ທ່ານ ປ.ອ ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີ ລົງຊຸກຍູ້ສ້າງຄວາມເຂັ້ມແຂງວຽກງານ ພຊສ ທີ່ແຂວງ ສະຫວັນນະເຂດ

 

ໃນຕອນເຊົ້າ ຂອງວັນທີ 14 ມີນາ 2024 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ເປັນກຽດຢ່າງສູງ ທີ່ໄດ້ຕ້ອນຮັບ ທ່ານຮອງລັດຖະມົນຕີ ກຊສ, ທ່ານຮອງຫົວໜ້າກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານຮອງຫົວໜ້າກົມທີ່ດິນ, ທ່ານຮອງຫົວໜ້າກົດກວດກາ, ທ່ານຫົວໜ້າພະແນກນະໂຍບາຍ ກກຊສ ແລະ ບັນດາທ່ານຜູ້ຕິດຕາມ ຄະນະນຳຈາກ ກຊສ ທີ່ໄດ້ສະຫຼະເວລາອັນມີຄ່າ ແລະ ໃຫ້ກຽດມາເຂົ້າຮ່ວມກອງປະຊຸມ ຊຸກຍູ້ສ້າງຄວາມເຂັ້ມແຂງວຽກງານ ພຊສ ໃນຄັ້ງນີ້.

ຈຸດປະສົງ ແລະ ເປົ້າຫມາຍ ຂອງການລົງຊຸກຍູ້ ສ້າງຄວາມເຂັ້ມແຂງວຽກງານ ພຊສ ແຂວງ ສະຫວັນນະເຂດ ເພື່ອຕີລາຄາການຈັດຕັ້ງປະຕິບັດ ວຽກງານ ຊສ ໃນປີ 2023 ທີ່ຜ່ານມາ ແລະ ວາງທິດທາງແຜນການ ປີ 2024, ກອງປະຊຸມຄັ້ງນີ້ ມີຄວາມສຳຄັນຫຼາຍ ເຊິ່ງໃນທີ່ປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນ ແລະ ວິທີການແກ້ໄຂ ຕໍ່ບັນຫາ​ຕ່າງໆ ໂດຍສະເພາະບັນຫາທີ່ພົ້ນເດັ່ນ ໃນປະຈຸບັນນີ້ ເຊັ່ນ: ບັນຫາທີ່ດິນ, ບັນຫາສິ່ງແວດລ້ອມ, ນ້ຳ ແລະ ບັນຫາອື່ນໆ ທີ່ພົວພັນກັບວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

     ໃນທີ່ປະຊຸມ ໄດ້ຮັບຟັງ ການລາຍງານຜົນການຈັດຕັ້ງປະຕິບັດ ວຽກງານຈຸກສຸມ ຂອງແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ແລະ ທິດທາງແຜນການ ຄາດໝາຍວຽກຈຸດສຸມ ປີ 2024 ຂອງຂະແໜງສະຫວັນນະເຂດ ຈາກ ທ່ານ ແສນສັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ພິມວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ສະພາບລວມ, ຕີລາຄາຜົນການຈັດຕັ້ງປະຕິບັດຄາດໝາຍຕົວຊີ້ບອກຂອງວຽກງານຈຸດສຸມ ປີ 2023ບັນຫາຄົງຄ້າງ, ສາເຫດ, ວິທີການແກ້ໄຂ ແລະ ທິດທາງແຜນວຽກຈຸດສຸມ ປີ 2024.

ຈາກນັ້ນ, ໃນທີ່ປະຊຸມ ກໍ່ໄດ້ຮັບຟັງການລາຍງານ ວຽກງານຈຸດສຸມ ຈາກທ່ານຫົວໜ້າຂະແໜງທີ່ດິນ,  ທ່ານຫົວໜ້າ ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໂດຍແຕ່ລະທ່ານໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ຈາກນັ້ນໃນທີ່ປະຊຸມກໍ່ໄດ້ຮັບຟັງ ການປະກອບຄຳຄິດ, ຄຳເຫັນ ແລະ ຄຳແນະນຳທີ່ດີ ໃນການແກ້ໄຂ ບັນດາຂໍ້ຄົງຄ້າງຕ່າງໆ ໃນຈັດຕັ້ງປະຕິບັດວຽກງານ ຊສ ໃນປີຜ່ານມາ ແລະ ການວາງທິດແຜນການ ປີ 2024 ໃຫ້ຖືກຕ້ອງ ຈາກ ທ່ານ ອາລຸນ ໄຊຍະວົງ ຮອງຫົວໜ້າກົມກວດກາຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ພູນສະຫວັດ ຮອງຫົວໜ້າກົມທີ່ດິນ ແລະ ທ່ານ ສີເມືອງ ເພັດຊົມພູ ຮອງຫົວໜ້າກົມ ກວດກາ ກຊສ.


ໃນຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງ ການໂອ້ລົມ ການຈັດຕັ້ງປະຕິບັດວຽກງານ ພຊສ ແຂວງສະຫວັນນະເຂດ ໃນຕໍ່ໜ້າ ຈາກທ່ານຮອງລັດຖະມົນຕີ ກຊສ ເຊິ່ງທ່ານໄດ້ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ການຈັດຕັ້ງປະຕິບັດວຽກງານ ຊສ ໃນປີຜ່ານມາ  ແລະ ທ່ານໄດ້ໃຫ້ທິດຊີ້ນໍາ ໃນການຈັດຕັ້ງປະຕິບັດ ແຜນວຽກຈຸດສຸມ ຂອງຂະແໜງ ຊສ ໃນປີ 2024 ຄືດັ່ງນີ້ :

1.     ຂໍໃຫ້ມີນຳໃຈສູ້ຊົນ ອັນສູງສົ່ງ ໃນການຈັດຕັ້ງປະຕິບັດວຽກງານ ຂຶ້ນທະບຽນອອກໃບຕາດິນ ໃນທົ່ວແຂວງ ໃຫ້ໄດ້ຫຼາຍທີ່ສຸດ, ກົນໄກມອບວຽກໃຫ້ ຫຊສ ເມືອງ/ນະຄອນ ເປັນຜູ້ຈັດຕັ້ງປະຕິບັດ ຕາມລະບຽບກົດໝາຍ;

2.     ໃຫ້ເອົາໃຈໃສ່ ຕິດຕາມ, ກວດກາສິ່ງແວດລ້ອມ ໂຄງການລົງທຶນ ທີ່ກະຊວງອະນຸມັດ ແລະ ແຂວງອະນຸມັດ;

3.     ໃຫ້ກວດກາການນຳໃຊ້ ຊັບພະຍາກອນທຳມະຊາດ ເປັນຕົ້ນ : ການນຳໃຊ້ທີ່ດິນ, ການນຳໃຊ້ຊັບພະຍາກອນນ້ຳ...ໃຫ້ເກີດຜົນປະໂຫຍດຫຼາຍທີ່ສຸດຕໍ່ປະເທດຊາດ ແລະ ມີຄວາມຍືນຍົງ;

4.     ໃຫ້ລາຍງານຄືນ ການຈັດຕັງປະຕິບັດແຜນຍຸດທະສາດທີ່ດິນ, ແຜນການນຳໃຊ້ທີ່ດິນຂອງແຂວງ, ສັງລວມຂໍ້ມູນດິນລັດ ໃນຂອບເຂດທົ່ວແຂວງ ໂດຍມອບໃຫ້ຂະແໜງທີ່ດິນເປັນໃຈກາງໃນການຄົ້ນຄ້າວເອກະສານທີ່ກ່ຽວຂ້ອງ ສັງລວມລາຍງານໃຫ້ຫົວໜ້າພະແນກຂອງຕົນ ແລະ ແຂວງຂອງຕົນ ຄາດໝາຍໃຫ້ສຳເລັດໃນກາງເດືອນພືດສະພາ ປີ 2024;

5.     ໃຫ້ກວດກາຄືນ ການຈູດ, ການເຜົາ ຂີ້ເຫຍື້ອ ໃນທົ່ວແຂວງຂອງຕົນ ໂດຍມອບໃຫ້ຂະແໜງສິ່ງແວດລ້ອມ ເຮັດວຽກປູກຈິດສຳນຶກ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ທົ່ວເຖິງ;

6.     ຕ້ອງເລັ່ງມອບວຽກຂຶ້ນທະບຽນອອກໃບຕາດິນ ແລະ ວຽກສິ່ງແວກລ້ອມ ລົງໃຫ້ເມືອງເປັນຜູ້ຮັບຜິດຊອບ ແລະ ຈັດຕັ້ງປະຕິບັດ ຕາມທິດສາມສ້າງ ແລະ ກົດໝາຍວາງອອກ;








   





ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.