ພຊສ ແຂວງສະຫວັນນະເຂດ ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສຳຄັນຕ່າງໆ

 

ໃນວັນທີ  24 ມີຖຸນາ 2022 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງພະແນກຊັບພະຍາກອນທຳມະຊາດ  ແລະ ສິ່ງແວດລ້ອມແຂວງ ໄດ້ຈັດພິທີໂຮມຊຸມນຸມ ປະຖະກະຖາ ເອກະສານ ການຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນ ຊຽງຂວາງ 18 ພຶດສະພາ 1959, ເອກະສານ ວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ 24 ພຶດສະພາ 1960, ວັນໄຊຊະນະ ບັ້ນຮົບດຽນບຽນຟູ 7 ພຶດສະພາ 1954, ວັນເກີດທ່ານ ເຈເກວາຣາ 14 ມີຖຸນາ 1928 ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 68 ຄົນ ຍິງ 38 ຄົນ;

ໃນໂອກາດດັ່ງກ່າວ,ທ່ານ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊສ ແຂວງ ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສຳຄັນ ຂອງແຕ່ລະວັນປະຫວັດສາດ ຂ້າງເທິ່ງນີ້ ເຊັ່ນວ່າ : ການຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນ ຊຽງຂວາງ ນັ້ນສ່ອງແສງໃຫ້ເຫັນວ່າການນໍາພາຂອງພັກຖືກຕ້ອງສະຫລາດສ່ອງໃສ, ຂະບວນການຕໍ່ສູ້ ຂອງພວກ ເຮົາແມ່ນເປັນທໍາ. ສະນັ້ນ ການຜ່າວົງປິດລ້ອມຂອງກອງພັນທີ 2 ໄດ້ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງວ່າ: " ສິນທຳຍາມໃດ ກໍ່ຊະນະອະທໍາ ". ການຜ່າວົງປິດລ້ອມຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫຼວງ ຂອງກໍາລັງປະກອບອາວຸດ ເຮົາທີ່ຢູ່ໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະ ໃນໄລຍະຕໍ່ມາ, ຄະນະພັກ  ຄະນະບັນຊາ, ພະນັກງານ  ສະມາຊິກພັກຕະຫຼອດນັກຮົບທຸກຄົນໃນກອງພັນທີ 2 ໄດ້ເສີມ ຂະຫຍາຍມູນເຊື້ອຕໍ່ສູ້ບໍ່ຍອມຈໍານົນຂອງບັນພະບູລຸດ ແລະ ປະຊາຊົນລາວ ຜູ້ຮັກຊາດ ສາມາດທັບມ້າງກົນອຸບາຍຂອງພວກຈັກກະພັດ ແລະ ລູກແຫຼ່ງຕີນມືຂອງພວກເຂົາທີ່ຫວັງດັບມອດກໍາລັງປະຕິວັດ, ໂດຍສະເພາະແມ່ນ 2 ກອງພັນທີ່ເຂົ້າຮ່ວມກັບກອງທັບແຫ່ງຊາດ ນັ້ນຟັງທະລາຍລົງ ແລະ ຍັງສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດຫນຶ່ງ ໃຈດຽວ, ຄວາມອົດທົນຫມັ້ນຫນຽວບໍ່ຄອນແຄນຕໍ່ການນາບຂູ່, ຫລອກລວງຂອງສັດຕູ. ນໍ້າໃຈສູ້ຮົບພິລະອາດ ຫານ ແລະ ມີໄຫວພິບຂອງ ກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນ ການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດອາເມລິກາ ແລະ ລູກແຫຼ່ງຕີນມື, ພ້ອມດຽວກັນນັ້ນກໍ່ເຮັດໃຫ້ກຳລັງປະຕິວັດ, ໂດຍສະເພາະແມ່ນກໍາລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ, ເຮັດໃຫ້ຊື່ສຽງອິທິພົນຂອງກໍາລັງຝ່າຍປະເທດລາວ ( ແນວລາວຮັກຊາດ ) ນັບມື້ພົ້ນເດັ່ນຂຶ້ນໃນ  ເວທີສາກົນ, ປັດໄຈພື້ນຖານທີ່ເຮັດໃຫ້ກອງພັນທີ 2 ສາມາດຜ່າວົງປິດລ້ອມຢ່າງມີໄຊ ຍ້ອນມີການນໍາພາອັນຖືກຕ້ອງ ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ; ສາເຫດການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາໄປສູ່ເຂດທີ່ຫມັ້ນປະຕິວັດ ຢ່າງປອດໄພ ນັ້ນຍ້ອນການນໍາອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ, ການຊີ້ນໍາລະອຽດຕົວຈິງຂອງທ່ານ ສາລີ ວົງຄໍາຊາວ, ຄະນະພັກແຂວງ ແຂວງວຽງຈັນ ທີ່ໄດ້ ກະກຽມຢູ່ທາງນອກ ແລະ ທາງໃນ ເປັນການຕີຈັງຫວະເຂົ້າແກັບເຂົ້າເກຍ ຊັດເຈນທີ່ສຸດ, ຍ້ອນນໍ້າໃຈຮັກຊາດ ອັນແຮງກ້າຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມ ເສຍສະຫລະ ມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ, ເຮັດໃຫ້ສັດຕູກາຍເປັນ ມິດ ສະຫາຍຮ່ວມຕາຍນໍາກັນ, ຍ້ອນສາລະວັດທະຫານມີນໍ້າໃຈຮັກຊາດອັນດູດດື່ມ, ເບື່ອຫນ່າຍຕໍ່ອໍານາດປົກຄອງຫຸ່ນປະຕິການ. ເຂົາເຈົ້າ ມີຄວາມຈົ່ງຮັກພັກດີ, ຊື່ສັດຕໍ່ຜົນສຸດຂີດກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງ ແຕ່ລະຫ້ອງ ແລະ ໄຂປະຕູຄຸກແລ້ວປ້ອງກັນ ແລະ ພາທາງຜູ້ນໍາພັກ ແລະ ແນວລາວຮັກຊາດຍ່າງອອກຈາກຄຸກໂພນເຄັງ ອອກໄປຢ່າງ ປອດໄພ, ຍ້ອນຄວາມຕື່ນຕົວຮັກຊາດຂອງປະຊາຊົນ, ທຸກຊັ້ນຄົນ, ນັບທັງພະສົງອົງເຈົ້ານະຄອນ ຫລວງວຽງ ຈັນ, ແຂວງວຽງຈັນ ແລະ ທົ່ວປະເທດ ໂດຍການປຸກລະດົມຂົນຂວາຍຈາກກອງຫນູນ (ກໍາລັງປະຕິວັດທີ່ຫວ່ານ ລົງຢູ່ທ້ອງຖິ່ນຕ່າງໆ ), ມີຄວາມຕື່ນຕົວ, ດໍາເນີນການຕໍ່ສູ້ເລັ່ງທວງໃຫ້ພວກປະຕິການປ່ອຍຜູ້ນໍາ, ເມື່ອຜູ້ນໍາ ໂຕນຄຸກເຂົາເຈົ້າກໍ່ຮັກສາຄວາມລັບ, ປ້ອງກັນ ແລະ ລ້ຽງດູຜູ້ນໍາ, ຄອບຄົວພີ່ນ້ອງລູກຫລານ ຂອງຜູ້ນໍາ ໂດຍສະເພາະ ປ້າຄໍາແພງ ບຸຜາ ໄດ້ເຄື່ອນໄຫວປຸກລະດົມ ປະຊາຊົນດໍາເນີນການຕໍ່ສູ້ຢ່າງແຂງແຮງ, ການເຄື່ອນໄຫວຂອງຜູ້ຊົງຄຸນວຸດທິ, ຜູ້ຮັກຫອມສັນຕິພາບເປັນກາງທີ່ໄດ້ສະຫນັບສະຫນູນຝ່າຍແນວ ລາວຣັກຊາດ, ຕໍ່ສູ້ປ້ອງກັນຜູ້ນ, ຫາວິທີບໍ່ໃຫ້ນໍາເອົາຜູ້ອອກຕັດສິນ, ຍ້ອນກໍາລັງຝ່າຍປະເທດລາວ, ກອງພັນທີ 2 ແລະ ທະຫານທ້ອງຖິ່ນທີ່ປ້ອງກັນຜູ້ນໍາ ແລະ ກຽມ ພ້ອມທັບມ້າງທຸກການໄລ່ລ່າຂອງສັດຕູ, ເປັນຜູ້ພາທາງທີ່ກໍານົດໄວ້ກ່ອນ ເພື່ອໃຫ້ຜູ້ນໍາອອກໄປສູ່ທ້ອງຖິ່ນຕ່າງໆ, ຍ້ອນການສະຫນັບສະຫນູນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ປະເທດສັງຄົມນິຍົມອ້າຍ ນ້ອງ, ນັບທັງອົງການສະຫະປະຊາຊາດ ທີ່ໄດ້ແຕ່ງຜູ້ແທນມາພົບກັບລັດຖະບານຫຸ່ນ ແລະ ກົດດັນໃຫ້ພວກ ປະຕິການຕ້ອງຮັບປະກັນຊີວິດໃຫ້ແກ່ຜູ້ນໍາທັງຫມົດ; ຄວາມໝາຍສຳຄັນ ຂອງໄຊຊະນະດຽນບຽນຟູ  ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໂຊຊະນະ ຂອງປະຊາຊົນລາວ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ຮ່ວມສໍາພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍຕົນເອງ ໄຊຊະນະດັ່ງກ່າວໄດ້ດັບມອດເຈດຈໍານົງ ແລະ ການຮຸກຮານຂອງລັດທິລ່າເມືອງຂຶ້ນ ແບບເກົ່າ, ບັງຄັບໃຫ້ລັດຖະບານຝຣັ່ງຈໍາຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນ ເອກະລາດແຫ່ງຊາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກຳປູເຈຍ. ພາກເຫນືອຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ກາຍເປັນຖານທີ່ຫມັ້ນຂອງການປະຕິວັດທີ່ ເຂັ້ມແຂງທັງເປັນແນວຫລັງທີ່ແຫນ້ນແກ່ນ ໃຫ້ແກ່ການດໍາເນີນການຕໍ່ສູ້ຕ້ານຈັກກະພັດອາເມລິກາຢູ່ພາກໃຕ້ ຫວຽດນາມ, ໄຊຊະນະດຽນບຽນຟູ ແລະ ໄຊຊະນະໃນການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງປະຊາຊົນ ຫວຽດນາມ, ລາວ ແລະ ກໍາປູເຈຍ ແມ່ນເປັນເທື່ອທໍາອິດທີ່ໄດ້ເຮັດໃຫ້ລັດທິລ່າເມືອງແບບເກົ່າຖືກພັງທະລາຍ ລົງຢູ່ໃນໂລກ, ໄຊຊະນະດັ່ງກ່າວຍັງເປັນບ່ອນອີງທີ່ຫນັກແຫນ້ນ, ທັງເປັນແວ່ນແຍງທີ່ໃສແຈ້ງໃຫ້ແກ່ບັນດາປະ ຊາຊາດທີ່ຕົກເປັນຫົວເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນແບບ ເກົ່າຢູ່ຫລາຍບ່ອນໃນທົ່ວໂລກ, ປະກອບສ່ວນອັນສົມກຽດເຂົ້າໃນພາລະກິດຕໍ່ສູ້ອັນຍິ່ງໃຫຍ່ຂອງມວນມະນຸດທີ ກ້າວຫນ້າເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວຫນ້າຂອງສັງຄົມ...!  ສໍາລັບປະເທດລາວ ໄຊຊະນະດຽນບຽນຟູໄດ້ມີຄວາມສໍາຄັນໃນການສາມັກຄີພິເສດ, ຮ່ວມສໍາພັນສູ້ ຮົບລະຫວ່າງລາວ  ຫວຽດນາມ, ເປັນໄຊຊະນະຕ້ານສັດຕູຕົວດຽວກັນ, ປະສານສົມທົບ ແລະ ອຸດຫນູນຊຶ່ງກັນ ແລະ ກັນ ເພາະວ່າ ດຽນບຽນຟູ ຢູ່ໃກ້ໆກັບຜົ້ງສາລີ ແລະ ຫົວພັນ, ສະນັ້ນ ຕີຊະນະຝຣັ່ງຢູ່ດຽນບຽນຟູຈຶ່ງທັບ ມ້າງ ແຫລ່ງທີ່ຫມັ້ນສໍາຄັນ ຂອງສັດຕູ.

ໃນຕອນທ້າຍ ເພີ່ນໄດ້ເລົ່າຫວນຄືນເຖິງປະຫວັດຄວາມເປັນມາຂອງທ່ານ ເຈເກວາຣາ ໃນການເຄື່ອນໄຫວແຕ່ລະໄລຍະໂດຍສະເພາະແມ່ນມູນເຊື້ອການເຄື່ອນໄຫວພາລະກິດປະຕິວັດອັນອົງອາດກ້າຫານເດັດດ່ຽວຂອງ ທ່ານ ເຈເກວາຣາ ຈົນກາຍເປັນນັກຮົບປະຕິວັດທີ່ຍິ່ງໃຫຍ່ເປັນວິລະບູລຸດ ເປັນຜູ້ນຳທີ່ມີຄວາມສາມາດສະຫລາດສ່ອງໃສເປັນນັກທິດສະດີ ແລະ ພຶດຕິກຳເປັນນັກປຸກລະດົມຂົນຂວາຍເປັນແບບຢ່າງທີ່ດີ ຂອງເພີ່ນ. 

 

 

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.