ຜົນສຳເລັດ ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

ກອງປະຊຸມໃຫຍ່ສະມສຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານ ພຊສ ແຂວງ ໄດ້ໄຂຂຶ້ນໃນເຊົ້້າວັນທີ 12 ເມສາ 2022 ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານກິດຕິມະສັກ ຂອງສະຫາຍ ພູວັງ ເກດແກ້ວ ພົມພອນ ຮອງເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ, ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາພັກຮາກຖານ ເປັນປະທານກອງປະຊຸມ ພ້ອມດ້ວຍສະຫາຍ ຈາກຄະນະຈັດຕັ້ງແຂວງ, ກວດກາພັກລັດແຂວງ, ບັນດາແຂກ ຈາກຮາກຖານພັກພະແນກການຕ່າງໆ, ບັນດາສະຫາຍ ສະມາຊິກພັກສົມບູນ ແລະ ສຳຮອງ ພາຍໃນຮາກຖານພັກ ເຂົ້າຮ່ວມທັງໝົດຈຳນວນ  111 ສະຫາຍຍິງ 42 ສະຫາຍ.

ໃນຕອນຕົ້ນຂອງພິທີ ສະຫາຍ ພູທອນ ຍອດບຸນເຮືອງ ໃນນາມປະທານກອງປະຊຸມ ແລະ ເປັນຈັດຕັ້ງປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ຈາກນັ້ນ ສະຫາຍ ບຸນຊູ ວົງສະຫວັນ ຄະນະພັກຮາກຖານ ໄດ້ຮັບກຽດໃຫ້ຂຶ້ນຜ່ານຄຸນລັກສະນະຂອງສະມາຊິກພັກທີ່ ເຂົ້າຮ່ວມກອງປະຊຸມໃຫຍ່ສະມສຊິກພັກ ຄັ້ງທີ III ຄັ້ງນີ້, ເວລາຕໍ່ມາ ສະຫາຍ ບຸນຍອດ ນາມເສນາ ຄະນະພັກຮາກຖານພະແນກ ໄດ້ຜ່ານຮ່າງ ບົດລາຍງານການເມືອງ ໂດຍປະຕິບັດຕາມພາລະ​ບົດ​ບາດ, ສິດ ແລະ ໜ້າທີ່​, ລະບອບ​ແບບ​ແຜນວິທີ​ເຮັດ​ວຽກຂອງ​ຄະນະພັກຮາກຖານ, ຮາກຖານພັກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນເບື້ອງຕົ້ນປະກອບມີຄະນະພັກຮາກຖານ 04 ສະຫາຍ, ຍິງ 0 ສະຫາຍ ເຊິ່ງຄະນະຮາກຖານ ພຊສ ແຂວງ 4 ສະຫາຍນີ້ ໄດ້​ຮັບ​ການປ່ອນ​ບັດເລືອກ​ຕັ້ງຂຶ້ນ​ ໃນກອງ​ປະຊຸມ​ໃຫຍ່ສະມາຊິກພັກ ​ຄັ້ງທີ II ໃນວັນທີ 23 ມີຖຸນາ 2017  ແລະ ມະຕິຕົກລົງ ຮັບຮອງຂອງຄະນະປະຈຳພັກແຂວງ ເລກທີ 785/ຄປພຂ.ສຂ ລົງວັນທີ 28 ສິງຫາ 2017 ເຊິ່ງມີ 03 ໜ່ວຍພັກ ຂຶ້ນກັບ ຄື: ໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ   ມີສະມາຊິກ 27 ສະຫາຍ, ຍິງ 13 ສະຫາຍ; ໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ມີສະມາຊິກ 35 ສະຫາຍ, ຍິງ 15 ສະຫາຍ; ໜ່ວຍພັກຂະແໜງທີ່ດິນ ມີສະມາຊິກພັກ 37 ສະຫາຍ, ຍິງ 12 ສະຫາຍ ແລະ ສໍາຮອງພັກສຳຮອງ ສໍາຮອງ 01/0 ສະຫາຍ, ແລະ ອີງ​ໃສ່​ການ​ ນຳພາ​-​ຊີ້ນຳ ຕົວ​ຈິງ​ ໃນ​ຂົງ​ເຂດວຽກ​ງານຕ່າງໆ​ ​ໄລຍະແຕ່ກອງ​ປະຊຸມ​ໃຫຍ່ ​ສາມະຊິກພັກ ຄັ້ງທີ II ໃນຕະຫຼອດໄລຍະ 5 ປີຜ່ານມາ (2017-2021) ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນບາງບັນຫາທີ່ພົ້ນ ເດັ່ນດັ່ງນີ້: ຄະນະພັກທຸກຂັ້ນ ໄດ້ເອົາໃຈໃສ່ຊີ້ນຳນຳພາໃນແຕ່ລະດ້ານ ເຊັ່ນ : ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນນຳພາ ແລະ ດ້ານວິຊາສະເພາະ ເຊິ່ງເຫັນວ່າບັນດາສະຫາຍສະມາຊິກພັກ ໄດ້ເປັນແບບຢ່າງ ແລະມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍຢ່າງມີຜົນສຳເລັດ. ຈາກນັ້ນ ກອງປະຊຸມຍັງໄດ້ມີການວາງທິດທາງແຜນການ ໃນອີກ 5 ຕໍ່ໜ້າ (2022-2026) ຕື່ມອີກ.

ກອງປະຊຸມຄັ້ງນີ້ ບັນດາສະຫາຍຜູ້ແທນສົມບູນ ທີ່ເຂົ້າຮ່ວມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່, ເຊິ່ງຜົນການເລືອກຕັ້ງ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເລືອກເອົາ ສະຫາຍ ພູທອນ ຍອດບຸນເຮືອງ ເປັນເລຂາພັກຮາກຖານ, ສະຫາຍ ບູລິກາ ອິນທິລາດ ເປັນຮອງເລຂາພັກຮາກຖານ ທັງເປັນປະທານກວດກາ, ສະຫາຍ ສີວິໄລພອນ ສີສຸວົງ ເປັນກຳມະການພັກ, ສະຫາຍ ນາງ ປານທິບ ລາຊາຈັກ ເປັນກຳມະການພັກ ແລະ ສະຫາຍ ປິດຕາ ໄຊຍະລາດ ເປັນກຳມະການພັກ, ກອງປະຊຸມຄັ້ງນີ້ ຍັງໄດ້ເລືອກເອົາປະທານ, ຮອງ ປະທານກວດກາ ເຊິ່ງປະກອບດ້ວຍ : ສະຫາຍ ບູລິກາ ອິນທິລາດ ເປັນປະທານ, ສະຫາຍ ປິດຕາ ໄຊຍະລາດ ແລະສະຫາຍ ຫົງຄຳ ລີລາວັນ ເປັນຮ ອງປະທານ.

ໃນຕອນທ້າຍຂອງກຸມປະຊຸມ ດັ່ງກ່າວ ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລ ຂາພັກແຂວງ ກໍ່ໄດ້ມີຄຳເຫັນ, ໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະພັກຮາກຖານ ຊຸດໃໝ່ ກໍ່ຄືບັນດາສະຫາຍ ສະມາຊິກພັກ ເພື່ອພ້ອມກັນຊີ້ນຳ-ນຳພາວຽກງານ ກໍ່ສ້າງພັກ, ຂະຫຍາຍພັກ ແລະ ກໍ່ສ້າງພະນັກງານ ໃຫ້ມີຜົນສຳເລັດ, ເອົາໃຈໃສ່ສ້າງຄວາມສາມັກຄີ, ຄວາມເປັນເອກະພາບ, ເຮັດວຽກ ແບບລວມສູນປະຊາທິປະໄຕ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດ ເພື່ອໃຫ້ວຽກງານທຸກຢ່າງ ມີຜົນສຳເລັດຕາມ ລະດັບຄາດໝາຍ ແລະ ພົ້ນເດັ່ນກ່າວເກົ່າ ແລະ ສະຫາຍ ພູທອນ ຍອດບຸນເຮືອງ ເລຂາພັກຮາກຖານ ໄດ້ຕາງໜ້າໃຫ້ບັນດາສະຫາຍ ຄະນະພັກຮາກຖານ ຊຸດໃໝ່ ອອກມາຮັບຄໍາໂອ້ລົມ, ຄໍາເຫັນ ແລະ ທິດຊີ້ນຳ ຈາກຄະນະພັກຂັ້ນເທິງ ເເພື່ອເປັນທິດນໍາ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ III ໃຫ້ເປັນອັນລະອຽດ, ພ້ອມກັນເຮັດສໍາເລັດໜ້າທີ່ຂອງກອງປະຊຸມໃຫຍ່ຄັ້ງນີ້ ທີ່ໄດ້ວາງອອກ ຢ່າງຕັ້ງໜ້າ;

 

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.