ພຊສ ແຂວງສະຫວັນນະເຂດ ຂໍຊົມເຊີຍ ສາມວັນປະຫວັດສາດຂອງພັກ
ຄະນະພັກຮາກຖານ, ຄະນະພະແນກ, ຄະນະໜ່ວຍພັກ, ຄະນະຂະແໜງ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ-ລັດຖະກອນ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ພ້ອມກັນ ສ້າງຂະບວນການອະນາໄມລວມ, ຕົບແຕ່ງ, ປະດັບປະດາ ສະຖານທີ່ພາຍໃນ ແລະ ອ້ອມຮອບເຂດສຳນັກງານຂອງຕົນ ໃຫ້ມີຄວາມສະອາດ ແລະ ຈົບງາມ ເພື່ອສະເຫຼືອມສະຫຼອງສາມວັນປະຫວັດສາດ ແລະ ຂໍຊົມເຊີຍ ໃນມູນເຊື້ອ, ຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດ ໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ປີ ຜ່ານມາ.

ไม่มีความคิดเห็น: