ຮາກຖານຊາວໜຸ່ມ ປປລ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂັ້ນຂອງຕົນ

ໃນຕອນເຊົ້າ ຂອງວັນທີ 16 ກໍລະກົດ 2021, ຮາກຖານຊາວໜຸ່ມ ປປລ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IIຂັ້ນຂອງຕົນ ໂດຍກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກ ຊສ ແຂວງໂດຍການເຂົ້າຮ່ວມ ຂອງສະຫາຍ ປ.ອ ພູລຳພອນ ສີຫາວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊຸມໜຸມ ປປລ ແຂວງສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ພຊສມີຕາງໜ້າ ຮາກຖານຊາວໜຸ່ມ ປປລ ພະແນກ ອ້ອມຂ້າງແຂວງ, ມີຄະນະຮາກຖານຊາວໜຸ່ມ ພຊສ ຕະຫຼອດເຖິງສະມາຊິກຊາວໜຸ່ມ ພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມທັງໝົດ ຈຳນວນ 85 ສະຫາຍ ສະຫາຍຍິງ 46 ສະຫາຍ. ໃນກອງປະຊຸມ ສະຫາຍ ບູລິກາ ອິນທິລາດ ເລຂາຮາກຖານຊາວໜຸ່ມ ປປລ ພະແນກ ຊສ ແຂວງສະຫວັນນະເຂດ ( ຊຸດເກົ່າ ) ກໍ່ໄດ້ຂຶ້ນຜ່ານບົດລາຍງານການເມືອງ ແລະ ວາງທິດທາງແຜນການ ປີໃນຕໍ່ໜ້າ ຂອງຮາກຖານຊາວໜຸ່ມ ປປລ  ພະແນກ ຊສ ແຂວງຢ່າງຮອບດ້ານ ພ້ອມທັງຍົກໃຫ້ເຫັນ ແຜນພັດທະນາ ຊາວໜຸ່ມ-ເຍົາວະຊົນ  ພະແນກ ຊສ 7 ແຜນງານ 6 ໂຄງການ ແຕ່ປີ 2022-2026 ທີ່ຕ້ອງໄດ້ສູ້ຊົນ ຈັດຕັ້ງໃຫ້ສຳເລັດ ຕາມຄາດໝາຍ. ໃນພິທີຍັງໄດ້ມີການມອບ-ຮັບໃບຍ້ອງຍໍ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ໃນໄລຍະ 5 ປີ ແຕ່ປີ 2017-2021 ) ຈຳນວນ 32 ສະຫາຍ ຍິງ 11 ສະຫາຍ ແລະ ໄດ້ຜ່ານມະຕິຕົກລົງ ຂອງຄະນະບໍລິຫານງານຊາວໜຸ່ມແຂວງ ວ່າດ້ວຍການຢັ້ງຢືນ ສະມາຊິກຊາວໜຸ່ມ ປປລ ພົ້ນກະສຽນ ຈຳນວນ 09 ສະຫາຍ, ຍິງ 05 ສະຫາຍ;

ຈານນັ້ນ, ກອງປະຊຸມໃຫຍ່ ຄັ້ງທີ III ຍັງໄດ້ສືບຕໍ່ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາ ຄະນະຮາກຖານ ຊາວໜຸ່ມ ປປລ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ຊຸດໃໝ່, ມີຜູ້ສະໝັກ 10 ສະຫາຍຍິງ 04 ສະຫາຍເລືອກໄດ້ 07 ສະຫາຍຍິງ 02 ສະຫາຍໂດຍຜ່ານກອງປະຊຸມຄັ້ງປະຖົມມະລຶກ ຄະແນນສຽງສ່ວນຫຼາຍເຫັນດີໃຫ້ສະຫາຍ ພົນລະຄອນ ສຸລິວົງ ເປັນເລຂາຮາກຖານຊາວໜຸ່ມ ( ຊຸດໃໝ່ )ສະຫາຍ ອິນປະສິດ ສີຫາລາດ  ເປັນຮອງເລຂາ, ສະຫາຍ ນາງ ອຳມາລາ ບຸດສະດີ ເປັນຮອງເລຂາ, ສະຫາຍ ນາງ ພັນມະຫາ ພະອຸເທນ ເປັນຄະນະບໍລິຫານງານ, ສະຫາຍ ພອນໄຊ ບຸນທະວີໃສ  ເປັນຄະນະບໍລິຫານງານ, ສະຫາຍ ຂັນແກ້ວ ເທບບົວທອງ ເປັນຄະນະບໍລິຫານງານ, ສະຫາຍ ຈຳປາ ໄຊຈຳປາ ເປັນຄະນະບໍລິຫານງານ,  ພ້ອມກັນນັ້ນ ຍັງໄດ້ຮັບຮອງເອົາ ສະຫາຍ ອິນປະສິດ ສີຫາລາດ ເປັນປະທານກວດກາ, ສະຫາຍ ພອນໄຊ ບຸນທະວີໃສ  ຮອງປະທານກວດກາ ແລະ ສະຫາຍ ນາງ ເຂັມພອນ ພິມມະສານ ເປັນຄະນະກວດກາ. 

        
     
          
     
         
                



ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.