ພະແນກ ຊສ ໄດ້ຈັດປາຖະກະຖາ ເອກະສານ ວັນສຳຄັນຕ່າງໆ ຂອງຊາດລາວ

ໃນວັນທີ  1 ທັນວາ 2022 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງພະແນກຊັບພະຍາກອນທຳມະຊາດ  ແລະ ສິ່ງແວດລ້ອມແຂວງ ໄດ້ຈັດພິທີໂຮມຊຸມນຸມ ປະຖະກະຖາວັນສຳຄັນຂອງຊາດ ໃຫ້ກຽດບັນລະຍາຍໂດຍ ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກ  ເອກະສານທີ່ນຳມາປະຖະກະຖາ ໃນຄັ້ງນີ້ປະກອບມີ: ເອກະສານມູນເຊື້ອ ວັນຊາດທີ່ 2 ທັນວາ ຄົບຮອບ 47 ປີ, ເອກະສານ ວັນຄ້າຍວັນເກີດ ປະທານ ໄກສອນພົມວິຫານ (13/12/1920-13/12/2022) ຜູ້ນຳທີ່ເຄົາລົບຮັກຂອງປວງຊົນລາວ ຄົບຮອບ 102 ປີ ໂດຍໄດ້ຍົກໃຫ້ເຫັນ ເຖິງຜົນສໍາເລັດອັນພົ້ນເດັ່ນໃນດ້ານຕ່າງໆ ຕະຫຼອດໄລຍະ 47 ປີ ແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ກໍ່ຄືເປັນການສຶກສາອົບຮົມດ້ານແນວຄິດໃຫ້ແກ່ສະມາຊິກພັກ ແລະ ພະນັກງານ ພາຍໃນພະແນກ ທຸກທ່ານໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈ ຕໍ່ມູນເຊື້ອປະຫວັດສາດ ແລະ ຜົນງານຂອງການສ້າງສາ ແລະ ພັດທະນາປະເທດຊາດ ກໍ່ຄືການເຄື່ອນໄຫວ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ການປະຕິວັດ ແລະ ຍັງໄດ້ຮັບຟັງການບັນລະຍາຍ ເອກະສານ ມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກອງເຍົາວະຊົນທັນວາ ຄົບຮອບ 67 ປີ ທັງນີ້ກໍ່ເພື່ອ ເຮັດໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ບັນດາສະຫາຍພະນັກງານສັນຍາຈ້າງ ພາຍໃນພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ຜູ້ທີ່ເປັນພໍ່, ແມ່, ເປັນພໍ່ເຖົ້າ-ແມ່ເຖົ້າ, ເປັນລຸງ-ປ້າ... ເຫັນໄດ້ເຖິງຄວາມເປັນມາ, ບົດບາດ, ຄວາມສຳຄັນ ແລະ ຊ່ວຍຊຸກຍູ້ສ້າງຈິດສຳນຶກ, ເປັນແບບຢ່າງທີ່ດີໃຫ້ແກ່ ຊາວໜຸ່ມ-ເຍົາວະຊົນ-ອະນຸຊົນ ຜູ້ທີ່ຈະກາຍເປັນອານາຄົດຂອງຊາດ, ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 83 ສະຫາຍ ຍິງ 43 ສະຫາຍ;



ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.