ລົງຕິດຕາມ, ກວດກາ, ຊຸກຍູ້ ການມອບ-ຮັບໃບຕາດິນ ແລະ ການນຳໃຊ້ ແບບພິມໃບຕາດິນ, ໃບທະບຽນທີ່ດິນ ໃນ 08 ເມືອງ

ໃນຄັ້ງວັນທີ 10-12 ພຶດສະພາ 2022 ແລະ ວັນທີ 06-08 ມີຖຸນາ 2022 ທ່ານ ບູລິກາອິນທິລາດ ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລອ້ມແຂວງ ໄດ້ລົງຕິດຕາມ, ກວດກາ ແລະ ຊຸກຍູ້ ການມອບ-ຮັບໃບຕາດິນ ແລະ ການນຳໃຊ້ ແບບພິມໃບຕາດິນ, ໃບທະບຽນທີ່ດິນ ໃນ 08 ເມືອງ ຄື: ເມືອງໄຊບູລີ, ເມືອງອາດສະພອນ, ເມືອງອາດສະພັງທອງ, ເມືອງພະລານໄຊ, ເມືອງພີນ, ເມືອງເຊໂປນ, ເມືອງວິລະບູລີ ແລະ ເມືອງນອງ ມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ, ຍິງ 17 ທ່ານ. ເຫັນວ່າໃນໄລຍະຕົ້ນປີ 2022 ນີ້ ບັນດາເມືອງດັ່ງກ່າວ ສາມາດ ມອບໃບຕາດິນ ໃຫ້ແກ່ເຈົ້້າຂອງສິດນຳໃຊ້ທີ່ດິນ ໄດ້ທັງໝົດ 4.158 ໃບ ເທົ່າກັບ 47,78 ສ່ວນຮ້ອຍ ຂອງແຜນການ ແລະ ມາຮອດປະຈຸບັນ ເຫັນວ່າມີການນຳໃຊ້ ແບບພິມໃບຕາດິນ, ໃບທະບຽນທີ່ດິນທັງໝົດ 38.687 ຊຸດ.  


  ພາຍຫຼັງທີ່ໄດ້ຮັບຟັງ ການລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານ ສຳຫຼວດວັດແທກ ພິສູດຫຼັກຖານອອກໃບຕາດິນ, ຂໍ້ສະດວກ, ຂອດຫຍຸ້ງຍາກ ແລະ ແຜນການຕໍ່ໜ້າ ຂອງບັນດາເມືອງຕ່າງໆ ແລ້ວທ່ານທ່ານ ບູລິກາອິນທິລາດ ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລອ້ມແຂວງ ກໍ່ໄດ້ມີຄຳເຫັນ ແລະ ໃຫ້ຄຳແນະນຳ ວິທີການແກ້ໄຂ ຂໍ້ຄົງຄ້າງຕ່າງໆ ເພື່ອເຮັດໃຫ້ ການສືບຕໍ່ຈັດຕັ້ງປະຕິບັດວຽກງານ ບຸນລຸໄດ້ຕາມຄາດໝາຍທີ່ວາງໄວ້ ເຊິ່ງທ່ານຂໍໃຫ້ຫ້ອງການ ຊສ ເມືອງເອົາໃຈໃສ່ ໃນການຕິດຕາມ, ກວດກາ, ສະຫຼຸບປະເມີນຜົນການເຄື່ອນໄຫວວຽກງານຂອງຕົນ ເປັນໄລຍະ, ພ້ອມກັນນັ້ນ ກໍ່ຕ້ອງມີແຜນການ, ມາດຕະການ, ມີການຊຸກຍູ້ ແລະ ປະຕິບັດວຽກງານ ຢ່າງເປັນລະບົບຕໍ່ເນື່ອງ ແລະ ສຳເລັດຕາມກຳນົດເວລາ; ໄປຄຽງຄູ່ກັບການເຄື່ອນໄຫວ ວຽກວັດແທກອອກໃບຕາດິນ ຢູ່ບ້ານເປົ້າໝາຍ ນັ້ນກໍ່ຕ້ອງໄດ້ຍົກສູງການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານການເງິນ ເພື່ອເຮັດໃຫ້ມີສະພາບຄ່ອງ ໃນການສ້າງລາຍຮັບດ້ວຍຕົນເອງ, ກຸ່ມຕົນເອງ, ເພິິ່ງຕົນເອງທາງດ້ານງົບປະມານວິຊາການ ໄລຍະຍາວທີ່ອາດສົ່ງຜົນກະທົບ ຕໍ່ການຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນ ໃນແຕ່ລະເມືອງ ເພາະບໍ່ມີງົບປະມານຈາກລັດສະເພາະ ອາໃສ່ລາຍຮັບທີ່ກັບໄດ້ຈາກຄ່າບໍລິການວິຊາການ ນຳໃຊ້ເຂົ້າໃນວຽກໂດຍກົງ 90 ສ່ວນຮ້ອຍ ແລະ ອີກ 10 ສ່ວນຮ້ອຍ ແມ່ນນຳໃຊ້ເຂົ້າໃນວຽກບໍລິຫານປິ້ນອ້ອມຕ່າງ ຂອງບັນດາຫ້ອງການ ຊສ ເມືອງ;

 


ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.