ບັນຫາສິ່ງແວດລ້ອມ






ນັກວິທະຍາສາດດ້ານດິນຟ້າອາກາດທີ່ມີຊື່ສຽງ ຈຳນວນ 4 ທ່ານ ກໍາລັງຮຽກຮ້ອງໃຫ້ອະນຸລັກສິ່ງແວດລ້ອມ ແລະ ໃຫ້ສະໜັບສະໜຸນການພັດທະນາລະບົບຜະລິດພະລັງງານນີວເຄຍທີ່ປອດໄພຂຶ້ນ ໃນຖານເປັນທາງເລືອກອັນນຶ່ງ ແທນນ້ຳມັນເຊື້ອໄຟທີ່ຂຸດຂຶ້ນມາຈາກໃຕ້ດິນ ທີ່ເຮັດໃຫ້ເກີດໂລກຮ້ອນ;

ບັນດານັກວິທະຍາສາດທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ແລະ ອອສເຕຣເລຍ ໄດ້ທຳການຮຽກຮ້ອງດັ່ງກ່າວໃນຈົດໝາຍສະບັບນຶ່ງ ທີ່ເປີດເຜີຍໃຫ້ຮູ້ໃນວັນອາທິດວານນີ້ ແລະ ສົ່ງໄປຫາພວ
ຜູ້ຄົນທີ່ມີອິດທິພົນ ໃນການວາງນະໂຍບາຍດ້ານສິ່ງແວດລ້ອມ ແຕ່ຄັດຄ້ານຕໍ່ການໃຊ້ພະລັງ
ງານນີວເຄຼຍ;

ພວກອະນຸລັກສິ່ງແວດລ້ອມຫຼາຍຄົນເຊື່ອວ່າ ພວກໂຮງໄຟຟ້ານີວເຄລຍຕ່າງໆອັນຕະລາຍໂພດ ແລະ ສິ້ນເປືອງຄ່າໃຊ້ຈ່າຍແພງ ສຳລັບຜະລິດພະລັງງານມາທົດແທນນ້ຳມັນເຊື້ອໄຟທີ່ຂຸດຄົ້ນອອກມາຈາກໃຕ້ດິນນັ້ນ ແລະກ່າວຕໍ່ໄປວ່າ ພວກລັດຖະບານປະເທດຕ່າງໆ ແທນທີ່ຈະໃຊ້ພະລັງງານ
ນີວເຄລຍນັ້ນ ຄວນຈະລົງທຶນໃສ່ແຫຼ່ງພະລັງງານຕ່າງໆເຊັ່ນ ລະບົບໃຊ້ແສງຕາເວັນແລະລົມ ເພື່ອ
ສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງໂລກນັ້ນ;

ແຕ່ພວກທີ່ຂຽນຈົດໝາຍສະບັບນີ້ ກ່າວວ່າ ລະບົບໃຊ້ແສງຕາເວັນແລະລົມບໍ່ສາມາດທີ່ຈະຜະລິດອອກມາໄດ້ໄວ ເພື່ອສະໜອງພະລັງງານທີ່ຖືກ ແລະ ເຊື່ອຖືໄດ້ໃນລະດັບທີ່ເສດຖະກິດຂອງໂລກຕ້ອງການນັ້ນ. ພວກຂຽນຈົດໝາຍສະບັບນີ້ຍັງກ່າວຕື່ມວ່າ ມັນຈະຕ້ອງມີບົດບາດຫຼາຍສົມຄວນສຳລັບພະລັງງານນີວເຄລຍໃນການແກ້ໄຂໃດໆທີ່ໜ້າເຊື່ອຖືໄດ້ໄປສູ່ການເຮັດໃຫ້ດິນຟ້າອາກາດຂອງໂລກມີສະຖຽນລະພາບ.


ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.