ກອງປະຊຸມ ລາຍງານຄວາມຄືບໜ້າຂອງການກໍ່ສ້າງ ຫ້ອງການ ຊສ ເມືອງ ທົ່ວປະເທດ


ກອງປະຊຸມ ລາຍງານຄວາມຄືບໜ້າຂອງການກໍ່ສ້າງ ຫ້ອງການ ຊສ ເມືອງ  ທົ່ວປະເທດ 

ຜ່ານທາງ Video Conference ລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນ( ກະຊວງ ຊສ ກັບບັນດາ ພະແນກ ການ ສຊ ແຂວງ, ນະຄອນ ທົ່ວປະເທດ )


ໃນວັນທີ 15 ກໍລະກົດ  2020 ໃນເວລາ 14 ໂມງ 00 ນາທີ   ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມລາຍງານຄວາມຄືບໜ້າ ຂອງການກໍ່ສ້າງ ຫ້ອງການ ຊສ ເມືອງ  ທົ່ວປະເທດ ຜ່ານທາງ ( Video Conference )  ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍມີບັນດາການນຳຂອງກະຊວງ, ຫົວໜ້າກົມ, ຮອງກົມ ຂອງກະຊວງ ຊສ ແລະ ບັນດາພະແນກການ ຊສ 17 ແຂວງ ແລະ ນະຄອນຫຼວງ ເຂົ້າຮ່ວມຢ່າງພ້ອມພຽງ;

ທີ່ປະຊຸມໄດ້ຮັບຟັງການລາຍງານສະພາບລວມ ແລະ ຄວາມຄືບໜ້າຂອງການກໍ່ສ້າງ ຫ້ອງການ ຊສ ເມືອງ  ທົ່ວປະເທດ ແລະ ທິດທາງການດຳເນີນການກໍ່ສ້າງໃນຕໍ່ໜ້າ ຂອງບັນດາພະແນກການ ຊສ 17 ແຂວງ ແລະ ນະຄອນຫຼວງ;  
ຈາກນັ້ນ, ໃນຕອນທ່ານລັດຖະມົນຕີ ໄດ້ມີຄຳເຫັນ ແລະ ໂອ້ລົມຕໍ່ກອງປະຊຸມ ກ່ຽວກັບແຜນການຈັດຕັ້ງປະຕິບັດຂອງໂຄງການກໍ່ສ້າງອາຄານ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໃນຕໍ່ໜ້າ.

ມາຮອດເວລາ 16 ໂມງ 00 ນາທີ ຂອງວັນດຽວກັນ  ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.