປັນທາງການ. ຕໍ່ຈາກນັ້ນ ທີ່ປະຊຸມຍັງໄດ້ຈັບມືກັນປະກາດ ແຂ່ງຂັນ "ຮັກຊາດ ແລະ ພັດທະນາ" ເພື່ອເປັນການຕໍ່ສືບເຮັດໃຫ້ ແນວທາງ, ແຜນນະໂຍບາຍປ່ຽນແປງໃໝ່ ຂອງພັກ, ລະບຽບກົດໝາຍ, ບັນດາຄາດໝາຍສູ້ຊົນ ທີ່ພັກລັດວາງອອກແຕ່ລະໄລຍະ ໄດ້ຮັບການຈັດຕັ້ງປະຕິບັດບົນຈິດໃຈ ມີການແຂ່ງຂັນ ຢ່າງເປັນຂະບວນຟົດຟື້ນ ແຂງແຮງ ຂອງບັນດາຂະແໜງການ, ຫ້ອງການ ຂອງພະແນກການຕົນ ແນໃສ່ເຮັດໃຫ້ແນວທາງແຜນນະໂຍບາຍຂອງພັກລັດວາງອອກ ແຕ່ລະໄລຍະເກີດຜົນຕົວຈິງ, ທັງເປັນ ການກະຕຸກຊຸກຍູ້ໃຫ້ທຸກຄົນ ແລະ ທຸກການຈັດຕັ້ງພາຍໃນແຂວງ ມີການແຂ່ງຂັນກັນ, ປະກອບສ່ວນເຂົ້າໃນການພັດທະນາ; ເພື່ອສືບຕໍ່ຜັນຂະຫຍາຍເນື້ອໃນ ການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນໄລຍະໃໝ່ ໄປພ້ອມກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ ຄັ້ງທີ III ຂອງຄະນະພັກຮາກຖານ ແລະ ແຜນການ 5 ປີ (2021-2025) ໃນຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ເພື່ອປຸກລະດົມສະມາຊິກພັກ, ພະນັກງານ-ລັດຖະການ ໃນຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂ່ງຂັນ ການປະຕິບັດແຜນຈຸດສຸມຂອງພະແນກ ໃນແຕ່ລະປີ ໃຫ້ມີຂະບວນຟົດຟື້ນ, ປົກກະຕິ ແລະ ຕໍ່ເນື່ອງ, ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໄປຕາມທິດສີຂຽວ ແລະ ຍືນຍົງ; ເພື່ອເປັນການສົ່ງເສີມຊຸກຍູ້ວຽກດີ-ຄົນເດັ່ນ ແລະ ຄົ້ນຫາພະນັກງານ-ລັດຖະກອນ ທີ່ມີຜົນງານດີເດັ່ນ ໂດຍຜ່ານຂະບວນການແຂ່ງຂັນທີ່ມີການຈັດຕັ້ງ, ມີເນຶ້ອໃນ, ມີຄາດໝາຍສູ້ຊົນຈະແຈ້ງ ແລະ ເຮັດໃຫ້ການແຂ່ງຂັນ ຮັກຊາດ ແລະ ພັດທະນາ ມີການຫັນປ່ຽນຢ່າງແຂງແຮງ ແລະ ເຊິ່ງເລິກກວ່າເກົ່າ.

ໂດຍໄດ້ວາງຄາດໝາຍ ຄື:

  ຍູ້ແຮງ ຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດແລະ ພັດທະນາ ໃນວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢ່າງຕັ້ງໜ້າ, ປຸກລະດົມການຈັດຕັ້ງພັກ, ການຈັດຕັ້ງລັດ, 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ-ລັດຖະກອນທຸກຄົນ ທີ່ຕິດພັນກັບຄວາມຮັບຜິດຊອບຂອງຕົນ ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນ-ຍ້ອງຍໍ "ຮັກຊາດແລະ ພັດທະນາ" ຢ່າງແຂງແຮງ ແລະ ກວ້າງຂວາງ ເພື່ອແຂ່ງຂັນກັນ ສ້າງຂະບວນການກໍ່ສ້າງຮາກຖານການເມືອງ, ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ແລະ ປະກອບສ່ວນຢ່າງຕັ້ງໜ້າ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ໃຫ້ເປັນຂະບວນການຟົດຟື້ນ, ຕໍ່ເນື່ອງ, ຮັບປະກັນສູ້ຊົນປະຕິບັດ ສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ຕິດພັນກັບຄໍາຂວັນ " ຮັກຊາດ ແລະ ພັດທະນາ";

  ຕ້ອງເພີ່ມທະວີ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ຂອງແຂວງ ໄດ້ວາງອອກຢ່າງຕັ້ງໜ້າ ເລັ່ງໃສ່ການປະຕິບັດ ຄາດໝາຍ, ວຽກຈຸດສຸມ ແຜນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືວຽກງານ 3 ສ້າງ, ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ຕາມ 4 ເນື້ອໃນ ຂອງຂະແໜງການຕົນ ທີ່ໄດ້ມອບໝາຍໃຫ້ສໍາເລັດ;

  ຕ້ອງສູ້ຊົນ ຈັດຕັ້ງປະຕິບັດ ເນື້ອໃນລວມຂອງການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໂດຍປະຕິບັດຕາມພາລະບົດບາດ ສິດໜ້າທີ່ຂອງຕົນ ຕາມເນື້ອໃນຂອງຂໍ້ແຂ່ງຂັນ "ເຮັດໃຫ້ດີ, ເຮັດໃຫ້ໄວ, ເຮັດໃຫ້ຫຼາຍ ແລະ ເຮັດໃຫ້ຖືກຕ້ອງຕາມກົດໝາຍ" ເຊິງມີເນື້້ອໃນລະອຽດຄື:

ໃຫ້ໄວ: ແຂ່ງຂັນສູ້ຊົນປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ສຳເລັດຕາມຄາດໝາຍ ຫລື ສຳເລັດກ່ອນຄາດໝາຍ ທີ່ໄດ້ກຳນົດໄວ້, ບໍ່ຊັກຊ້າ, ບໍ່ທ່ວງດຶ່ງແກ່ຍາວ, ທັງຮັບປະກັນປະສິດທິພາບ ຂອງວຽກງານ ແລະ ທັງປະຫຍັດເວລາ, ວັດຖຸ, ທືນຮອນ, ກຳລັງຄົນ ແລະ ເຄື່ອງມືທີ່ທັນສະໄໝ ສົມທົບກັບຄວາມຮູ້ ຄວາມສາມາດຂອງພະນັກງານ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານໄວຫຼາຍຂຶ້ນກວ່າເກົ່າ.

ໃຫ້ດີ: ແຂ່ງຂັນປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ມີຜົນສໍເລັດດີ, ໜັກແໜ້ນ, ມີຄຸນນະພາບ, ໄດ້ມາດຕະຖານ ໃຫ້ການບໍລິການປະຊາຊົນ ໃຫ້ດີ, ມີຄວາມໂປ່ງໃສ ແລະ ໄດ້ຮັບຄວາມນິຍົມຊົຊອບ.

ໃຫ້ຫຼາຍ: ແຂ່ງຂັນກັນປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ໄດ້ຕາມຄາດໝາຍ ຫລື ລື່ນຄາດໝາຍ ທີ່ກໍານົດໄວ້ໃນແຜນການ 5 ປີ (2021-2025) ແລະ ມີການຂະຍາຍຕົວຫລາຍຂຶ້ນເລື້ອຍໆ.

ໃຫ້ຖືກຕ້ອງກົດໝາຍ: ແຂ່ງຂັນກັນປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆ ທີ່ລັດວາງອອກຢ່າງເຂັ້ມງວດ, ຮັບປະກັນຄວາສາມັກຄີ, ປະດິດສ້າງ, ຍຸຕິທຳ, ບໍ່ສວຍໃຊ້ຂະບວນການແຂ່ງຂັນ ເພື່ອຫາຜົນປະໂຫຍດສວນຕົວ ແລະ ບໍ່ສ້າງສິ່ງທີ່ຂັດກັບ ລະບຽບກົດໝາຍ.

ວາງເນື້ອໃນແຂ່ງຂັນໃນ 4 ດ້ານລະອຽດ ດັ່ງນີ້:

1)     ວຽກງານການເມືອງແນວຄິດ

ເພີ່ມທະວີ ບົດບາດການນຳພາ, ເອົາໃຈໃສ່ວຽກງານສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຕາມຂັ້ນການຄຸ້ມຄອງຂອງຕົນ ໃຫ້ເລິກເຊິ່ງ, ກວ້າງຂວາງ ດ້ວຍການຈັດຕັ້ງເຊື່ອມຊືມມະຕິ, ຄຳສັ່ງ, ລະບຽບການຕ່າງໆຂອງພັກ, ລັດ ດ້ວຍຫຼາຍຮູບການ, ຫຼາຍວິທີ ບົນພື້ນຖານການນໍາພາ-ຊີ້ນໍາ ຂອງອົງຄະນະພັກແຂວງ, ຄະນະພັກຮາກຖານ ແລະ ໜ່ວຍພັກ ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຮັບໃຊ້ປະຊາຊົນ, ມີຄວາມສັດຊື່ ຕໍ່ໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໝາຍ ແລະ ຮັບປະກັນບໍ່ໃຫ້ມີບັນຫາຂຶ້ນເກີດໃນການຈັດຕັ້ງຂັ້ນຕົນຢ່າງເດັດຂາດ.

2)     ດ້ານການປະຕິບັດໜ້າທີ່ ວິຊາສະເພາະ:

ຕັ້ງໜ້າຈັດຕັ້ງປະຕິບັດ ຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃຫ້ສໍາເລັດ ໃນນີ້ເປັນເຈົ້າການເອົາໃຈໃສ່:

1)   1.  ຂຶ້ນທະບຽນອອກໃບຕາດິນໃນທົ່ວແຂວງ ຮອດປີ 2025 ໃນຈໍານວນ 100.000 ຕອນ ແລະ ຕົວເລກຍອດລວມ ອອກໃບຕາດິນ ໃຫ້ໄດ້ 313.130 ຕອນ; ຊຸກຍູ້, ຕິດຕາມ ການສຳຫຼວດຈັດສັນທີ່ດິນເບື້ອງຕົ້ນຕາມຂອບເຂດຄຸ້ມຄອງ ຂອງຕາລະຂະແໜງການ ແລະ ປັບປຸງເຂດປະເມີນລາຄາທີ່ດິນ ໃຫ້ສໍາເລັດໃນຂອບເຂດທົ່ວແຂວງ ພ້ອມທັງຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ຄຸ້ມຄອງ ແລະ ບໍລິຫານທີ່ດິນ ໃຫ້ເຂົ້າສູ່ລະບຽບກົດໝາຍ, ຫັນເປັນທັນສະ    ໄໝ ໂດຍເຊື່ອມສານການນໍາໃຊ້ ການຄຸ້ມຄອງທີ່ດິນຂອງຂະແໜງ ການຕ່າງໆ ຄື: ທີ່ດິນກະສິກຳ, ທີ່ດິນປ່າໄມ້, ທີ່ດິນບໍລິເວນນໍ້າ, ທີ່ດິນປຸກສ້າງ ແລະ ທີ່ດິນປະເພດອື່ນໆ.

2)    2. ສົ່ງເສີມຄຸນນະພາບສິ່ງແວດລ້ອມທີ່ດີ ເພື່ອຮັບປະກັນຄຸນນະພາບ ຊີວິດທີ່ດີ ແລະ ການພັດທະນາຕາມທິດ ສີຂຽວ ແລະ ຍືນຍົງ, ສ້າງຈິດສໍານຶກ ປົກປັກຮັກສາສິ່ງແວດລ້ອມ ຕິດພັນເຂົ້າໃນກິດຈະກຳການສຶກສາ ແລະ ຜ່ານການໂຄສະນາວຽກງານສິ່ງແວດລ້ອມ ໃນສື່ຕ່າງໆ ໃຫ້ສັງຄົມເຂົ້າໃຈ ແລະ ມີສ່ວນຮ່ວມໃນການປົກປັກຮັກສາສິ່ງແວດລ້ອມ ເຂົ້າຮ່ວມໃນວຽກງານການປົກປັກຮັກສາສິ່ງແວດລ້ອມ ໃຫ້ຫຼາຍຂຶ້ນ; ເພີ່ມທະວີການຄຸ້ມຄອງ, ແກ້ໄຂບັນຫາສິ່ງແວດລ້ອມ ທີ່ເປັນມົນລະພິດ ຈາກການດຳເນີນກິດຈະການຂຸດຄົ້ນ, ປຸງແຕ່ງ, ພະລັງງານ ແລະ ບັນດາໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດຢ່າງມີປະສິດຕິພາບ;

3)    3. ຕິດຕາມກວດກາ ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ຂອງຜູ້ປະກອບການ ແລະ ຂະແໜງການລັດທີ່ກ່ຽວຂ້ອງ ຊຶ່ງປະກອບມີທັງ ທີ່ດິນ, ປ່າໄມ້, ຊີວະນາໆພັນ, ນໍ້າ ແລະ ແຮ່ທາດ ໃນຂອບເຂດທ້ອງຖິ່ນຕົນຮັບຜິດຊອບ; ຕິດຕາມກວດກາ ຜູ້ປະກອບການ ລວມທັງຂະແຫນງການລັດທີ່ກ່ຽວຂ້ອງຈັດຕັ້ງປະຕິບັດພັນທະແຜນການຄຸ້ມຄອງສິ່ງແວດລ້ອມໂຄງການ; ພັນທະແຜນການສໍາຫຼວດ-ຊອກຄົ້ນແຮ່ທາດ, ແຜນການ ຂຸດຄົ້ນ-ປຸງແຕ່ງແຮ່ທາດ; ພັນທະແຜນການຄຸ້ມຄອງປ່າໄມ້, ແຜນການປູກປ່າ, ແຜນການຂຸດຄົ້ນໄມ້-ປຸງແຕ່ງໄມ້ ແລະ ຕິດຕາມສະພາບການ, ເຫດການສິ່ງແວດລ້ອມອື່ນທີ່ເກີດຂຶ້ນ; ຕິດຕາມກວດກາມົນລະພິດທຸກປະເພດ ຈາກບັນດາໂຄງການ ເພື່ອແກ້ໄຂບັນຫາຮ່ວມກັນກັບຂະແໜງການຢູ່ທ້ອງຖິ່ນຕົນ;

4)  4. ຈັດຕັ້ງປະຕິບັດແຜນການຄຸ້ມຄອງ ຊັບພະຍາກອນນໍ້າ ແລະ ການຄຸ້ມຄອງອ່າງຮັບນໍ້າແບບເຊື່ອມສານ, ການປັບຕົວ ແລະ ຮັບມືກັບ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ໄພພິບັດທໍາມະຊາດ ແລະ ຂະຫຍາຍ ຕາຫນ່າງສະຖານນີອຸຕຸນິຍົມ ແລະ ອຸທົກກະສາດ ໂດຍຈະໄດ້ຈັດຕັ້ງປະຕິບັດເປົ້າຫມາຍ ແລະ ວຽກງານຈຸດສຸມໃນ ຕໍ່ຫນ້າ, ສືບຕໍ່ສ້າງຈິດສໍານຶກ ກ່ຽວກັບຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ ເພື່ອຮັບປະກັນການນໍາໃຊ້ຊັບພະຍາກອນທໍາມະຊາດ ຢູ່ທ້ອງຖິ່ນ ຢ່າງມີປະສິດທິພາບ ລວມທັງການຄຸ້ມຄອງ ແລະ ການມີສ່ວນຮ່ວມຂອງຊຸມຊົນຢ່າງເໝາະສົມ; ສະໜອງຂໍ້ມູນ ແລະ ແຈ້ງເຕືອນກ່ຽວກັບອຸຕຸນິຍົມ, ອຸທົກກະສາດ ແລະ ແຜ່ນດິນໄຫວ ໃຫ້ສັງຄົມຮັບຊາບຢ່າງທັນການ;

5)    5. ຄຸ້ມຄອງ, ປະເມີນ ໂຄງການລົງທຶນຂອງລັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນຂອງຕົນ ຕາມການແບ່ງຂັ້ນຄຸ້ມຄອງຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ນຳໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ-ຂ່າວສານ ທີ່ທັນສະໄຫມ ແລະ ມີເວັບໄຊສ໌ເປັນຂອງຕົນ; ພ້ອມທັງ ສົ່ງເສີມ, ຄຸ້ມຄອງ ແລະ ພັດທະນາວຽກງານຂໍ້ມູນ-ຂ່າວສານ ສາຍຕັ້ງຂອງຕົນຢູ່ຂັ້ນເມືອງ/ນະຄອນ ຢ່າງມີປະສິດທິພາບ; ເຜີຍແຜ່ກົດໝາຍ ແລະ ນິຕິກຳຂອງແຂວງ ເວົ້າລວມ ເວົ້າສະເພາະ ຂອງພະແນກການຕົນ ຜ່ານທາງເວັບໄຊສ໌ ແລະ ສື່ອອນລາຍຂອງຕົນ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນສາມາດເຂົ້າເຖິງ ເພື່ອນຳເອົາກົດໝາຍເຂົ້າສູ່ຊີວິດສົງຄົມ ເພີ່ມທະວີສະຕິເຄົາລົບ ແລະ ປະຕິບັດກົດໝາຍ ຂອງສັງຄົມ;

6)  6. ສ້າງແຜນລາຍຮັບ-ລາຍຈ່າຍງົບປະມານ ໂດຍສອດຄ່ອງກັບຄວາມສາມາດ ແລະ ທ່າຂະຫຍາຍຕົວຈິງ ຂອງຖານລາຍຮັບຢູ່ທ້ອງຖິ່ນຮາກຖານຕົນ ແລະ ຕ້ອງຮັບປະກັນ ການບັນລຸແຜນລາຍຮັບ ງົບປະມານວິຊາການດ້ວຍຕົນເອງ ກຸ້ມຕົນເອງ ແນໃສ່ຍົກສູງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ ໃນການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ;

7)  7. ສ້າງແຜນກໍານົດ ພະນັກງານນໍາພາ-ຄຸ້ມຄອງ, ການບັນຈຸພະນັກງານ-ລັດຖະກອນ ພະແນກການຕົນ ມີຄວາມສອດຄ່ອງກັບຕຳແໜ່ງງານທີ່ກຳນົດໄວ້; ຄຸ້ມຄອງຕິດຕາມ ກວດກາ ການຈັດຕັ້ງ, ພະນັກງານຂອງຕົນ ລວມທັງພະນັກງານຂອງຂະແໜງການສູນກາງ ສາຍຕັ້ງຂອງຕົນ ທີ່ເຄື່ອນໄຫວປະຕິບັດໜ້າທີ່ໃນທ້ອງຖິ່ນຕົນ ຕາມລະບຽບກົດໝາຍ; ຫັນພະນັກງານ ລົງສູ່ຮາກຖານຢ່າງລະອຽດຈະແຈ້ງ ເພື່ອສ້າງເປັນພະນັກງານນຳພາ ຫຼື ກາຍເປັນນັກພັດທະນາກອນ ຢູ່ຮາກຖານ, ມີທິດທາງຊັດເຈນ ໃນການກໍານົດໂຄງສ້າງ ດ້ານກົງຈັກການຈັດຕັ້ງ ແລະ ກຳນົດຕໍາແໜ່ງງານ ຕາມຄວາມເໝາະສົມ ເພື່ອໃຫ້ກົງຈັກກະທັດຮັດ ມີຄຸນນະພາບ, ມີແຜນພັດທະນາ ຊັບພະຍາກອນມະນຸດ ທີ່ສຸມໃສ່ການກໍ່ສ້າງ, ບໍາລຸງ ແລະ ຍົກລະດັບ ພະນັກງານນຳພາຄຸ້ມຄອງ, ພະນັກງານ-ລັດຖະກອນ ໃນຂົງເຂດວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢ່າງຕໍ່ເນື່ອງ;

8)    8. ເປັນເສນາທິການ ໃຫ້ຄະນະພັກ, ຄະນະນໍາ ຕາມຂັ້ນຄຸ້ມຄອງຢ່າງແຂງແຮງ ກ່ຽວກັບວຽກງານປັບປຸງການຈັດຕັ້ງ, ການແບ່ງຄວາມຮັບຜິດຊອບຕາມທິດ 3 ສ້າງ; ວຽກງານປັບປຸງ ແລະ ຜັນຂະຫຍາຍນິຕິກໍາ; ການປະສານງານກັບທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ; ການຂຶ້ນແຜນການ, ການຍາດແຍງທຶນ, ການສະໜອງທຶນ; ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ  ແລະ ວຽກງານຕິດຕາມກວດກາ.

9)    9. ຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນຂົງເຂດວຽກງານຂອງຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຍົກສູງສະຕິຕໍ່ການຈັດຕັ້ງ ເຄົາລົບກົດລະບຽບຂອງພັກ ແລະ ກົດຫມາຍຂອງລັດ ຢ່າງເຂັ້ມງວດ ພ້ອມທັງມີຄວາມຕື່ນຕົວ ແລະ ໃຫ້ການຮ່ວມມືເປັນຢ່າງດີ ຕໍ່ວຽກງານວດກາ, ເອົາໃຈໃສ່ໃນການຕິດຕາມກວດກາ ປະຕິບັດໜ້າທີ່ ຂອງພະນັກງານ-ລັດຖະກອນ ແລະ ຄວາມຮັບຜິດຊອບ ຕໍ່ວຽກງານທີ່ໄດ້ຮັບການມອບໝາຍ ຢ່າງຕໍ່ເນື່ອງ;

3)     ດ້ານວັດທະນະທໍາ-ສັງຄົມ

ເພີ່ມທະວີເອົາໃຈໃສ່ ຢ່າງແຂງແຮງ ຕໍ່ກັບວຽກງານສ້າງຊັບພະຍາກອນມະນຸດ ໃນແຕ່ລະຂັ້ນ ນັບແຕ່ຂັ້ນພະແນກ ລົງຮອດສາຍຕັ້ງຂອງຕົນຂັ້ນເມືອງ ຕາມແຜນຍຸດທະສາດ, ແຜນກໍານົດພະນັກງານນໍາພາຄຸ້ມຄອງ, ແຜນກໍານົດຕໍາແໜ່ງງານ  ເປັນຕົ້ນ: ການຍົກລະດັບດ້ານທິດສະດີ, ວິຊາສະເພາະ, ບໍາລຸງພາສາຕ່າງປະເທດ ແລະ ຝຶກອົບຮົມໃນຫົວຂໍ້ຕ່າງໆ;  ເຮັດໃຫ້ວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທົ່ວຂະແໜງການ ມີຄວາມເຂັ້ມແຂງ ທັງເປັນການປະກອບສ່ວນທາງດ້ານເສດຖະກິດ ມີການພັດທະນາ ໄປຕາມທິດສີຂຽວ ແລະ ຍຶນຍົງ; ສົ່ງເສີມ, ຮັກສາວັດທະນະທຳອັນດີງານຂອງຊາດ, ຂອງເຜົາ ແລະ ສົ່ງເສີມສຸຂະພາບ ໃຫ້ພະນັກງານລັດຖະກອນ ໃນພະແນກການຂອງຕົນ ທຸກຄົນມີສຸຂະພາບທີ່ດີ; ຫັນເປັນທັນສະໄໝ ໃນການຈັດຕັ້ງປະຕິບັດວຽກງານຂອງຂະແໜງ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ພ້ອມທັງປັບປຸງ ແລະ ດຳເນີນກົນໄກການປະສານງານ, ການແບ່ງຄວາມຮັບຜິດຊອບຕາມທິດ 3 ສ້າງ ໂດຍສະເພາະການນໍາສົ່ງພະນັກງານລົງໄປຊ່ວຍໃນຂັ້ນເມືອງ, ຂັ້ນບ້ານ; ການພັດທະນາລະບົບຄຸ້ມຄອງຂໍ້ມູນ-ຂ່າວສານ ແລະ ສະຖິຕິ, ການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນການວາງແຜນ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມເຂັ້ມແຂງ, ມີການພັດທະນາ ໄປຕາມຂັ້ນຄຸ້ມຄອງ.

4)     ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ເປັນເຈົ້າການເອົາໃຈໃສ່ສະກັດກັ້ນກົນອຸບາຍ ແລະ ເຄື່ອນໄຫວຂອງພວກຄົນບໍ່ດີ ທີ່ຫວັງແບ່ງແຍກ ແລະ ສ້າງຄວາມຂັດແຍ່ງພາຍໃນການຈັດຕັ້ງ ແລະ ສັງຄົມ, ຕ້ອງເພີ່ມທະວີຢ່າງເຂັ້ມງວດ, ເດັດຂາດ ໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນການຈັດຕັ້ງຂັ້ນຕົນ ຕາມຂັ້ນຄຸ້ມຄອງ, ຕິດຕາມກວດກາຢ່າງເປັນປົກກະຕິ ຕໍ່ຄວາມຮັບຜິດຊອບໜ້າທີ່ການ ເມືອງຂອງພະນັກງານ-ລັດຖະກອນ; ເພີ່ມທະວີຄວາມສາມັກຄີເປັນປຶກແຜນໃນຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຖືເອົາວຽກງານປ້ອງກັນພາຍໃນເປັນພື້ນຖານໃຫ້ແກ່ການປະ ຕິບັດໜ້າທີ່ການເມືອງໃນແຕ່ລະຂັ້ນ, ຮັບປະ ກັນໃຫ້ແກ່ການຈັດຕັ້ງຂັ້ນຕົນມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ຍົກສູງສະຕິຕື່ນຕົວເປັນເຈົົ້າການເຮັດໜ້າທີ່ຢ່າງເຕັມສ່ວນ. ຮັບປະກັນການຜົນການຈັດຕັ້ງວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ໄປຕາມລະບຽບກົດໝາຍ, ຕາມລະບຽບການ, ຕາມແຜນການ, ມີຄວາມຍຸຕິທໍາ, ເກີດຜົນປະໂຫຍດສູງສຸດ ແລະ ຕິດພັນກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ.

   ໃນກອງປະຊຸມ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງສຳຄັນ ແລະ ບົດບາດ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະກອບສ່ວນຕັ້ງໜ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ແລະ ໄດ້ຮຽກຮອງມາຍັງ ຄະນະພັກ, ຄະນະພະແນກ, ຄະນະຂະແໜງ ແລະ ພະນັກງານ-ລັດຖະກອນ ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕ້ອງພ້ອມກັນສູ້ຊົນປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ບັນລຸໄດ້ ຈຸດປະສົງ, ຄາດໝາຍ ແລະ ຕົວຊີ້ວັດ ຂອງຂະແໜງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ຮອດປີ 2025 ທີ່ຈະເປັນການປະກອບສ່ວນຕັ້ງໜ້າ ໃນການສ້າງສາ ແລະ ພັດທະນາປະເທດຊາດ ທາງດ້ານເຫື່ອແຮງ ສະຕິປັນຍາ ແລະ ວັດຖຸທຶນຮອນຊ່ວຍສັງຄົມ.

ກອງປະຊຸມໄດ້ດຳເນີນ ມາຮອດເວລາ 11 ໂມງ 45 ນາທີ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຂຶ້ນກ່າວຮັບທິດຊີ້ນຳຈາກຂັ້ນເທິງ ແລະ ກ່າວຄຳຂອບໃຈແຂກກອງປະຊຸມ ແລະ ໄດ້ກ່າວປິດກອງປະຊຸມ ຢ່າງເປັນທາງການ.


ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.