ໜ່ວຍພັກຂະແໜງທີ່ດິນ ສະຫຼຸບຕີລາຄາ ຜົນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021

       ໃນເວລາ 13 ໂມງ ຂອງວັນທີ 15 ທັນວາ 2021 ທີ່ຫ້ອງປະຊຸມໃຫຍ່ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສະຫຼຸບ ສະຫຼຸບຕີລາຄາຄືນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2021 ແລະ ທິດທາງແຜນການ ປີ 2022 ຂອງໜ່ວຍພັກຂະແໜງທີ່ດິນ ຮາກຖານພັກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ໄຂຂຶ້ນ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຊສ, ໂດຍມີຄະນະໜ່ວຍພັກ, ມີບັນດາສະຫາຍ ສະມາຊິພັກພາຍໃນໜ່ວພັກ ຂະແໜງທີ່ດິນ ພ້ອມດ້ວຍຜູ້ແທນ ທີ່ມາຈາກໜ່ວຍພັກອ້ອມຂ້າງ ຮາກຖານພັກ ຊສ ແລະ ຕາງໜ້າບັນດາອົງການຈັດຕັ້ງມະຫາຊົນ ຂອງພະແນກ ຊສ ເຂົ້າຮ່ວມ ທັງໝົດຈຳນວນ 38 ສະຫາຍ ຍິງ 11 ສະຫາຍ;

    ໃນຕອນຕົ້ນຂອງກອງປະຊຸມ ສະຫາຍ ຫົງຄຳ ລີລາວັນ ຈັດຕັ້ງພິທີ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະພັກຮາກຖານພະແນກ ຊສ ແຂວງ ວ່າການອະນຸມັດໃຫ້ເປີດກອງປະຊຸມ ກອງປະຊຸມສະຫຼຸບ ສະຫຼຸບຕີລາຄາຄືນ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວາງແຜນການ ປີ 2022 ຂອງໜ່ວຍພັກຂະແໜງທີ່ດິນ ສະບັບເລກທີ 88/ພຊສ.ສຂ ລົງວັນທີ່ 14 ທັນວາ 2021 ແລະ ຈາກນັ້ນ ສະຫາຍ ບູລິກາ ອິນທິລາດ ກຳມະການໜ່ວຍພັກຂະແໜງທີ່ດິນ ກໍ່ໄດ້ຮັດກຽດໃຫ້ຂຶ້ນຜ່ານ ເອກະສານ ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ ລົງວັນທີ 03 ມັງກອນ 2018 ແລະ ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພ ລົງວັນທີ 26 ເມສາ 2018;

      ໃນໂອກາດນີ້ ສະຫາຍ ສະຫາຍ ບຸນຍອດ ນາມເສນາມ ເລຂາໜ່ວຍພັກຂະແນງທີ່ດິນ ໄດ້ຜ່ານຮ່າງບົດສະຫຼຸບ ຜົນການກໍ່ສ້າງ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມທັງສັງເກດຕີລາຄາຄືນເຖິງຜົນສຳເລັດ  ຂອງໜ່ວຍພັກທີ່ຍາດມາໄດ້ໃນປີ 2021 ຜ່ານມາ ເປັນຕົ້ນແມ່ນວຽກງານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນຳພາ ແລະ ດ້ານການນຳພາປະຕິບັດໜ້າທີ່ການເມືອງ ເຊິ່ງຄະນະໜ່ວຍພັກໄດ້ເອົາໃຈໃສ່ຊີ້ນໍາ ນໍາພາວຽກງານດັ່ງກ່າວ ເຊິ່ງເຫັນວ່າມີຜົນສຳເລັດຕາມຄາດໝາຍແຜນການ ວາງໄວ້ຫຼາຍດ້ານ; ພ້ອມກັນນັ້ນ, ກໍ່ຍັງຍົກໃຫ້ເຫັນ ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດທີພາໃຫ້ດີໃຫ້ອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 1 ປີທີ່ຜ່ານມາ ແລະ ທິດທາງແຜນການ ປີ 2022  ຈະຕ້ອງໄດ້ສູ່ຊົນ ຈັດຕັ້ງປະຕິບັດ ມີຫຼາຍຄາດໝາຍ, ຫຼາຍວຽກຈຸດສຸມ ແລະ ພ້ອມກັນນັ້ນ ກໍ່ໄດ້ຕີລາຄາ ຈັດປະເພດໜ່ວຍພັກຂະແໜງຂອງຕົນ;

    ຈາກນັ້ນ, ໃນຕອນທ້າຍຂອງວາລະກອງປະຊຸມ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຊສ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນນຳພາ ດ້ານຕ່າງໆ ທີ່ໜ່ວຍພັກຂະແໜງທີ່ດິນ ຍາດມາໄດ້  ພ້ອມກັນນັ້ນ ສະຫາຍ ກໍ່ໄດ້ໃຫ້ທິດຊີ້ນຳບາງດ້ານ ຕໍ່ທິດທາງແຜນການກໍ່ສ້າງໜ່ວຍພັດ ປອດໃສ, ເຂັ້ມແຂງ, ໜັກແໜ້ມ ປີ 2022 ຂອງໜ່ວຍພັກຂະແໜງທີ່ດິນ ເພື່ອໃຫ້ປະກົດຜົນເປັນຈິງ.

ມາຮອດເວລາ 16 ໂມງ 00 ນາທີ ຂອງວັນດຽວກັນ  ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ


ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.