ຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມປະຈຳປີ

     ໃນວັນທີ 29 ມີນາ 2024 ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມ  ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງທ່ານ ແສນສັກ ພິມວົງສາ ກຳມະການພັກແຂວງ, ຫົວໜ້າພະແນກ ຊສ ແຂວງສະຫວັນນະເຂດ ເຊິ່ງມີຄະນະພະແນກ, ຂະແໜງການປິ່ນອ້ອມພະແນກ ແລະ ຫ້ອງການ ຊສ  14 ເມືອງ1 ນະຄອນເຂົ້າຮວ່ມ ທັງໝົດ  109 ທ່ານ ຍິງ 30 ທ່ານ.

ໂອກາດກ່າວເປີດກອງປະຊຸມ ທ່ານ ແສນສັກ ພິມວົງສາ ໄດ້ຍົກໃຫ້ຮູ້ວ່າ : ດັ່ງທີ່ພວກທ່ານໄດ້ຮັບຊາບກັນແລ້ວ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນພະແນກການໜຶ່ງ ທີ່ມີພາລະບົດບາດກ້ວາງຂວາງ, ສະເພາະໃນໜຶ່ງປີຜ່ານມາ ໄດ້ບຸກບືນ, ຜັນ​ຂະຫຍາຍ​ມະ​ຕິ ຂອງ​ກອງ​ປະຊຸມ​ໃຫຍ່ສາມ​ຂັ້ນ​ຂອງ​ພັກ, ປະຕິບັດພາລະບົດບາດ, ໜ້າທີ່  ຊຶ່ງມີທັງຂໍ້ສະດວກ ແລະ ສິ່ງທ້າທາຍຫຼາຍອັນ, ເຊິ່ງສາມາດສະຫຼຸບຕີລາຄາວ່າ ຜົນງານທີ່ພວກສະຫາຍເປັນສ່ວນໜຶ່ງ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ​ແຫ່ງ​ຊາດ ກໍ່ຄືແຂວງສະຫວັນນະເຂດ ພວກເຮົາ. ເວລາໃດບັນຫາການຄຸ້ມຄອງ, ການນຳໃຊ້ ຊັບພະຍາກອນທຳມະຊາດ ກໍ່ເປັນບັນຫາທີ່ສຳຄັນຫຼາຍ, ຍ້ອນວ່າລັດຖະບານ ໄດ້ຖືເອົາຊັບພະຍາກອນທຳມະຊາດ ເປັນທ່າແຮງພື້ນຖານຂອງການພັດທະນາ ໂດຍສະເພາະວຽກງານທີ່ດິນ ແລະ ການພັດທະນາແບບຍືນຍົງ ໃຫ້ສອດຄ່ອງກັບຍຸດທະສາດ ທັງ 3 ດ້ານ ຄື: "ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ". ແຂວງສະຫວັນນະເຂດ ຂອງພວກເຮົາ ເປັນແຂວງທີ່ມີເນື້ອທີ່ກວ້າງໃຫຍ່ ແລະ ປະຊາຊົນສ່ວນໃຫຍ່ ດຳລົງຊີວິດຢູ່ເຂດຊົນນະບົດ ການທຳມາຫາກິນ ກໍ່ລ້ວນແຕ່ຕິດພັນກັບທຳມະຊາດ, ໃນໄລຍະຜ່ານມາ ບັນຫາທີ່ດິນ, ປ່າໄມ້, ຊີວະນາໆພັນ, ​ແຮ່ທາດ, ​ບັນ​ຫາການຄຸ້ມຄອງແຫຼ່ງ​ນ້ຳ-ອ່າງ​ໂຕ່ງ, ການຄຸ້ມຄອງດ້ານສິ່ງແວດລ້ອມ... ແມ່ນ​ມີຄວາມສັບສົນຫຼາຍ ທີ່ດິນໄດ້ກາຍເປັນເປົ້າໝາຍ ໃນການຄຸ້ມຄອງ, ຈັບຈອງບ່ໍ່ຖືກກົດໝາຍ, ເກີດມີຂໍ້ຂັດແຍ່ງກຽ່ວກັບກຳມະສິດທີ່ດິນ ເປັນຈຳນວນບໍ່ໜ້ອຍ, ການຈັບຈອງທີ່ດິນເຂດສະຫງວນຂອງລັດ ແລະ ຜົນກະທົບຈາກສິ່ງເສດເຫຼືອ ຂອງໂຮງງານອຸດສາຫະກຳ (ນ້ຳປົນເປື້ອນ, ມົນລະພິດ ດິນ, ນ້ຳ, ອາກາດ ເປັນຕົ້ນ).      

         ສະນັ້ນ, ກອງປະຊຸມຂອງພວກເຮົາ ໃນມື້ນີ້ຈະໄດ້ສະຫຼຸບຕີລາຄາຢ່າງລະອຽດ ເບິ່ງບັນຫາຢ່າງຮອບດ້ານໂດຍສະເພາະຊອກໃຫ້ເຫັນ ດ້ານຕັ້ງໜ້າອັນດີ, ດ້ານຄົງຄ້າງອັນອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອເສີມຂະຫາຍເຂົ້າເປັນທິດທາງແຜນການ ໃນປີຕໍ່ໄປ, ​ປີ 2024 ນີ້ ​ເປັນ​ໄລຍະທ້າຍ​ສະ​ໄໝ ຂອງການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ສູນ​ກາງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX  ອົງຄະ​ນະ​ພັກ​ແຂວງ​ສະຫວັນນະເຂດ ກໍ່ແລະ ​ແຜນ​ພັດທະ​ນາ​ເສດຖະກິດ​-ສັງຄົມ. ດັ່ງ​ນັ້ນ ສະ​ເໜີ​ໃຫ້ຜູ້​ແທນ​ກອງ​ປະຊຸມ ​ໂດຍ​ສະ​ເພາະ​ບັນດາ​ເມືອງ, ພະ​ແນ​ກການ​ຕ່າງໆ ຕີ​ລາຄາ​ການ​ປະຕິບັດ​ມະຕິ ​ແລະ ​ແຜນ​ພັດທະນາເສດຖະກິດ-​ສັງຄົມ ​ໃນ​ຂົງ​ເຂດຂອງ​ຕົນ ​ໃຫ້​ຖືກຕ້ອງ​ສອດຄ່ອງ ກັບ​ສະພາບ​ການຈັດ​ຕັງ​ປະຕິບັດ​ຕົວ​ຈິງ. ​ເພື່ອ​ສະຫຼຸບ, ຄາ​ດຄະ​ເນ​ໃຫ້​ໄດ້​ຢ່າງ​ຊັດ​ເຈນ ​ໃນການ​ບັນລຸ​ຄາດໝາຍ​ແຜນການ​ພັດທະນາ ທີ່​ວາງ​ອອກ.

        ໃນພາກເຊົ້າ ທີ່ປະຊຸມ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຈາກ ທ່ານສີວິໄລພອນ ສີສຸວົງ ຮອງຫົວໜ້າພະແນກ ຕໍ່ທີ່ປະຊຸມໄດ້ຮັບຊາບ ເຊິ່ງບົດລາຍງານ ມີ 3 ພາກໃຫ່ຍ: ພາກທີ 1 ສະພາບລວມ, ສະຫຼຸບການຈັດຕັ້ງປະຕິບັດ ວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2023, ພາກທີ 2 ບັນຫາສາເຫດທີ່ພາເຮັດໃຫ້ຄົງຄ້າງ, ບໍ່ບັນລຸ, ວິທີການແກ້ໄຂ ແລະ ພາກທີ 3 ທິດທາງແຜນວຽກຈຸດສຸມ ປີ 2024ສະ​ເໜີ ບົດ​ສະ​ຫຼຸບ ການເຄື່ອນໄຫວວຽກງານ ຂອງຂະແໜງ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ ປະຈຳປີ 2023 ແລະ ທິດທາງແຜນການ ໃນປີ 2024, ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ສິ່ງແວດລ້ອມ (ວຽກງານ ຂຽວ ສະອາດ ງາມຕາ, ວຽກງານສ້າງຈິດສຳນຶກ ແລະ ການຄຸ້ມຄອງສິ່ງແວດລ້ອມໂຄງການລົງທຶນ ແລະ ລາຍງານ ການຜັນຂະຫຍາຍ ນິຕິກຳໃຕ້ກົດໝາຍ ວ່າດ້ວຍ "ການຄຸ້ມຄອງຂີ້ເຫຍື້ອ ໃນທົ່ວແຂວງສະຫວັນນະເຂດ") ຈາກທ່ານ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າ ພຊສ ແຂວງ ແລະ ລາຍງານຜົນ ການຈັດຕັ້ງປະຕິບັດຄາດໝາຍ ການຂຶ້ນທະບຽນອອກໃບຕາດິນ ແລະ ຕິດຕາມໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ຈາກທ່ານ ວົງເດືອນ ອ່ອນແກ້ວ ຫົວໜ້າຂະແໜງທີ່ດິນ, ການລາຍງານ ຜົນການປັບປຸງລະບົບການພະຍາກອນອາກາດ ແລະ ການແຈ້ງເຕືອນໄພລ່ວງໜ້າ ຈາກທ່ານ ສະກຸນໄຊ ຮອງຫົວໜ້າ ຂຊນອ ຈາກນັ້ນບັນດາແຂກກອງປະຊຸມໄດ້ປະກອບຄຳຄິດ, ຄຳເຫັນເຂົ້າໃນວຽກງານດັ່ງກ່າວ ຢ່າງກົງໄປກົງມາ ພ້ອມທັງຍົກໃຫ້ເຫັນດ້ານືິ້ຍັງຄົງຄ້າງຕ້ອງໄດ້ພ້ອມກັບຮີບຮ້ອນແກ້ໄຂໂດຍໄວ;


 

        ພາກບາຍ ທ່ານ ສີວິໄລພອນ ສີສຸວົງ ຮອງຫົວໜ້າພະແນກ ໄດ້ລາຍງານຜົນການຈັດຕັ້ງປະຕິບັດ ວຽກງານສຳຫຼວດທີ່ດິນ ຢູ່ໃນເຂດ ດິນສາມປະເພດປ່າ  ທີ່ຕິດພັນກັບວຽກງານພັດທະນາຊົນນະບົດ ລົບລ້າງຄວາມທຸກຍາກ ຕໍ່ທີ່ປະຊຸມໄດ້ຮັບຊາບ, ຈາກນັ້ນ ທ່ານ ປ.ອ ອານົງສອນ ພົມມະຈັນ ຄະນະພັກກະຊວງ ຫົວໜ້າຫ້ອງການ ກຊສ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ພ້ອມທັງໄດ້ໃຫ້ທັດຊະນະ ຕໍ່ການຈັດຕັ້ງປະຕິບັດວຽກງານ ຊສ ໃນຕໍ່ໜ້າ ເພື່ອໃຫ້ຍາດໄດ້ຜົນງານອັນຜົນເດັ່ນຍິງໃຫຍ່ກວ່າເກົ່າ;

        ຮອດເວລາ 15 ໂມງ ທີ່ປະຊຸມ ໄດ້ເປັນກຽດຕ້ອນຮັບ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ເຂົ້າຮ່ວມກອງປະຊຸມ ຈາກນັ້ນ ທ່ານ ແສກສັກ ພິມວົງສາ ຫົວໜ້າ ພຊສ ແຂວງ ໄດ້ລາຍງານຜົນກອງປະຊຸມ ປະຈຳປີ 2023 ຂອງຂະແໜງ ຊສ ຕໍ່ທ່ານເຈົ້າແຂວງໄດ້ຮັບຊາບ, ຈາກນັ້ນທີ່ປະຊຸມໄດ້ຜ່ານຂໍ້ຕົກລົງ ປະກາດພະນັກງານເຂົ້າຮັບອຸດໜຸນບຳນານ ຈຳນວນ 02 ທ່ານ ແລະ ໄດ້ຈັດພິທີ່ການມອບໃບຕາດິນບຸກຄົນ ໃຫ້ແກ່ພະນັກງານບຳນານ ທີ່ໄດ້ຮັບຂໍ້ຕົກລົງວ່າດ້ວຍ ການຫັນສິດນຳໃຊ້ທີ່ດິນລັດ ເປັນສິດນຳໃຊ້ບຸກຄົນຢ່າງຂາດຕົວ ແລະ ມອບໃບຕາດິນບຸກຄົນ ໃຫ້ແກ່ພະນັກງານບຳນານ ທີ່ໄດ້ຮັບຂໍ້ຕົກລົງ ວ່າດ້ວຍອະນຸຍາດສິດນຳໃຊ້ທີ່ດິນລັດ ທີ່ມີເງື່ອນໄຂ ຕາມດຳລັດ 272/ລບ ລວມທັງໝົດ 59 ທ່ານ.

        ໃນຕອນທ້າຍຂອງກອງປະຊຸມ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ມີຄຳເຫັນ ຕໍ່ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ແລະ ໄດ້ໃຫ້ທິດຊີ້ນຳວິທີການແກ້ໄຂ ໂດຍໄວດັ່ງນີ້:

1.  ການຂຶ້ນທະບຽນ ອອກໃບຕາດິນ ຕ້ອງເຮັດໃຫ້ດີເຮັດໃຫ້ໄວເຮັດໃຫ້ຫຼາຍ ແລະ ເຮັດໃຫ້ຖືກຕ້ອງຕາມກົດໝາຍ;

2.    ຕ້ອງໄດ້ ຕິດຕາມ, ກວດກາຄືນ ເຂດໃຫ້ເຊົ່າ, ການສຳປະທານທີ່ດິນຂອງລັດ ໃນການປູກໄມ້ອຸດສະຫະກຳ ແລະ ປູກພືດເປັນສິນຄ້າ ໃຫ້ໄປຕາມຂັ້ນຕອນ ແລະ ລະບຽບການ ຢ່າງເຂັ້ມງວດ;

3.     ຮີບຮ້ອນ ຈັດຕັ້ງປະຕິບັດແຜນແມ່ບົດ ໃນການພັດທະນາທີ່ດິນ, ແຜນຈັດສັນທີ່ດິນຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແບບຮ້ອບດ້ານ ໃຫ້ສຳເລັດ ໂດຍມີການປະສານສົມທົບກັບບັນດາ ພະແນກການກົມກອງອ້ອມຂ້າງ ແລະ ອົງການປົກຄອງທ້ອງຖິ່ນ;

4. ໃຫ້ພ້ອມກັນກວດກາຄືນ ການຈັບຈ່ອງທີ່ດິນທີ່ບໍ່ຖືກຕ້ອງ ຂອງອົງການຈັດຕັ້ງບຸກຄົນນິຕິບຸກຄົນພະນັກງານທະຫານ, ຕຳຫຼວດ ແລະ ປະຊາຊົນ ຖ້າພົວພັນເຖິງມີ ຫຼືການກະທຳທີ່ບໍ່ຖືກຕ້ອງ ບໍ່ສອດຄ່ອງກັບກົດໝາຍ ກໍ່ໃຫ້ດຳເນີນການ ຢ່າງເດັດຂາດ (ການຈັບຈ່ອງ, ການດຳເນີນທຸລະກິດ ໃນທີ່ດິນສາມປະເພດປ່າລັກລອບຕັດໄມ້ທຳລາຍປ່າການຊື້-ຂາຍ ທີ່ດິນຂອງລັດການລັກລອບຂຸດຄົ້ນແຮ່ທາດທຳລາຍສັດນ້ຳ-ສັດປ່າທີ່ຫວງຫ້າມ ແລະ ອື່ນໆ...);

5.     ຕ້ອງຫັນເປັນທັນສະໄໝ ແລະ ຕອບສະໜອງຂໍ້ມູນຕອນດິນ ໃຫ້ຂະແໜງຈັດເກັບລາຍຮັບ ເພື່ອສ້າງລາຍຮັບຈາກຂົງເຂດທີ່ດິນ ໃຫ້ຫຼາຍຂຶ້ນ;

6.     ຕ້ອງປະຕິບັດມາດຕະການ  ຄຸ້ມຄອງສິ່ງແວດລ້ອມ ຕໍ່ບັນດາໂຄງການລົງທຶນ ທີ່ໄລຍະຜ່ານມາຍັງບໍ່ທັນເຂັ້ມງວດ; ສືບຕໍ່ແກ້ໄຂບັນຫາມົນລະພິດ ໃນຕົວເມືອງ ໃຫ້ເປັນລະບົບ; ຕ້ອງສ້າງຈຶກສຳນຶກ ໃນການປົກປັກຮັກສາສິ່ງແວດລ້ອມ ໃຫ້ທົ່ວສັງຄົມ ຢ່າງກວ້າງຂວາງ; ບັນດາຂະແໜງການ ຕ້ອງຜັນຂະຫຍາຍນະໂຍບາຍຄຸ້ມຄອງການປ່ຽນແປງດິນຟ້າອາກາດ ເຂົ້າໃນວຽກງານຂອງຕົນ;

7.  ການວາງແຜນການຄຸ້ມຄອງການປົກປັກຮັກສາ ແລະ ພັດທະນາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ຕ່າງໆຕ້ອງນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ຍືນຍົງ;

8.      ສືບຕໍ່ຊຸກຍູ້ສົ່ງເສີມກົນໄກ 3 ສ້າງ ໂດຍມອບໝາຍຄວາມຮັບຜິດຊອບ ໃຫ້ສາຍຕັ້ງຢູ່ທ້ອງຖິ່ນຫຼາຍຂຶ້ນ;

9. ຕ້ອງດໍາເນີນການຕິດຕາມກວດກາການຈັດຕັ້ງປະຕິບັດບັນດານິຕິກໍາການປະຕິບັດໜ້າທີ່ວຽກງານຂອງສະມາຊິກພັກພະນັກງານ ຢູ່ແຂວງ ແລະ ສາຍຕັ້ງຢູ່ຂັ້ນເມືອງ/ນະຄອນ ໂດຍກວດກາແຕ່ຫົວທີ ແລະ ຖືສຳຄັນການກວດກາພາຍໃນ ຢ່າງເປັນປົກກະຕິ ເພື່ອປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານສືບຕໍ່ກໍ່ສ້າງ, ຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ ໃຫ້ເປັນລະບົບ ແລະ ສອດຄ່ອງກັບເປົ້າໝາຍສ້າງພະນັກງານ ໃຫ້ເປັນມືອາຊີບ ເພື່ອຮັບປະກັນການເຄື່ອນໄຫວໃນແຕ່ລະດ້ານ ຢ່າງມີປະສິດ ທິຜົນ ແລະ ສາມາດເຊື່ອມໂຍງກັບສາກົນເລັ່ງຝຶກອົບຮົມສ້າງຄູ່ມືແນະນຳ ແລະ ກວດກາຕິດຕາມປະສິດທິພາບ ສາຍວິຊາການ ໃນຂະແໜງຕົນ ຢ່າງເປັນລະບົບ;

1.   

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.