ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍ ຄັ້ງທີ IX ຂອງອົງຄະນະພັກແຂວງສະຫວັນນະເຂດ ໃນຂົງເຂດວຽກງານ ຊສ

 

ທ່ານ ພູທອນ ຍອດບຸນເຮືອງ 
ເລຂະຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

 

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ຊາວແຂວງສະຫວັນນະເຂດ ຂອງພວກເຮົາພວມເບີກບານມ່ວນຊື່ນ ອອກແຮງແຂ່ງຂັນກັນ ສ້າງຜົນງານຂໍານັບຮັບຕ້ອນ ກອງປະຊຸມໃຫ່ຍ ຄັ້ງທີ IX ຂອງອົງຄະນະພັກແຂວງສະຫວັນນະເຂດ ທີ່ຈະໄດ້ໄຂຂື້ນໃນຕໍ່ໜ້າ,  ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງສຸດອົກ ສຸດໃຈ ຕໍ່ຜົນງານດ້ານຕ່າງໆ ທີ່ພ້ອມກັນຍາດມາໄດ້ ຜ່ານການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍ ຄັ້ງທີ VIII ອົງຄະນະພັກແຂວງຂອງຕົນ ໃນຕະຫຼອດ 5 ປີ ທີ່ຜ່ານມາ... ເຊິ່ງວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ບັນລຸຄາດໝາຍ ການຄຸ້ມຄອງທີ່ດິນ ໃນໄລຍະໃໝ່, ການຄຸ້ມຄອງສິ່ງແວດລ້ອມເຂົ້າສູ່ລະບຽບກົດໝາຍ ເທື່ອລະກ້າວ ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ.


ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.