ພິທີ ໂຄສະນາເຜີຍແຜ່ເອກະສານ ແລະ ປາຖະກະຖາ ວັນສຳຄັນຕ່າງໆ ຂອງຊາດ

ໃນຕອນເຊົ້າ ຂອງວັນທີ 19 ສິງຫາ 2022 ເວລາ 8 ໂມງ 30 ນາທີ ເພື່ອລະນຶກເຖິງ ວັນສໍາຄັນຕ່າງໆ ຂອງຊາດ ແລະ ຂອງສາກົນ ທັງເປັນການສຶກສາອົບຮົມໃຫ້ແກ່ບັນດາ ສະຫາຍ ສາມະຊິກພັກ, ພະນັກງານ ລັດຖະກອນ ພາຍໃນພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີ ໂຄສະນາເຜີຍແຜ່ ປາຖະກະຖາວັນສຳຄັນຕ່າງໆ ຂອງຊາດ ຂຶ້ນ ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ໂດຍໃຫ້ກຽດບັນລະຍາຍເອກະສານໂດຍ ທ່ານ ສົມເພັດ ອິນທະທິລາດ ພະນັກງານບໍານານ, ອາດີດຄະນະປະຈໍາພັກແຂວງ, ອາດີດສະມະຊິກສະພາແຫ່ງຊາດ, ອາດີດປະທານແນວລາວສ້າງຊາດແຂວງ ແລະ ທ່ານ ພຸທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ເລຂາພັກຮາກຖານ, ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ. ໃນກອງປະຊຸມຈັດຕັ້ງເຜີຍແຜ່ ໂຄສະນາ ປາຖະກະຖາ ຄັ້ງນີ້ ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ ຫນ່ວຍພັກ, ຄະນະຫນ່ວຍພັກ, ສາມະຊິກພັກ, ພະນັກງານລັດຖະກອນ ພ້ອມພະນັກງານອາສາສະຫມັກ ເຂົ້າຮ່ວມທັງ ຫມົດ ຈໍານວນ 80 ສະຫາຍ, ຍິງ 51 ສະຫາຍ;

ທ່ານ ສົມເພັດ ອິນທະທິລາດ ພະນັກງານບໍານາມ, ອາດີດ ຄະນະປະຈໍາພັກແຂວງ, ອາດີດສາມະຊິກສະພາແຫ່ງຊາດ, ອາດີດປະທານແນວລາວສ້າງຊາດ ເອກະສານທີ່ນໍາມາເຜີຍແຜ່ ໂຄສະນາ ປາຖະກະຖາ ມີ 02 ເອກະສານ ຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ ( 13 ສິງຫາ 1950); ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 31 ປີ ( 15 ສິງຫາ 1991);

ທ່ານ ພຸທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ເລຂາພັກຮາກຖານ, ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ບັນລະຍາຍ ເອກະສານ ວັນຢຶດອໍານາດ ທົ່ວປະເທດ ສປປ ລາວ ຄົບຮອບ 77 ປີ ແລະ ຄົບຮອບ 47 ປີ ( 23 ສິງຫາ 1945);


ພິທີໄດ້ປິດລົງຢ່າງເປັນທາງການ ໃນເວລາ 12 ໂມງ 00 ນາທີ ຂອງວັນດຽວກັນ 

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.