ທ່ານ ພູທອນ ຍອດບຸນເຮືອງ ປະກອບຄຳເຫັນ ຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ມາດຕະການແກ້ໄຂ ກ່ຽວກັບວຽກງານທີ່ດິນ ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງຊັພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທົ່ວປະເທດ

ທ່ານ ພູທອນ ຍອດບຸນເຮືອງ ໄດ້ຮັບກຽດຈາກປະທານກອງປະຊຸມ ໃຫ້ຂຶ້ນປະກອບຄຳເຫັນ ຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ ມາດຕະການແກ້ໄຂ ກ່ຽວກັບວຽກງານທີ່ດິນ ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງຊັພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2022 ແລະ ແຜນການ 9-10 ກຸມພາ ປີ 2023 ແລະ ກອງປະຊຸມ ເປີດໂຄງການສ້າງຄວາມເຂັ້ມແຂງ ວຽກງານຂຶ້ນທະບຽນອອອກໃບຕາດິນ ຢ່າງເປັນລະບົບ ທີ່ນະຄອນຫຼວງວຽງຈັນ ວັນທີ 9-10 ກຸມພາ ປີ 2023  ການຂຶ້ນປະກອບຄຳເຫັນຄັ້ງນີ້ ທ່ານຫົວໜ້າ ພຊສ ແຂວງສະຫວັນນະເຂດ ໄດ້ລາຍງາຍໃຫ້ເຫັນສະພາບໂດຍລວມ ການຈັດຕັ້ງປະຕິບັດ ວຽກງານສໍາຫຼວດວັດແທກ ເພື່ອຂຶ້ນທະບຽນອອກໃບຕາດິນ ຂອງແຂວງສະຫວັນນເຂດ ໃນປີຜ່ານມາ ສາມາດປະຕິບັດໄດ້ ການສໍາຫຼວດວັດແທກ ເພື່ອຂຶ້ນທະບຽນອອກໃບຕາດິນ  22.695 ຕອນ ລື່ນຄາດໝາຍທີ່ສະພາປະຊາຊົນແຂວງ 13,48 ສ່ວນຮ້ອຍ, ທຽບໃສ່ຄາດໝາຍ ກຊສ ມອບໝາຍໃຫ້ ເທົ່າກັບ 75,65 ສ່ວນຮ້ອຍ ມາຮອດທ້າຍເດືອນທັນວາ ປີ 2022 ໃນທົ່ວແຂວງສະຫວັນນະເຂດ ມີຈຳນວນຕອນດິນ ທີ່ອອກ​ໃບ​ຕາດິນແລ້ວ ທັງໝົດ 249.921 ຕອນ ປະຕິບັດໄດ້ລື່ນແຜນການ 1,09 ສ່ວນຮ້ອຍ ແລະ ໄດ້ຍົກໃຫ້ເຫັນ ເຖິງຂໍ້ສະດວກ, ແຕ່ກົງກັນຂ້າມຄຽງຄູ່ກັນນັ້ນ ກໍ່ພົບກັບສິ່ງທ້າທາຍ, ຂໍ້ຫຍຸ້ງຍາກຫຼາຍປະການ ທີ່ມີການປ່ຽນແປງ ແລະ ບາງວຽກງານ ໄດ້ວາງແຜນກຳນົດໄວ້ແລ້ວ ແຕ່ຍັງບໍ່ທັນສາມາດປະຕິບັດໄດ້ ເປັນຕົ້ນ ການມອບວຽກອອກໃບຕາດິນ ໃຫ້ແກ່ເມືອງ/ນະຄອນ ພາຍໃນແຂວງສະຫວັນນະເຂດ ໃນບາງເມືອງແມ່ນຍັງບໍ່ທັນສາມາດ ຈະມອບຂາດຕົວໄດ້ ຍ້ອນວ່າ: ສະຖານທີ່ບ່ອນເຮັດວຽກ, ລະບົບສາງ ບາງຫ້ອງການ ຊສ ເມືອງ/ນະຄອນ ບໍ່ທັນຮັບປະກັນ ທີ່ຈະເກັບມ້ຽນສຳນວນຕອນດິນ; ຂາດອຸປະກອນທີ່ຈຳເປັນ ທີ່ຈະຕ້ອງໄດ້ນຳໃຊ້ເຂົ້າໃນ ວຽກສຳຫຼວດວັດແທກ, ພິສູດຫຼັກຖານເພື່ອອອກໃບຕາດິນ ເຊັ່ນ: ກ້ອງວັດແທກ RTKຄອມພີວເຕີServer ແລະ ງົບປະມານທີ່ຈະນຳໃຊ້ເຂົ້າໃນວຽກການເຄື່ອນໄຫວວຽກງານ, ດ້ານບຸກຄະລາກອນ ທີ່ຈະປະກອບເຂົ້າໃນວຽກງານອອກໃບຕາດິນ ບາງເມືອງກໍ່ບໍ່ພຽງພໍກັບໂຄງສ້າງການຈັດຕັ້ງຂອງຈຸງານ, ບາງເມືອງຈຳນວນບຸກຄະລາກອນ ດ້ານປະລິມານມີຫຼາຍ ແລະ ແຕ່ບາງສະຫາຍ ກໍ່ຂາດຄຸນນະພາບ ແລະ ສິ່ງທ້າທາຍ ໃນວຽກງານ ສໍາຫຼວດວັດແທກ ເພື່ອຂຶ້ນທະບຽນອອກໃບຕາດິນ ໃນຕໍ່ໜ້າ ທຽບໃສ່ຂໍ້ມູນສະຖິຕິສຳມະໂນຕອນດິນ ທີ່ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງລັດ ແລະ ລວມໝູ່ ນຳໃຊ້ທົ່ວແຂວງສະຫວັນນະເຂດ ປະຈຸບັນມີ 428.509 ຕອນ, ມີເນື້ອທີ່ທັງໝົດ 4.653.298.435 ຕາແມັດ, ອອກໃບຕາດິນແລ້ວ 249.921 ຕອນ ເທົ່າກັບ 58,32 ສ່ວນຮ້ອຍ ຂອງຈຳນວນຕອນດິນທັງໝົດໃນແຂວງ  ເຊິ່ງໃນນັ້ນ ຈຳນວນຕອນດິນທີ່ຍັງບໍ່ທັງອອກໃບຕາດິນ ອີກຈຳນວນ 178.588 ຕອນ ກວມເອົາ 41,68 ສ່ວນຮ້ອຍ ເຊິ່ງໃນປີ 2023 ແຂວງສະຫວັນນະເຂດ ຕ້ອງໄດ້ສູ້ຊົນການອອກໃບຕາດິນ ໃຫ້ໄດ້ 37.200 ຕອນ ເຊິ່ງເປັນບັນຫາທີ່ທ້າທາຍສູງ ຍ້ອນວ່າ ເຄື່ອງມີການສຳຫຼວດ, ອຸປະກອນຮັບໃຊ້ ຍັງບໍພຽງພໍ, ອີກຢ່າງໜຶ່ງຕອນດິນທີ່ຍັງເຫຼືອສ່ວນຫຼາຍ ລ້ວນແຕ່ຢູ່ໃນເຂດຊົນນະບົດ, ຫ່າງໄກ ແລະ ເປັນດິນກະສິກຳ (ດິນນາ) ເປັນສ່ວນໃຫຍ່, ບວກກັບປະຊາຊົນສ່ວນເຂດດັ່ງກ່າວ ຈຳນວນໜຶ່ງ ຄວາມຮັບຮູ້ຕໍ່ຄຸນຄ່າສຳຄັນຂອງໃບຕາດິນ ແລະ ປະລິມານ ຄວາມຕ້ອງການຢາດໄດ້ໃບຕາດິນ ຍັງມີນ້ອຍ ສິ່ງເຫຼົ່ານີ້ເປັນປັດໃຈນຶ່ງ ທີ່ມີຄວາມທ້າທາຍຕໍ່ການຈັດຕັ້ງປະຕິບັດ ຕົວເລກຄາດໝາຍ ການອອກໃບຕາດິນ ທີ່ໄດ້ວາງໄວ້, ການຈັດຕັ້ງປະຕິບັດ ແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງບັນດາຂະແໜງການ ທີ່ຄຸ້ມຄອງທີ່ດິນແຕ່ລະປະເພດ ແມ່ນຍັງຊັກຊ້າ, ໃນບາງຂະແໜງການ ການແບ່ງໜ້າທີ່ຄວາມຮັບຜິດຊອບ ລະຫວ່າງສາຍຕັ້ງ ແລະ ສາຍຂວາງ ຂັ້ນທ້ອງຖິ່ນ ຍັງບໍ່ທັນລະອຽດຈະແຈ້ງ, ຂະແໜງການຕ່າງໆ ກໍ່ຂາດງົບປະໃນການໃນການຈັດຕັ້ງປະຕິບັດ  ແລະ ຕີລາຄາ ຂອດການປະສານສົມທົບ ລາຍງານຄວາມຄືບໜ້າ ກໍ່ຍັງຊັກຊ້າ. ຄຳເຫັນ ວິທີການແກ້ໄຂ ແລະ ຂໍ້ສະເໜີ ນັ້ນລັດຖະບານ ກໍ່ຄືກະຊວງ ແລະ ແຂວງ ຕ້ອງຕອບສະໜອງທາງດ້ານງົບປະມານ, ວັດຖຸອຸປະກອນ ສໍາລັບການສໍາຫຼວດ-ວັດແທກທີ່ດິນ, ພາຫະນະ ໂດຍສະເພາະ ແມ່ນການສະໜອງງົບປະມານໃນການກໍ່ສ້າງ ແລະ ປັບປຸງຫ້ອງການ ຊສ ເມືອງ/ນະຄອນ ເພື່ອຮັບປະກັນວ່າ ມີສາງເກັບມ້ຽນສໍານວນເອກະສານທີ່ດິນ ທີ່ມີຄວາມປອດໄພ ເພື່ອເປັນການປະຕິບັດຕາມ ມາດຕາ 170 ຂອງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ປີ 2019 ທີ່ຈະໄດ້ມອບຄວາມຮັບຜິດຊອບ ໃຫ້ແກ່ຫ້ອງການ ຊສ ເມືອງ ແລະ ນະຄອນ ໃນການເຮັດຫນ້າທີ່ເຊັນໃບຕາດິນ, ຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ລວມທັງການແບ່ງແຍກ ແລະ ໂຮມຕອນດິນຈົດທະບຽນການເຄື່ອນໄຫວສິດນໍາໃຊ້ທີ່ດິນ, ການຄິດໄລ່ຄ່າທຳນຽມ ແລະ ເກັບຄ່າບໍລິການ ໃນການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນໍາໃຊ້ທີ່ດິນຕາມກົດໝາຍ ແລະ ລະບຽບການ, ການຕິດຕາມ ກວດກາການນຳໃຊ້ທີ່ດິນ ເປັນຕົ້ນ ການຫັນປ່ຽນປະເພດທີ່ດິນເປົ້າໝາຍການນຳໃຊ້ທີ່ດິນ ແລະ ການຂະຫຍາຍໂຄງການ ອອກໃບຕາດິນ ບັນດາເມືອງເປົ້າໝາຍຕ່າງໆ. ດ້ານແບບຟອມເອກະສານ ທີ່ປະກອບໃນຊຸດນຳນວນການອອກຕອນດິນ ເດີມແມ່ນມີຫຼາຍແບບຟອມ ເຮັດໃຫ້ຂອດການປະກອບເອກະສານ ແມ່ນໃຊ້ເວລາຫຼາຍ, ສະນັ້ນສະເໜີໃຫ້ມີການປັບປຸງ ແບບຟອມຕ່າງໆ ການອອກໃບຕາດິນ, ການເຄື່ອນໄຫວນິຕິກຳຕ່າງໆ ເພື່ອໃຫ້ມີຄວາມກະທັດຮັດ, ຄົບຖ້ວນ ແລະ ສອດຄ່ອງຕາມລະບຽບການ, ຕ້ອງໄດ້ເອົາໃຈໃສ່ຕິດຕາມ, ກວດກາ, ປະເມີນຜົນ, ການເຄື່ອນໄຫວວຽກງານ ໃນແຕ່ລະໄລຍະ, ພ້ອມທັງມີທິດທາງແຜນການ, ວິທີການ, ມາດຕະການ, ກະຕຸກຊຸກຍູ້ໃຫ້ ຂະແໜງການຕ່າງໆ ຂອງພະແນກ, ບັນດາຫ້ອງການ ຊສ ເມືອງ ດຳເນີນໄປຕາມແຜນການ, ເປັນລະບົບຢ່າງຕໍ່ເນື່ອງ ແລະ ທັນກຳນົດເວລາ; ໃນການຕິດຕາມກວດກາ ຕ້ອງໄດ້ແບ່ງຄວາມຮັບຜິດຊອບ ເປັນສອງຂັ້ນ ຄືການຕິດຕາມກວດກາ ຂອງຄະນະນຳ ທີ່ເນັ້ນໃສ່ການແກ້ໄຂທາງດ້ານວຽກງານແນວຄິດ, ແກ້ໄຂບັນຫາລວມ ເປັນຕົ້ນຕໍ ແລະ ຕ້ອງມີນິຕິກຳເພີ່ມເຕີມ ທີ່ຕິດພັນກັບການນຳໃຊ້ທີ່ໃນ 3 ປະເພດປ່າ ເພື່ອເປັນບ່ອນອີງໃນການຈັດຕັງປະຕິບັດ, ສະເໜີໃຫ້ຄົ້ນຄ້ວາເພີ່ມໂຄງປະກອບ ວຽກງານ ຊສ ຢູ່ຂັ້ນເມືອງ/ນະຄອນ ຄື: ຄະນະຫ້ອງການເພີ່ມອີກ 1 ຕຳແໜ່ງ ແລະ ໜ່ວຍງານ ເພີ່ມອີກ 1 ໜ່ວຍງານ ເປັນ 3 ໜ່ວຍງານ ທັງນີ້ກໍ່ເພື່ອຮອງຮັບການມອບວຽກລົງໃຫ້ເມືອງ ໃນຕໍ່ໜ້າ ແລະ ສົມຄູ່ກັບ ທິດຫັນເອົາພະນັກງານ-ລັດຖະກອນ ທີ່ເຫຼືອຈາກຕຳແໜງງານ ໃນຂັ້ນແຂວງ ສົ່ງລົງໃຫ້ແກ່ຫ້ອງການ ຊສ ເມືອງ/ນະຄອນ.



ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.