ກອງປະຊຸມ ຝຶກອົບຮົມ ການຕິດຕາມກວດກາ, ການຈັດຕັ້ງປະຕິບັດ ແຜນຄຸ້ມຄອງສິ່ງແວດລ້ອມ-ສັງຄົມ ແລະ ທຳມະຊາດ


ກອງປະຊຸມ ຝຶກອົບຮົມ ການຕິດຕາມກວດກາ,
ການຈັດຕັ້ງປະຕິບັດ ແຜນຄຸ້ມຄອງສິ່ງແວດລ້ອມ-ສັງຄົມ ແລະ ທຳມະຊາດ
ຄັ້ງວັນທີ 4-5 /07/ 2019


     ໃນຕອນເຊົ້າຂອງວັນທີ 04 ກໍລະກົດ ປີ 2019 ທີ່ຫ້ອງປະຊຸມ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄດ້ຈັດວາລະຝຶກອົບຮົມ ກ່ຽວກັບ ການຕິດຕາມກວດກາ ການຈັດຕັ້ງປະຕິບັດ ແຜນຄຸ້ມຄອງສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ໂດຍການເປັນປະທານຂອງ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ມີຂະແໜງການອ້ອມຂ້າງ ແລະ ຫ້ອງ ຊສ  ເມືອງ ອອ້ມ ຂ້າງພະແນກ ມີຜູ້ເຂົ້າຮ່ວມທັງໝົດ 38 ທ່ານ ຍິງ 11 ທ່ານ.

      ທ່ານ ພອນທິບ ເພັດຊົມພູ ຮອງຫົວໜ້າກອງຕິດຕາມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກສຊ ໄດ້ຂຶ້ນກ່າວການຈັດຕັ້ງປະຕິບັດ ວຽກງານຕິດຕາມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂອງບັນດາໂຄງການລົງທຶນ ແລະ ກິດຈະກໍາຕ່າງໆໃນໄລຍະຜ່ານມາ ແລະ ບົດແນະນໍາກ່ຽວກັບການຈັດຕັ້ງປະຕິບັດພັນທະການຕິດຕາມກວດກາດ້ານສິ່ງແວດລ້ອມ ຂອງໂຄງການ.

      ທ່ານ ເພັດສະໄໝ ອິນແກ້ວດວງດີ ຫົວໜ້າຂະແໜງຕິດຕາມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ກໍ່ໄດ້ຂຶ້ນກ່າວບົດຮຽນໃນການຈັດຕັ້ງປະຕິບັດ ວຽກງານຕິດຕາມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະກໍາຕ່າງໆ ຢູ່ແຂວງ
.

      ທ່ານ ປທ ອູ່ຄໍາ ພູນປະກອນ ຫົວໜ້າຂະແໜງສິ່ງແວດລ້ອມ ແລະ ປ່ຽນແປງດິນຟ້າອາກາດ ໄດ້ຂຶ້ນກ່າວການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ບົດຮຽນການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ໃນໄລຍະຜ່ານມາ ( ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີ).


      ທ່ານ ສີສະຫວ່າງ ນິລະກອນ ຮອງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ປ່ຽນແປງດິນຟ້າອາກາດ ໄດ້ຂຶ້ນກ່າວການຈັດຕັ້ງປະຕິບັດ ບັນດາກິດຈະກໍາ ຂອງໂຄງການສິ່ງແວດລ້ອມ ສັງຄົມ LENS 02.


      ທ່ານ ພອນທິບ ເພັດຊົມພູ ຮອງຫົວໜ້າກອງຕິດຕາມກວດກາ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວລ້ອມ, ກສຊ ກໍ່ໄດ້ຂຶ້ນກ່າວການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນຄຸ້ມຄອງສິ່ງແວດລ້ອມສັງຄົມ, ເອກະສານຊ້ອນທ້າຍ ວ່າດ້ວຍພັນທະ ທາງດ້ານສິ່ງແວດລ້ອມສັງຄົມ, ການສ້າງແຜນງານຕິດຕາມກວດກາທີ່ມີປະສິດທິພາບ, ການຄຸ້ມຄອງງົບປະມານ ການເຄື່ອນໄຫວຕິດຕາມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
       ຈາກນັ້ນທາງຄູຝຶກ ກໍ່ໄດ້ສາທິດການນໍາໃຊ້ເຄື່ອງມືຄື: ການວັດແທກຄຸນນະພາບນໍ້າ, ການວັດແທກຄຸນນະພາບສຽງ ແລະ ການວັດແທກຄຸນນະພາບ ສານທໍາຄວາມເຢັນ.


ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າ ພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄດ້ໄດ້ມີຄໍາເຫັນ ແລະ ໂອ້ລົມຕໍ່ກອງປະຊຸມ ພ້ອມກັນນັ້ນກໍ່ໄດ້ ມອບໃບຢັ້້ງຢືນໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ.


ມາຮອດເວລາ 17:00 ນາທີ ຂອງວັນດຽວກັນກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.