ພິທີ ຮັບສະມາຊິກພັກສຳຮອງ ໜ່ວຍພັກ ຂະແໜງ ບໍລິຫານ ແລະ ຈັດຕັ້ງ

ຕອນແລງ ເວລາ 08 ໂມງ 30 ນາທີ ຂອງວັນທີ 21 ມີຖຸນາ 2022 ໜ່ວຍພັກ ຂະແໜງບໍລິຫານ ແລະ ຈັດຕັ້ງ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຢູ່ທີ່ຫ້ອງປະຊຸມ​ໃຫຍ່ ຊັ້ນ IV ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນເຂດ ​ໂດຍ​ການປະທານຂອງ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ມີເລຂາໜ່ວຍພັກ, ປະທານກວດກາພັກ, ຄະນະພັກ, ສະມາຊິກພັກ​ສົມບູນ ​ແລະ ສຳຮອງ ພາຍໃນໜ່ວຍເຂົ້າຮ່ວມທັງໝົດ 23 ສະຫາຍ, ຍິງ 11 ສະຫາຍ.

ໃນພິທີດັ່ງກ່າວ ສະຫາຍ ປິດຕາ ໄຊຍະລາດ ຄະນະພັກຮາກຖານ, ຮອງເລຂາໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ໄດ້ຂື້ນຜ່ານ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຈຳນວນ 2 ສະບັບຄື: ເລກທີ 495/ຄປພຂ, 496/ຄປພຂ ລົງວັນທີ 10 ພຶດສະພາ 2022; ຈາກນັ້ນ ສະຫາຍ ສີວິໄລພອນ ສີສຸວົງ ຄະນະພັກຮາກຖານ, ທັງເປັນເລຂາໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ໄດ້ເປັນກຽດ ຂຶ້ນກ່າວຮັບສະມາຊິກພັກສຳຮອງ ພ້ອມທັງໄດ້ ອະທິບາຍຄວາມໝາຍ, ສັນຍາລັກ ຂອງທຸງຊາດ ແລະ ທຸງພັກ ໃຫ້ສະຫາຍສະມາຊິກພັກສຳຮອງ ໄດ້ຮັບຮູ້ ແລະ ເຂົ້າໃນ;

ໃນຕອນທ້າຍ ຂອງພິທີ ສະຫາຍ ພູທອນ ຍອດບຸນເຮືອງ ເປັນກຽດໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງສະຫາຍໄດ້ເລົ່າເຖີງມູນເຊື້ອ ແລະ ການເປັນມາຂອງພັກປະຊາຊົນປະຕິວັດລາວ, ຜ່ານກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XI ໂດຍຫຍໍ້ ໃນນັ້ນສະຫາຍໄດ້ເນັ້ນໜັກຕໍ່ໜ້າທີສະມາຊິກພັກ, ຂໍ້ຫ້າມຂອງສະມາຊິກພັກ ແລະ  ຮຽກຮ້ອງມາຍັງ ຄະນະພັກ, ສະມາຊິກພັກ ທຸກສະຫາຍ ໃຫ້ມີທັດສະນະຫຼັກໝັ້ນດ້ານການເມືອງ – ແນວຄິດ, ຍົກສູງຄວາມ ຮັບຜິດຊອບເສຍສະຫຼະສ່ວນຕົວ ເພື່ອສ່ວນລວມ, ເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນ, ມີຄວາມສື່ສັດສຸດຈະລິດ ຕໍ່ໜ້າທີວຽກງານ, ມີຄວາມສາມັກຄີ ແລະ ເອົາໃຈໃສ່ຕໍ່ໜ້າທີການເມືອງ ທີ່ພັກມອບໝາຍໃຫ້ ແລະ ຝຶກຝົນຫຼໍ່ຫຼອມຕົນເອງເປັນສະມາຊິກພັກທີ່ດີເດັ່ນ, ປອດໃສ ເຂັ້ມແຂງ ໜັກແໜ້ນ.  ຫຼັງຈາກນັ້ນ ສະມາຊິກພັກໃໝ່ຂື້ນຮັບຄຳໂອ້ວາດ ແລະ ປະຕິຍານຕົນຕໍ່ພິທີ;

ພິທີດັ່ງກ່າວ ໄດ້ປິດລົງຢ່າງເປັນທາງການ ໃນເວລາ: 12:00 ນາທີ ຂອງວັນດຽວກັນ.



ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.