3 ອົງການຈັດຕັ້ງມະຫາຊົນຂອງພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ໄດ້ສ້າງຂະບວນການອະນາໄມລວມຕ້ອນຮັບ 3 ວັນປະຫວັດສາດຂອງຊາດຂອງພັກ

 


            3 ອົງການຈັດຕັ້ງມະຫະຊົນຂອງພະແນກຊັບພະຍາ ກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງໄດ້ສ້າງຂະບວນການອະນາໄມລວມຕ້ອນຮັບ 3 ວັນປະຫວັດສາດຂອງຊາດຂອງພັກ

  

ໃນຕອນເຊົ້າເວລາ 9 ໂມງ 00 ນາທີ ຂອງວັນທີ 18-20 ມີນາ 2025  ພະແນກຊັບພະຍາ ກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ໄດ້ສ້າງຂະບວນການອະນາໄມລວມໃຫ້ມີຄວາມສະອາດຈົບງາມອ້ອມຂ້າງພະແນກຂອງຕົນ, ທ່ານ ແສນສັກ ພິມວົງສາ ກຳມະການພັກແຂວງ, ເລຂາພັກຮາກຖານ,  ຫົວໜ້າພະແນກ ຊສ ແຂວງ ໄດ້ໃຫ້ທິດຊີ້ນຳ 3 ອົງການຈັດຕັ້ງມະຫະຊົນອ້ອມຂ້າງພະແນກຂອງຕົນໃຫ້ສ້າງຂະບວນການໃຫ່ຍອະນາໄມລວມເປັນຂະບວນການຟົດຟື້ນເພື່ອຕ້ອນຮັບ 3 ວັນປະຫວັດສາດທີ່ສຳຄັນຂອງຊາດ - ພັກ ຄື:

-      -  ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ (  22/03/1955-22/03/2025)

-     -  ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ( 02/12/1975-02/12/2025)

-      - ວັນຄ້າຍວັນເກີດຂອງປະທາ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13/12/01920-13/12/2025)

ນີ້ຖືວ່າເປັນຂະບວນການໃຫ່ຍສົມຄວນໃນການຂໍານັບຮັບຕ້ອນໃຫ້ແກ່ 3 ວັນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ ເຊີ່ງກິດຈະກໍາເຮັດໃຫ້ຂະບວນການຄັ້ງນີ້ແມ່ນອະນາໄມພາຍໃນ ແລະ ພາຍນອກຮົ້ວຂອງພະແນກເກັບມຽ້ນເສດໃບໄມ້ແຫ້ງ, ກະປ໋ອງ, ຖົງຢາງ, ຕັດກີ່ງໄມ້ໃຫ້ເປັນລະບຽບງາມຕາ, ປ່ຽນ ແລະ ທຸຸງຊາດ, ທຸງພັກ, ຕິດທຸງທິວໃໝ່, ແປງຮົ້ວທີ່ເປ້ເພ ແລະ ຕິດປ້າຍຄຳຂວັນ: ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ ຢ່າງສຸດໃຈ, ຊົມເຊີຍວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ຢ່າງສຸດໃຈ ແລະ ຊົມເຊີຍວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢ່າງສຸດໃຈ.

ກິດຈະກຳທັງໜົດນີ້ແມ່ນໄດ້ຮັບການຊຸກຍູ້ຊີ້ນຳໆພາ ແລະ ຕິດຕາມຢ່າງໄກ້ສິດຈາກທ່ານ ແສນສັກ ພິມວົງສາ ກຳມະການພັກແຂວງ, ເລຂາພັກຮາກຖານ,  ຫົວໜ້າພະແນກ ຊສ ແຂວງ ແລະ ການອະນາໄມກໍ່ໄດ້ສີ້ນສຸດລົງໃນເວລາ 40:00 ນາທີ ຂອງວັນທີ 20 ມີນາ 2025.

ไม่มีความคิดเห็น:

รูปภาพธีมโดย konradlew. ขับเคลื่อนโดย Blogger.