ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂອງໜ່ວຍພັກ ຂະແໜງບໍລິຫານ ແລະ ຈັດຕັ້ງ


   ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ ກາງສະໄໝ ແຕ່ປີ 2017-2019 ແລະ ທົບທວນທິດທາງແຜນການ ທ້າຍສະໄໝ ປີ 2020-2022 ຂອງໜ່ວຍພັຍຂະແໜງບໍລິຫານ ແລະ ຈັດຕັ້ງ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ມີຖຸນາ 2020 ທີຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ໜູການ ອິນທະປັນຍາ ຮອງເລຂາຮາກຖານພະແນກ ຊສ,ຮອງຫົວໜ້າພະແນກ ຊສ ແຂວງສະຫາຍ ພິດສະໄໝ ນາມມຸນຕີ ຮອງປະທານກວດກາພັກຮາກຖານ ພຊສ, ເລຂາໜ່ວຍພັກຂະແໜງບໍລິຫານ-ຈັດຕັ້ງ, ຮອງຫົວໜ້າພະແນກ ຊສ ແຂວງມີບັນດາສະຫາຍ ສະມາຊິພັກພາຍໃນໜ່ວພັກ ຂະແໜງບໍລິຫານ ແລະ ຈັດຕັ້ງ ພ້ອມດ້ວຍຜູ້ແທນ ທີ່ມາຈາກໜ່ວຍພັກອ້ອມຂ້າງ ຮາກຖານພັກ ຊສ ແລະ ຕາງໜ້າບັນດາອົງການຈັດຕັ້ງມະຫາຊົນ ຂອງພະແນກ ຊສ ເຂົ້າຮ່ວມ ທັງໝົດຈຳນວນ 28 ສະຫາຍ ຍິງ 15 ສະຫາຍ;
    ໃນກອງປະຊຸມ ສະຫາຍ ພິດສະໄໝ ນາມມຸນຕີ ກໍໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ ກາງສະໄໝ ແຕ່ປີ 2017-2019 ພ້ອມທັງສັງເກດຕີລາຄາຄືນເຖິງຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກທີ່ຜ່ານມາ ເປັນຕົ້ນແມ່ນວຽກງານການເມືອງແນວຄິດ, ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການນໍາພາວຽກງານວິຊາສະເພາະ, ນໍາພາອົງການຈັດຕັ້ງມະຫາຊົນ, ວຽກງານກໍ່ສ້າງພັກພະນັກງານ ແລະ ວຽກງານປັກປຸງການຈັດຕັ້ງໜ່ວຍພັກ ເຊິ່ງຄະນະໜ່ວຍພັກໄດ້ເອົາໃຈໃສ່ຊີ້ນໍາ ນໍາພາວຽກງານດັ່ງກ່າວ ເຊິ່ງເຫັນວ່າມີຜົນສຳເລັດຕາມຄາດໝາຍ ມະຕິ I ວາງໄວ້ຫຼາຍດ້ານ; ພ້ອມກັນນັ້ນ, ກໍ່ຍັງຍົກໃຫ້ເຫັນ ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດທີພາໃຫ້ດີ-ໃຫ້ອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 3 ປີທີ່ຜ່ານມາ;
( ວີດີໂອ ໂດຍສະຖານນີໂທລະພາບ ແຂວງສະຫວັນນະເຂດ )


     ສໍາລັບທິດທາງແຜນການໃນທ້າຍສະໄໝ 2020-2022 ນັ້ນ ໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ໄດ້ທົບທວນຄືນຄາດໝາຍ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດຜົນເປັນຈິງ ມີ 11 ຄາດໝາຍ ແລະ 05 ວຽກຈຸດສຸມ;
  ຈາກນັ້ນ, ໃນຕອນທ້າຍຂອງວາລະກອງປະຊຸມ ສະຫາຍ ໜູການ ອິນທະປັນຍາ ຮອງເລຂາຮາກຖານພະແນກ ຊສ,ຮອງຫົວໜ້າພະແນກ ຊສ ແຂວງ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນນຳພາດ້ານຕ່າງໆ ທີ່ໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ຍາດມາໄດ້  ພ້ອມກັນນັ້ນ ສະຫາຍ ກໍ່ໄດ້ໃຫ້ທິດຊີ້ນຳບາງດ້ານ ຕໍ່ການຈັດຕັ້ງປະຕິບັດແຜນການ ທ້າຍສະໄໝ 2020-2022 ຂອງໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ ໃຫ້ປະກົດຜົນເປັນຈິງ.

ມາຮອດເວລາ 12 ໂມງ 00 ນາທີ ຂອງວັນດຽວກັນ  ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.