ກອງປະຊຸມຝືກອົບຮົມຖານຂໍ້ມູນ-ຂ່າວສານ ແລະ ການເງິນໂຄງການ.

 


                        ກອງປະຊຸມຝືກອົບຮົມຖານຂໍ້ມູນ-ຂ່າວສານ ແລະ ການເງິນໂຄງການ.

ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 11-13 ກຸມພາ  2026 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ ສະຫວັນນະເຂດ, ໄດ້ຈັດກອງປະຊຸມຝືກອົບຮົມຖານຂໍ້ມູນ-ຂ່າວສານ ແລະ ການເງິນໂຄງການ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ກີ່ງຄຳມະນີວົງ ຮອງຫົວໜ້າກົມຊັບພະຍາກອນນໍ້າມີບັນດາທີມງານກົມຄຸ້ມຄອງຊັບພະຍາກອນນໍ້າ, ທີມງານຄງການ, ບັນດາ5 ເມືອງເປົ້າໜາຍ, ທີມງານແຂວງຫຼວງພະບາງ, ມາຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງແລະ ຂະແໜງຊັບພະຍາກອນນໍ້າ ແລະ ອຸດຕຸນິຍົມ ທັງໜົດ 32 ທ່ານ ຍີງ 15 ທ່ານ.

        ກອງປະຊຸມໃນຄັ້ງນີ້, ທ່ານ ກີ່ງຄຳ ມະນີວົງ ຮອງຫົວໜ້າກົມຊັບພະຍາກອນນໍ້າ ເຊີ່ງທ່ານໄດ້ມີຄຳເຫັນຕໍ່ກອງປະຊຸມຄັ້ງນີ້ແມ່ນຈັດຂຶ້ນພາຍໃຕ້ແຜນການເຄື່ອນໄຫວກິດຈະກຳປະຈຳປີ 2026 ຂອງໂຄງການຄຸ້ມຄອງຊັບພະຍາກອນນໍ້າ ແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ (IWRM-EbA) ໃນອ່າງຮັບນໍ້າເຊບັ້ງຫຽງ ແລະ ຕົວເມືອງນະຄອນຫຼວງພະບາງ. ເຊິ່ງມີ 3 ຈຸດປະສົງທີ່ສຳຄັນ ຄື:

  • ດ້ານການສື່ສານ: ເພື່ອຝຶກທັກສະການຂຽນຂ່າວ, ການລາຍງານ ແລະ ການຖ່າຍທອດເລື່ອງລາວຜົນກະທົບຂອງໂຄງການໃນພື້ນທີ່ຕົວຈິງ.
  • ດ້ານການບຳລຸງຮັກສາຖານຂໍ້ມູນ: ເພື່ອແນະນໍາວິທີການປ້ອນຂໍ້ມູນ, ການນໍາໃຊ້ລະບົບ ແລະ ການບຳລຸງຮັກສາຖານຂໍ້ມູນ ສະເພາະກິດຈະກຳຕິດຕາມຊັບພະຍາກອນນໍ້າໂດຍຊຸມຊົນ (CBM).
  • ດ້ານການເງິນ: ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບ ລະບຽບຄຸ້ມຄອງດ້ານການເງິນ, ວິທີການຂຶ້ນແຜນ ແລະ ການລາຍງານການເງິນ ໃຫ້ຖືກຕ້ອງຕາມນະໂຍບາຍຂອງ UNDP.

ສະນັ້ນ, ບັນດານັກສຳມະນາກອນທີ່ເຂົ້າຮ່ວມຜູ້ເຂົ້ົ້າຮ່ວມທຸກທ່ານ ຈະພ້ອມກັນຕັ້ງໃຈຄົ້ນຄວ້າ ແລະ ແລກປ່ຽນບົດຮຽນຮ່ວມກັນຢ່າງກົງໄປກົງມາ ເພື່ອຮັບປະກັນໃຫ້ວຽກງານການສື່ສານ, ການນໍາໃຊ້ ແລະ ການບຳລຸງຮັກສາຖານຂໍ້ມູນ ແລະ ການຄຸ້ມຄອງດ້ານການເງິນ ນີ້ມີຄວາມເຂັ້ມແຂງ ແລະ ສາມາດນຳໃຊ້ເຂົ້າໃນການຄຸ້ມຄອງໂຄງການໃນລະດັບແຂວງລົງຮອດທ້ອງຖິ່ນ ເພື່ອໃຫ້ມີຄວາມສອດຄອງຕາມລະບຽບການ ແລະ ມີຄວາມໂປ່ງໃສ.


ຕໍ່ມາ, ທີມງານໂຄງການໄດ້ນຳສະເໜີຫົວຂໍ້:

ແນວທາງການວາງແຜນກິດຈະກຳ ແລະ ບົດລາຍງານກິດຈະກຳ; 

- ນຳສະເໜີກ່ຽວກັບລະບຽບການ ແລະ ນະຍບາຍການເງິນ;

- ວິທີການຄິດໄລ່ແຜນງົບປະມານ;

- ວິທີການສະຫຼຸບລາຍຈ່າຍ ແລະ ການເກັບກຳເອກະສານການເງິນ.


ແລະ ທີມງານໂຄງການຄຸ້ມຄອງຖານຂໍ້ມູນໂຄງການໄດ້ນຳສະເໜີຫົວຂໍ້:

ການຂຽນຂ່າວປະຊາສຳພັນ ແລະ ຫຼັກການວິເຄາະPESTEL;

- ຕິດຕັ້ງ ແລະ ອະທິບາຍກ່ຽວກັບMwbile Applicatiwn ຂອງ CBM ແລະ ຝືກອົບຮົມການນຳໄຊ້ຖານ

  ຂໍ້ມູນ(Database Pwrtal)ຂອງແອັບພລິເຄຊັນ;

- ເຜີຍແຜ່ຫຼັກການ ແລະ ກົດລະບຽບຂອງການສ້າງພາບລັກຄວາມເຊື່ອໜັ້ນ(Branding).

ຈາກນັ້ນ,   ກອງປະຊຸມໄດ້ປືກສາຫາລືໃນຄັ້ງນີ້ແມ່ນໄດ້ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໜາຍທີ່ກໍານົກໄວ້ຕາມລະບຽບການໄດ້ມີການສົນທະນາປືກສາຫາລືແລກປ່ຽນຖອດຖອນບົດຮຽນປະກອບຄຳຄິດຄຳເຫັນຈາກຫຼາຍພາກສ່ວນ ແລະ ແບ່ງເປັນກຸ້ມຄື: ກຸ່່ມເມືອງ ຈຳພອນ, ກຸ່່ມເມືອງ ນອງ, ກຸ້່ມເເມືອງ ເຊໂປນ, ກຸ່່ມເມືອງ ສອງຄອນ, ກຸ່່ມເມືອງ ຊົນບູລີ ແລະ ກຸ່່ມນະຄອນຫຼວງພະບາງ ເພື່ອເຮັດໃຫ້ກອງປະຊຸມມີປະສິດທິພາບສູງ ແລະ ແລກປຽ່ນຖອກຖອນບົດຮຽນນຳກັນຈະນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ວາລະສຸດທ້າຍນີ້ທ່ານ ນ. ປານທິບ ລາຊຣາຈັກ ຮອງຫົວໜ້າຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸຍິຍົກ ກໍ່ໄດ້ອລົມ ແລະ ມີຄຳເຫັນຕໍ່ກອງປະຊຸມ

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 12:00 ນາທີຂອງວັນ13./

 

 

 

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.