ເຂົ້າຮ່ວມໃນ ຂະບວນການ ຄາລະວານລົດຖີບ ເມືອງເກົ່າສີຂຽວທ່ອງທ່ຽວເພື່ອສຸຂະພາບ

ໃນວັນທີ 05 ມີນາ 2022 ພະແນກ ຊສ ແຂວງ ໄດ້ເຂົ້າຮ່ວມຂະບວນການ ຄາລະວານລົດຖີບ ເມືອງເກົ່າສີຂຽວທ່ອງທ່ຽວເພື່ອສຸຂະພາບ ເຊິ່ງມີນັກ ຕາງໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຳນວນ 9 ທ່ານ, ຂະບວນຄາລະວານລົດຖີບ ໄດ້ເລີ່ມອອກເດີນທາງ ໄປໃນຈຸດທ່ອງທ່ຽວຕ່າງໆ ເຊັ່ນວ່າ: ເຂົ້ານະມັດສະການພະທາດອີງຮັງ; ເຂົ້າຊົມສູນພັດທະນາບໍລິການກະສິກຳ-ປ່າໄມ້; ຊົມທຳມະຊາດ ໜອງເຕົ່າ ເບິ່ງການຜະລິດທາງດ້ານກະສິກຳ; ຮັບຊົມ ສິນລະປະການສະແດງ ຂອງຊາວໜຸ່ມເຍົາວະຊົນ ຂັບລຳທ້ອງຖິ່ນ ເລົ່ານີ້ເປັນຕົ້ນ ຮອດເວລາ 15:00 ຂະບວນການ ຄາລະວານລົດຖີບ ອອກເດີນທາງກັບໂດຍສະຫວັດດີພາບ.



ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.