ກອງປະຊຸມທາງໄກ ( Video Conference ) ກ່ຽວກັບການແລກປ່ຽນບົດຮຽນ ການຄຸ້ມຄອງສິ່ງເສດເຫຼືອ ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງເເວດລ້ອມ ( ສປປ ລາວ ) ແລະ ກະຊວງ ນິເວດ-ສິ່ງແວດລ້ອມ ( ແຫ່ງ ສປ ຈີນ )

 

ໃນວັນທີ 19 ຕຸລາ 2020 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ເຂົ້າຮວ່ມ ກອງປະຊຸມທາງໄກ ( Video Conference ) ກ່ຽວກັບການແລກປ່ຽນບົດຮຽນ ການຄຸ້ມຄອງສິ່ງເສດເຫຼືອ ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ( ສປປ ລາວ ) ແລະ ກະຊວງ ນິເວດ-ສິ່ງແວດລ້ອມ ( ແຫ່ງ ສປ ຈີນ ) ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ລັດຖະມົນຕີ ພ້ອມດ້ວຍ ຄະນະນໍາກະຊວງ ຊສ ແລະ ຜູ້ຕາງໜ້າ ກະຊວງນິເວດ-ສິ່ງແວດລ້ອມ ຂອງ ສປ ຈີນ.

ໃນທີ່ປະຊຸມ ບັນດາຜູ້ຕາງໜ້າ ກະຊວງນິເວດ-ສິ່ງແວດລ້ອມ ຂອງ ສປ ຈີນ ໄດ້ໃຫ້ທັດສະນະ ປາຖະກະຖາກ່ຽວກັບ ນະໂຍບາຍ ແລະ ການຄຸ້ມຄອງສິ່ງແວດລ້ອມ ຂອງ ສປ ຈີນ, ການແລກປ່ຽນປະສົບການ ກ່ຽວກັບນະໂຍບາຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ນຳເຂົ້າ, ນະໂຍບາຍ ດ້ານການບໍລິຫານ-ທ່າອ່ຽງ ຂອງສິ່ງເສດເຫຼືອ ແລະ ການແລກປ່ຽນປະສົບການ ກ່ຽວກັບເຕັກນິກການຄຸ້ມຄອງສິ່ງເສດເຫຼືອ ໃນຄົວເຮືອນ.

ມາຮອດເວລາ 17 ໂມງ 45 ນາທີ ຂອງວັນດຽວກັນ  ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.

ລຳດັບ

ເນື້ອໃນເອກະສານທີ່ກ່ຽວຂ້ອງກັບກອງປະຊຸມ

ສາມາດດາວໂຫຼດເອກະສານໄດ້

1

中国废塑料管理与实践-BCRC China

ດາວໂຫຼດ

2

中国餐厨垃圾资源化处理现状分析-连海

ດາວໂຫຼດ

3

中国固体废物进口管理政策及实施进展-中英文对照

ດາວໂຫຼດ

4

中国固体废物环境管理发展历程及相关政策介绍(中老)

ດາວໂຫຼດ

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.